a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຊ່ວຍຜີຕາຍ

ຂຽນໂດຍ au8ust
ເມື່ອ 6:09 am
August 26, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,349 ຄັ້ງ

ເກີດຄວາມອາເພດຂຶ້ນມາຢ່າງໃຫຍ່ ໄປຝັນວ່າໄປຊ່ວຍຜີຕາຍໃນນ້ຳ ສະຖານທີ່ເປັນໂຮງງານຮ້າງ ໄປກັບເມຍ ໄປແລ້ວມີຕອນໜຶ່ງຫລົງກັນ ແລ້ວເມຍໄປເຫັນຜີຕາຍໃນນ້ຳ ແຕ່ວ່າຟູຂຶ້ນມາຈາກນ້ຳສ້າງ ກໍ່ໄປຊ່ວຍ ເພາະນິມິດມັນເປັນລັກສະນະດັ່ງວ່າ ຄົນຈົມນ້ຳໄດ້ບໍ່ດົນ ບໍ່ທັນຄິດວ່າຕາຍມາດົນແລ້ວ ເມື່ອຊ່ວຍອອກມາໄດ້ແລ້ວເປັນແນວໃດກໍ່ບໍ່ຮູ້ນຳ ພາບຕັດໄປທີ່ຕອນມາພົບກັນອີກ ກໍ່ຍ່າງເລາະໄປຈົນສຸດຮອດທ້າຍໂຮງງານຮ້າງແຫ່ງນັ້ນ ຈຶ່ງໄດ້ພົບກັບທາງຕັນ

ຫລັງໂຮງງານຮ້າງນັ້ນແມ່ນມີລັກສະນະຄ້າຍກັບທະເລ ແລະໃນລະຫວ່າງນີ້ເອງທີ່ຜີຕົນທຳອິດ ເຊິ່ງເມຍໄປຊ່ວຍນັ້ນ ໄດ້ເລົ່າຄືນຄວາມຫລັງໃນເຫດການເຊິ່ງມີຍິງ ໖ ຄົນຕົກລົງໄປຕາຍດ້ວຍສາຍເຫດບາງປະການ…

(more…)


repeating of dreams

ຂຽນໂດຍ au8ust
ເມື່ອ 8:42 pm
August 8, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,570 ຄັ້ງ

ກ່ອນຫນ້ານີ້ເຄີຍຂຽນກ່ຽວກັບເລື່ອງປ່າ ນ້ຳຕົກ ແລະການບວດ ເຊິ່ງໄດ້ກ່າວເຖິງການຝັນຊ້ຳ ໆ ກັນ ແລະໄດ້ລົງທ້າຍວ່າຈະລອງທົດສອບບາງຢ່າງເບິ່ງ ວ່າມັນເກີດຂຶ້ນຍ້ອນຫຍັງ ແຕ່ອະນິດຈາ ສັນຍາບໍ່ທ່ຽງ ພັດວ່າ ລືມຊ້ຳ ແຕ່ກໍ່ມີເຫດບັງເອີນ ເຮັດໃຫ້ໄດ້ຄົ້ນພົບບາງຢ່າງໃຫມ່ ໆ ຂຶ້ນຕື່ມ

ເຫດແມ່ນຊ່ວງນີ້ມີອາການເປັນໄຂ້ ເຈັບຫົວ ກໍ່ເລີຍນອນຕອນກາງເວັນ ແລະປະກົດວ່າ ໄດ້ຝັນເຖິງເລື່ອງທີ່ເຄີຍຝັນມາກ່ອນແລ້ວ ແຕ່ວ່າບໍ່ເຄີຍຄິດຮອດມັນເລີຍ (ຝັນແລ້ວລືມ) ແຕ່ພໍມາຝັນຮອດເລື່ອງທີ່ເຄີຍຝັນມາກ່ອນ ກໍ່ຈຶ່ງຮູ້ວ່າ ເຮົາເຄີຍຝັນເລື່ອງນີ້ມາກ່ອນແລ້ວ ເຊິ່ງກໍ່ສາມາດຕີຄວາມໝາຍໄດ້ ໓ ທາງຄື:

໑. ເປັນການຝັນຊ້ຳໂດຍບໍ່ມີມູນເຫດ
໒. ເດຈາວູໃນຝັນ
໓. ມີແຮງກົດດັນໃນສ່ວນເລິກທີ່ສຸດຂອງຈິດໃຈ

ກໍລະນີທຳອິດນັ້ນ ກໍ່ແປກດີ ທີ່ມັນຝັນຊ້ຳໄດ້ໂດຍທີ່ເຮົາບໍ່ໄດ້ຄິດລ່ວງຫນ້າມາກ່ອນ ແຕ່ກໍ່ມີປັດໃຈແວດລ້ອມເສີມກັນຢູ່ ຄືຂໍ້ ໓ ເພາະວ່າກ່ອນຫນ້ານີ້ຕັ້ງໃຈວ່າ ຈະທົດສອບວ່າຈະຝັນໃນສິ່ງທີ່ເຄີຍຝັນມາກ່ອນບໍ່ ນີ້ກໍ່ອາດເປັນສ່ວນໜຶ່ງທີ່ກົດດັນຢູ່ເລິກ ໆ ກໍ່ເປັນໄດ້ ສ່ວນຂໍ້ ໒ ທີ່ວ່າ ເປັນເດຈາວູໃນຄວາມຝັນນັ້ນ ກໍ່ມີສ່ວນວ່າຈະເປັນໄປໄດ້ເຊັ່ນດຽວກັນ

ສະຫລຸບລວມຄວາມແລ້ວ ກໍ່ຍັງບໍ່ແນ່ນອນວ່າ ການເກີດຊ້ຳຂອງຄວາມຝັນນັ້ນ ມີສາເຫດມາຈາກຫຍັງແທ້ ຄົງຕ້ອງຊອກຫາເອກກະສານອ້າງອີງເພີ່ມເຕີມຕື່ມ ເພື່ອໃຫ້ຂໍ້ມູນຄົບຖ້ວນກວ່ານີ້


ປ່າ ນ້ຳຕົກ ແລະການບວດ

ຂຽນໂດຍ au8ust
ເມື່ອ 2:25 pm
August 2, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 4,546 ຄັ້ງ

ຂ້າພະເຈົ້າມັກຈະມີຄວາມຝັນຊ້ຳ ໆ ກັນໃນເລື່ອງຄ້າຍ ໆ ກັນຫລາຍຕໍ່ຫລາຍຄັ້ງ ໃນຝັນເຫລົ່ານັ້ນ ລ້ວນແຕ່ມີຄວາມໃກ້ຄຽງກັນໃນສະຖານທີ່ ແລະເຫດການໂດຍລວມ ນັ້ນຄືຈະຕ້ອງມີອົງປະກອບຢູ່ ໓ ຢ່າງຄື:

໑. ເປັນເຫດໃນປ່າ ຫຼືຕ້ອງເດີນທາງເຂົ້າປ່າໃຫຍ່
໒. ນ້ຳຕົກ ຫຼືແຫລ່ງນ້ຳໃຫຍ່ ຮວມເຖິງການໄດ້ຂ້າມແມ່ນ້ຳອັນກວ້າງໃຫຍ່
໓. ການບວດ ທັງຂະນະທີ່ຢູ່ໃນການບວດ ແລະດຳເນີນໄປເພື່ອການໄດ້ບວດ

ຝັນເຫລົ່ານີ້ ເກີດຂຶ້ນຊ້ຳ ໆ ໃນແຕ່ລະເດືອນ ບາງເດືອນອາດຈະຝັນເລື່ອງຄ້າຍ ໆ ກັນເຖິງ ໓ ຄັ້ງ ຂ້າພະເຈົ້າພະຍາຍາມຄິດຫາເຫດຜົນວ່າ ເຫດໃດໜໍ ຄວາມຝັນເຊັ່ນນີ້ຈຶ່ງມີມາແກ່ເຮົາໄດ້ ເຊິ່ງໄດ້ຕັ້ງຂໍ້ສັງເກດວ່າ ອາດຈະເປັນເພາະຄິດກ່ຽວກັບສິ່ງເຫລົ່ານີ້ຫລາຍ ໑ ອາດຈະເປັນເພາະເຄີຍພົບເຫດການເຊັ່ນນີ້ມາກ່ອນ ໑

ຢ່າງໃດກໍ່ຕາມ ເຫດຂອງຜົນກໍ່ຍັງບໍ່ເປັນທີ່ປະກົດໃຫ້ຮູ້ເທື່ອ ແຕ່ກໍ່ຄິດວ່າ ຈະລອງທົດສອບບາງຢ່າງເບິ່ງ ອາດຈະເຮັດໃຫ້ຮູ້ໄດ້ເຖິງເຫດແຫ່ງຝັນເຫລົ່ານີ້ກໍ່ເປັນໄດ້


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard