a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ກ້ອງໜັກ ແລະລືມຈົດຊື່ແຂກຫ້ອງພັກ

ຂຽນໂດຍ au8ust
ເມື່ອ 6:38 am
August 16, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,493 ຄັ້ງ

ມື້ຄືນນອນເດິກອີກລະ ນອນແລ້ວຝັນວ່າ ຊື້ໄດ້ກ້ອງໃໝ່ມາ ເປັນກ້ອງນ້ອຍ ໆ ແຕ່ໜັກຫຼາຍ ປະມານ 10 ກິໂລຯ ໃນຂະໜາດເທົ່າພຽງຝາມືດຽວ ເວລາຍົກຂຶ້ນມາໃຊ້ ຮູ້ສຶກວ່າ ປານຍົກກ້ອນຄຳເອົາໂລດ ເພາະມັນໜັກຫຼາຍ.

ແລ້ວກໍ ຝັນກ່ຽວກັບລູກຄ້າທີ່ມາພັກຢູ່ເຮືອນພັກ ແຕ່ຜັດວ່າໄປລົມເຂົາເຈົ້າຢູ່ຫຼັງບ້ານ ບໍ່ຮູ້ຫຼັງບ້ານໃຜ ເປັນລັກສະນະປ່າທຶບ ມີສີຂຽວຮ້ອມຮອບໄວ້ ເບິ່ງບໍ່ເຫັນທາງສູ່ບ້ານເຮືອນຄົນເລີຍ ຫຼັງຈາກທີ່ກຳລັງເບິ່ງ passport ແລະຂຽນລາຍລະອຽດຢູ່ນັ້ນ ຈື່ໄດ້ວ່າ ເຂົາຕ້ອງການພັກຢູ່ 3 ຄືນ ແຕ່ຍັງຂຽນບໍ່ທັນແລ້ວ ຝົນກໍຕົກລົງມາ ແລ້ວມີຄົນຮ້ອງໃຫ້ພາອີກຄົນໄປໂຮງໝໍ ຫຼືແມ່ນຫຍັງຈັກຢ່າງ ເລີຍຖິ້ມວຽກຕອນນັ້ນປະໄວ້ແລ້ວໄປສົ່ງຄົນເຈັບ. ປາກົດວ່າ ກັບມາແລ້ວມາຫຼິ້ນກ້ອງໃໝ່ ແລ້ວກໍເກີດສົງໄສວ່າ ອ້າວ! ແລ້ວລູກຄ້າຂ້ອຍເດ້ໄປໃສແລ້ວ?


ການຈົດຈຳຄວາມຝັນ

ຂຽນໂດຍ au8ust
ເມື່ອ 10:31 am
August 15, 2009
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,522 ຄັ້ງ

ມື້ນີ້ໄປນອນຕັ້ງແຕ່ຍັງບໍ່ທັນສວາຍ ປະມານ 11:30AM ເພາະມື້ຄືນນອນເດິກຕື່ນເຊົ້າ ປາກົດວ່າ ຝັນໄປຮ້ອຍແປດຢ່າງ ຕັ້ງແຕ່ເລື່ອງການກໍ່ລັດຖະປະຫານ ໄປຈົນຮອດເລື່ອງສູ້ກັບແມ່ມົດ ນັບໄດ້ສາລະພັດເລື່ອງ ມີຮອດຕອນໜີການຈັບກຸມນຳອີກ.

ແຕ່ວ່າ ປະເດັນສຳຄັນແມ່ນ ເວລາທີ່ຕື່ນຂຶ້ນມານັ້ນ ຍັງສາມາດຈົດຈຳລາຍລະອຽດຕ່າງ ໆ ໄດ້ວ່າມີຈັກເລື່ອງ ຕອນນັ້ນສາມາດຮຽງລາຍການຂອງຄວາມຝັນທີ່ຜ່ານມາໃນຊ່ວງເວລາ 3 ຊມ (ຕື່ນປະມານ 2:30PM) ວ່າມີຫຍັງແດ່ ມັນເປັນລັກສະນະ Grid ບອກຊື່ຂອງຄວາມຝັນແຕ່ລະເລື່ອງ ແລະມີບາງຊ່ອງທີ່ເປັນສີຂາວລ້ວນ ໆ ຢູ່ ໝາຍເຖິງຝັນທີ່ບໍ່ຈື່ວ່າແມ່ນຝັນຫຍັງ.

ຫຼັງຈາກທີ່ຈົດຈຳຄວາມຝັນໄດ້ດັ່ງນັ້ນແລ້ວ ກໍໄດ້ຄຶດຕໍ່ໄປວ່າ ຈະລອງຈົດໄວ້ດີກວ່າ ກັນລືມ ແລະທັນໃດນັ້ນເອງກໍລືມທັນທີ! ລອງວິເຄາະເບິ່ງແລ້ວ ເວລາທີ່ເວົ້າກັບໂຕເອງວ່າ ຈະຈົດໄວ້ເພື່ອກັນລືມ ຕອນນັ້ນສະໝອງເລີ່ມປະມວນຜົນວ່າຈະຈົດດ້ວຍວິທີໃດ ເວລານັ້ນລະທີ່ logic ເລີ່ມເຮັດວຽກ ແລະຕື່ນຈາກຝັນໂດຍສົມບູນ ຈຶ່ງລືມຄວາມຝັນໄດ້ຈົນເກືອບໝົດສິ້ນ ນັບເປັນເລື່ອງທີ່ແປກ ແລະຕ້ອງທົດສອບໃນຄັ້ງຕໍ່ໄປ.


ໄຂ່ແຕກ, ເງິນບາດ ແລະຈໍດັບ

ຂຽນໂດຍ au8ust
ເມື່ອ 6:49 am
August 9, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,449 ຄັ້ງ

ມື້ຄືນວານນີ້ຢູ່ເດິກຮອດປະມານນຶ່ງໂມງ ເນື່ອງຈາກມີໝູ່ມາຫາຢູ່ບ້ານ ກໍລົມກັນຮອດເດິກຈຶ່ງພາກັນແຍກຍ້າຍກັບບ້ານ. ເປັນຄືນທີ່ຝັນຫຼາຍ ໆ ຢ່າງແປກ ໆ ປານດັ່ງວ່າສະມາທິກບໍ່ຢູ່ກັບເນື້ອກັບໂຕເລີຍ ມີຕອນນຶ່ງໃນເວລາໃກ້ຮຸ່ງໄດ້ຝັນວ່າ ມີໄຂ່ຢູ່ໜ່ວຍນຶ່ງ ໄຂ່ໜ່ວຍນັ້ນເມື່ອແຕກອອກມາແລ້ວກາຍເປັນນ້ຳຂຸ້ນ ໆ ສີຂາວອົມເຫຼືອງກະຈາຍອອກມາເປັນບໍລິເວນກວ້າງໃຫຍ່.

ຫຼັງຈາກນັ້ນຝັນວ່າຢູ່ໃນຫ້ອງຮັບແຂກ ເຊິ່ງນັ່ງຢູ່ກັບແມ່ແລະມີຄົນອື່ນ ໆ ຢູ່ນຳ ຈື່ໄດ້ວ່າມີໝູ່ສະນິດຄົນນຶ່ງຢູ່ພ້ອມ. ມີເຂົາເອົາເງິນມາໃຫ້ແມ່ປ່ຽນ ແຕ່ໃນນັ້ນມີເງິນບາດທີ່ເປັນລັກສະນະສີດຳ ຄ້າຍດັ່ງເງິນປອມ ແມ່ຈຶ່ງບອກໃຫ້ເອົາເງິນບາດໄປກວດເບິ່ງນຳເຄື່ອງກວດເງິນ ວ່າແມ່ນເງິນແທ້ຫຼືເງິນປອມ. ຫາກຍັງບໍ່ທັນກວດເທື່ອ ໂມງປຸກກໍດັງຂຶ້ນ ເລີຍຕື່ມາກ່ອນ ແລະຈັດການປິດມັນໄວ້ ກະວ່າໃຫ້ອີກ 10 ນາທີຄ່ອຍດັງໃໝ່.

