ຂ້າພະເຈົ້າມັກຈະມີຄວາມຝັນຊ້ຳ ໆ ກັນໃນເລື່ອງຄ້າຍ ໆ ກັນຫລາຍຕໍ່ຫລາຍຄັ້ງ ໃນຝັນເຫລົ່ານັ້ນ ລ້ວນແຕ່ມີຄວາມໃກ້ຄຽງກັນໃນສະຖານທີ່ ແລະເຫດການໂດຍລວມ ນັ້ນຄືຈະຕ້ອງມີອົງປະກອບຢູ່ ໓ ຢ່າງຄື:
໑. ເປັນເຫດໃນປ່າ ຫຼືຕ້ອງເດີນທາງເຂົ້າປ່າໃຫຍ່
໒. ນ້ຳຕົກ ຫຼືແຫລ່ງນ້ຳໃຫຍ່ ຮວມເຖິງການໄດ້ຂ້າມແມ່ນ້ຳອັນກວ້າງໃຫຍ່
໓. ການບວດ ທັງຂະນະທີ່ຢູ່ໃນການບວດ ແລະດຳເນີນໄປເພື່ອການໄດ້ບວດ
ຝັນເຫລົ່ານີ້ ເກີດຂຶ້ນຊ້ຳ ໆ ໃນແຕ່ລະເດືອນ ບາງເດືອນອາດຈະຝັນເລື່ອງຄ້າຍ ໆ ກັນເຖິງ ໓ ຄັ້ງ ຂ້າພະເຈົ້າພະຍາຍາມຄິດຫາເຫດຜົນວ່າ ເຫດໃດໜໍ ຄວາມຝັນເຊັ່ນນີ້ຈຶ່ງມີມາແກ່ເຮົາໄດ້ ເຊິ່ງໄດ້ຕັ້ງຂໍ້ສັງເກດວ່າ ອາດຈະເປັນເພາະຄິດກ່ຽວກັບສິ່ງເຫລົ່ານີ້ຫລາຍ ໑ ອາດຈະເປັນເພາະເຄີຍພົບເຫດການເຊັ່ນນີ້ມາກ່ອນ ໑
ຢ່າງໃດກໍ່ຕາມ ເຫດຂອງຜົນກໍ່ຍັງບໍ່ເປັນທີ່ປະກົດໃຫ້ຮູ້ເທື່ອ ແຕ່ກໍ່ຄິດວ່າ ຈະລອງທົດສອບບາງຢ່າງເບິ່ງ ອາດຈະເຮັດໃຫ້ຮູ້ໄດ້ເຖິງເຫດແຫ່ງຝັນເຫລົ່ານີ້ກໍ່ເປັນໄດ້
ຫລາຍ ໆ ຄັ້ງເຮົາອາດຈະສັງເກດໄດ້ວ່າ ເຮົາເຄີຍຝັນແບບນີ້ແບບນັ້ນມາກ່ອນ ກໍ່ເປັນເລື່ອງທີ່ແປກດີທີ່ຄົນເຮົາຈະຝັນຕິດຕໍ່ກັນໄດ້ ປານດັ່ງວ່າເປັນຫນັງຊຸດເອົາໂລດ ມື້ນີ້ຝັນຕອນຫນຶ່ງ ມື້ຫນ້າຟ້າໃຫມ່ມາ ຝັນໄປຕອນຕໍ່ໄປ ແລະຕໍ່ ໆ ກັນໄປອີກ ແລະໃນບາງກໍລະນີຄົນເຮົາກໍ່ສາມາດຝັນໃນສິ່ງເດີມ ໆ ໄດ້ເຊັ່ນດຽວກັນ
ຂ້າພະເຈົ້າມັກຈະຝັນເຫັນສິ່ງຕ່າງ ໆ ທີ່ເຄີຍຝັນມາແລ້ວ ບາງຢ່າງກໍ່ເປັນເລື່ອງຈາກຊີວິດ ບາງເລື່ອງກໍ່ເປັນເລື່ອງທີ່ຜຸດມາຈາກຈິດໃຈສ່ວນເລິກ ເວລາຝັນ ຈະເກັບໄປຝັນນຳ ຝັນໄປຝັນມາກໍ່ຝັນກັບມາຮອດເລື່ອງເກົ່າທີ່ເຄີຍຝັນມາກ່ອນແລ້ວ ບາງຄັ້ງຄວາມຝັນນັ້ນກໍ່ມີການດຳເນີນເລື່ອງທີ່ຊ້ຳກັນເອງ ແຕ່ບາງຄັ້ງກໍ່ມີຄວາມປ່ຽນແປງໄປໃນລາຍລະອຽດຂອງຄວາມຝັນ
ແຕ່ຄົນເຮົາຈະຄິດບໍ່ວ່າ ເຫດທີ່ເຮົາຝັນຊ້ຳ ໆ ນັ້ນມັນເກີດມາຈາກຫຍັງ?
ຄົນເຮົານີ້ມັກຂີ້ລືມ ລືມນັ້ນລືມນີ້ ລືມຕະຫລອດ ວ່າກັນວ່າທີ່ສຸດແຫ່ງຄວາມຂີ້ລືມຄື ລືມຄວາມຝັນ ທັງໃນຊີວິດກາງເວັນ ແລະຊີວິດກາງຄືນ ຝັນໃນຊີວິດກາງເວັນຄືອຸດົມການ ວຽກງານ ແລະເປົ້າຫມາຍຕ່າງ ໆ ເຮົາອາດຈະມີຄວາມຫ້າວຫັນພຽງໃນຕອນຕົ້ນ ແລະຫມົດກຳລັງໃຈໄປໃນບັ້ນປາຍ ໃນຊີວິດກາງຄືນກໍ່ເຊັ່ນດຽວກັນ ເມື່ອຄົນເຮົາຝັນໃຫມ່ ໆ ຕື່ນຂຶ້ນມາກໍ່ຈົດຈຳລາຍລະອຽດຕ່າງ ໆ ໄດ້ເປັນຢ່າງດີ ຈື່ໄດ້ວ່າເຫັນໃຜແດ່ ລົມຫຍັງກັນ ແລະອາດຈະລະອຽດເຖິງຂັ້ນທີ່ວ່າ ໃນຝັນນັ້ນ ຄົນນັ້ນຄົນນີ້ໃສ່ເສື້ອສີຫຍັງ ແຕ່ວ່າ ເມື່ອເວລາຜ່ານໄປໄດ້ຈັກໄລຍະຫນຶ່ງ ບໍ່ເກີນເຄິ່ງມື້ ຄົນເຮົາກໍ່ລືມຄວາມຝັນນັ້ນສິ້ນໄປເສຍແລ້ວ ຊ່າງຫນ້າເສຍດາຍທີ່ຄວາມຝັນນັ້ນອາດຈະມີບາງຢ່າງທີ່ເປັນໄນຍະສຳຄັນຢູ່ພາຍໃນ ໃນຫລາຍ ໆ ຄັ້ງ ຄວາມຝັນຂອງຄົນເຮົາກໍ່ສະທ້ອນເຖິງຈິດໃຈສ່ວນເລິກຂອງເຈົ້າຂອງແຫ່ງຝັນນັ້ນ ແຕ່ເຮັດແນວໃດໄດ້ລະ? ໃນເມື່ອເຈົ້າຂອງຝັນ ລືມຝັນຕົນເອງແລ້ວ
ສ່ວນຫລາຍການຝັນເຫັນຄົນຕາຍ ເຫັນສົບ ເຫັນໂລງສົບ ເຫັນພິທີກຳກ່ຽວກັບງານສົບ ມັກຈະເປັນເລື່ອງດີ ຢ່າງເຊັ່ນວ່າ…
ບາງຕຳລາກໍ່ວ່າ ການຝັນເຫັນຄົນຕາຍນັ້ນ ອາດຈະເປັນເພາະຜູ້ຕາຍຕ້ອງການມາຂໍສ່ວນບຸນນຳເຮົາ ກໍ່ຄວນຈະທຳບຸນອຸທິດສ່ວນກຸສົນໄປໃຫ້ ແລະນອກຈາກຈະມີແຕ່ດ້ານດີ ໆ ໃນການຝັນເຫັນຄົນຕາຍແລ້ວ ດ້ານເສຍກໍ່ມີ ເຊັ່ນ ຝັນວ່າມິດສະຫາຍຕາຍ ເພິ່ນວ່າ ຈະໄດ້ນຮັບຂ່າວຄາວເຖິງຄວາມເຈັບໄຂ້ບໍ່ສະບາຍຂອງຍາດຕິພີ່ນ້ອງ ຄິດຈະເຮັດສິ່ງປະການໃດ ຈະມີຄວາມສຳເລັດບາງຢ່າງ ແຕ່ກໍ່ມີອຸປະສັກມາຊັກນຳໃຫ້ຕ້ອງລາມື ກ່າວຄືສັດຕູອິດສາຈຶ່ງຫາອຸບາຍມາຂັດຂວງເຮົາໄວ້ ຈົນເມື່ອໃດຈະພົ້ນເຄາະບາບເຄາະກຳທີ່ສ້າງໄວ້ແຕ່ປາງຫລັງພຸ້ນແລ
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