ເມື່ອຫຼັບໄປແລ້ວປາກົດວ່າຝັນໄປເລື່ອງໃໝ່ ແຕ່ຍັງຢູ່ໃນຫ້ອງຮັບແຂກ ແມ່ເວົ້າວ່າ ຄອມພິວເຕີນີ້ເປັນຫຍັງມັກດັບແທ້? ກໍອະທິບາຍວ່າຕັ້ງເວລາໃຫ້ໜ້າຈໍມັນດັບຊື່ ໆ ຖ້າບໍ່ມັກກໍຕັ້ງຄືນໄດ້ ແລ້ວໃນບັດນັ້ນເອງກໍຖຽງກັນວ່າເປັນຫຍັງບໍ່ເຮັດໃຫ້ມັນເປີດຕະຫຼອດເວລາ -_-’

ຕາມຕຳລາແມ່ນເພິ່ນບອກວ່າ ຝັນເຫັນເງິນທອງ ຫຼືຝັນວ່າໄດ້ຈັບເງິນທອງນີ້ ຫາກຜູ່ຝັນມີຄອບຄົວແລ້ວ ທວາຍວ່າຈະໄດ້ບຸດ ແຕ່ຖ້າຜູ່ຝັນເປັນຄົນມັກຫຼິ້ນການພະນັນແມ່ນທວາຍວ່າຈະເສຍເງິນທອງ ຫຼືເສຍການພະນັນ. ຫາກວ່າຝັນວ່າເສຍເງິນເສຍທອງ ແມ່ນໝາຍວ່າຈະໄດ້ຮັບເງິນ ເຊິ່ງຕາມຕຳລາຂອງຕ່າງປະເທດແລ້ວ ການຝັນເຫັນເງິນທອງ ມັກຈະຕີຄວາມເປັນຝັນຮ້າຍ.

ເລກນຳໂຊກຂອງການຝັນເຫັນເງິນທອງແມ່ນ 66, 69, 369, 766, 664


ລົດ, ວັດ, ຕົ້ນໄມ້ໃຫຍ່ ແລະໂຮງຮຽນ

ຂຽນໂດຍ au8ust
ເມື່ອ 6:28 am
August 3, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,299 ຄັ້ງ

ຕອນໃກ້ແຈ້ງ ຝັນວ່າອ້າຍເຮົາເອົາເງິນ ໑ ລ້ານບາດໄປຊື້ລົດສະປອດມາຂີ່ ເປັນລົດໄຮເທັກແຮງ ເພິ່ນພາແຟນເພິ່ນຂັບເລາະໄປໂຊ ແຕ່ເສັ້ນທາງທີ່ໄປນັ້ນຂ້ອນຂ້າງກັນດານເລັກນ້ອຍຈົນຮູ້ສຶກແປກໃຈ ສ່ວນຂ້າພະເຈົ້າແລະພັນລະຍາກໍຂັບນຳຫຼັງໄປ ຈົນໄປຮອດສະຖານທີ່ແຫ່ງນຶ່ງທີ່ມີລານກວ້າງ ມີຕົ້ນໄມ້ໃຫຍ່ຢູ່ກາງ ແຜ່ກິ້ງກ້ານສາຂາເຮັດໃຫ້ເກີດຮົ່ມເງົາອັນກວ້າງໃຫຍ່ ມີເດັກນ້ອຍຫຼາຍຄົນຢືນຢູ່ບໍລິເວນໃກ້ກັບກົກໄມ້ໃຫຍ່ນັ້ນ ພ້ອມກັບຈຸດທີ່ເປັນລັກສະນະບ່ອນຂາຍເຄື່ອງ. ເມື່ອຂ້າພະເຈົ້າຍ່າງໄປຮອດແລ້ວ ກໍພົບວ່າບໍ່ເຫັນອ້າຍແລ້ວ ເຫຼືອພຽງຕົວຂ້າພະເຈົ້າແລະພັນລະຍາ ເຊິ່ງລາວເອົາເຂົ້າທີ່ຢູ່ໃນບັ້ງໃຫ້ກິນ ບອກວ່າເດັກນ້ອຍວ່າເຮັດໄວ້ແຕ່ມື້ວານ. ຂ້າພະເຈົ້າລອງຊິມແລ້ວມັນເຢັນ ໆ ມີລັກສະນະຫວານເລັກນ້ອຍ. ສະຖານທີ່ນີ້ມີລັກສະນະໂດຍຮວມແລ້ວ ຄຶດວ່າຄ້າຍວັດ ແຕ່ບໍ່ແມ່ນວັດ ເພາະວ່າມັນເປັນໂຮງຮຽນ. ໂຮງຮຽນທີ່ເຮັດດ້ວຍໄມ້ທັງຫຼັງ. ໄມ້ທີ່ໃຊ້ສ້າງໂຮງຮຽນນີ້ມີລັກສະນະອ່ອນຜິດປົກກະຕິ ເວລານັ່ງພິງແລ້ວ ມັນເກືອບຈະຫັກລົງໄປໄດ້ເລີຍ. ໃນບ່ອນນັ້ນເອງໄດ້ພົບກັບອາຈານຄົນນຶ່ງ ທີ່ມີຮູບຮ່າງຈ່ອຍ ຜິວເຂັ້ມ. ກໍໄດ້ລົມກັບລາວກ່ຽວກັບເລື່ອງນ້ອງສາວຂອງພັນລະຍາ ແລ້ວກໍຕື່ນຂຶ້ນມາ.

ຮູ້ສຶກວ່າກ່ອນໜ້ານີ້ຈະເຄີຍຝັນເຫັນໂຮງຮຽນເຊັ່ນກັນ ແຕ່ບໍ່ແມ່ນບ່ອນດຽວກັນ. ເພິ່ນວ່າ ຖ້າຝັນເຫັນໂຮງຮຽນເກົ່າ ແມ່ນໝາຍຄວາມວ່າ ໃຫ້ລະວັງຈະຖືກຄົນຫັກຫຼັງການເຂົ້າຫຸ້ນຮ່ວມທຶນດຳເນີນທຸລະກິດຕ່າງ ໆ ຈະຂາດທຶນບໍ່ໄດ້ຜົນທີ່ກຸ້ມຄ່າ.


ຍຶດໂຕໄວ້

ຂຽນໂດຍ au8ust
ເມື່ອ 4:52 am
August 1, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,316 ຄັ້ງ

ເຈັບຫົວແລ້ວໄປນອນຕອນເວັນ ເກີດຄວາມຝັນແປກປະຫຼາດຜິດສະດານ ຝັນວ່າພີ່ນ້ອງໄກ ໆ ກັບພີ່ນ້ອງໃກ້ ໆ ເກີດມີບັນຫາຫຍັງຈັກຢ່າງ ປະມານວ່າເຮົາໄປເຮັດວຽກນຳເຂົາແລ້ວອອກ ແລ້ວມາເຮັດເອງ ຈຶ່ງເຮັດໃຫ້ຝ່າຍນັ້ນບໍ່ພໍໃຈ ມີການກະຊາກລາກຖູກັນໃຫ້ກັບໄປ ແລ້ວກໍເປັນເລື່ອງຍາວ ຈົນໜີອອກໄປ (ດ້ວຍລົດກະບະເກົາຫລີ -*-) ແຕ່ຜັດວ່າລືມເຄື່ອງ ກໍເລີຍຕ້ອງກັບມາເອົາ ເຮັດໃຫ້ຖືກຈັບອີກຄັ້ງ ແລະໂທຫາຕຳຫຼວດມາຊ່ວຍ

ຕອນໜີໄປ ຝັນວ່າໄປຢູ່ບ້ານຮ້າງຫຼັງນຶ່ງ ຢ້ານຜີແຮງ ທຳທ່າວ່າບໍ່ຢ້ານ ຝືນໃຈສຸດຍອດ

ຕື່ນມາປາກົດວ່າ ຍັງເຈັບຫົວຄືເກົ່າ -_-’


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard