a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ການເກີດຊ້ຳຂອງຄວາມຝັນ

ຂຽນໂດຍ au8ust
ເມື່ອ 6:05 pm
June 29, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 2,007 ຄັ້ງ

ຫລາຍ ໆ ຄັ້ງເຮົາອາດຈະສັງເກດໄດ້ວ່າ ເຮົາເຄີຍຝັນແບບນີ້ແບບນັ້ນມາກ່ອນ ກໍ່ເປັນເລື່ອງທີ່ແປກດີທີ່ຄົນເຮົາຈະຝັນຕິດຕໍ່ກັນໄດ້ ປານດັ່ງວ່າເປັນຫນັງຊຸດເອົາໂລດ ມື້ນີ້ຝັນຕອນຫນຶ່ງ ມື້ຫນ້າຟ້າໃຫມ່ມາ ຝັນໄປຕອນຕໍ່ໄປ ແລະຕໍ່ ໆ ກັນໄປອີກ ແລະໃນບາງກໍລະນີຄົນເຮົາກໍ່ສາມາດຝັນໃນສິ່ງເດີມ ໆ ໄດ້ເຊັ່ນດຽວກັນ

ຂ້າພະເຈົ້າມັກຈະຝັນເຫັນສິ່ງຕ່າງ ໆ ທີ່ເຄີຍຝັນມາແລ້ວ ບາງຢ່າງກໍ່ເປັນເລື່ອງຈາກຊີວິດ ບາງເລື່ອງກໍ່ເປັນເລື່ອງທີ່ຜຸດມາຈາກຈິດໃຈສ່ວນເລິກ ເວລາຝັນ ຈະເກັບໄປຝັນນຳ ຝັນໄປຝັນມາກໍ່ຝັນກັບມາຮອດເລື່ອງເກົ່າທີ່ເຄີຍຝັນມາກ່ອນແລ້ວ ບາງຄັ້ງຄວາມຝັນນັ້ນກໍ່ມີການດຳເນີນເລື່ອງທີ່ຊ້ຳກັນເອງ ແຕ່ບາງຄັ້ງກໍ່ມີຄວາມປ່ຽນແປງໄປໃນລາຍລະອຽດຂອງຄວາມຝັນ

ແຕ່ຄົນເຮົາຈະຄິດບໍ່ວ່າ ເຫດທີ່ເຮົາຝັນຊ້ຳ ໆ ນັ້ນມັນເກີດມາຈາກຫຍັງ?


ທາງຊັນ

ຂຽນໂດຍ au8ust
ເມື່ອ 6:31 am
June 2, 2008
ໃນໝວດ ຄະຕິ
no comments ຖືກເປີດອ່ານແລ້ວ 1,647 ຄັ້ງ

ຮູ້ສຶກວ່າ ໄລຍະນີ້ຝັນແປກຂຶ້ນ ແນວວ່າ ກໍ່ບໍ່ແປກໃນມຸມມອງຂອງຄວາມເປັນຈິງ ກ່າວຄື ການລົງຕ່ຳນັ້ນລົງງ່າຍ ເພາະໂລກນີ້ປຽບດັ່ງທາງຊັນ ຄວາມຊົ່ວນັ້ນເຮັດໄດ້ງ່າຍ ເພາະເປັນທາງໄຫລລົງຕ່ຳ ເປັນຖານະທີ່ເປັນໄປໄດ້ ຫາກແຕ່ການຈະເຮັດຄວາມດີນັ້ນ ປຽບດັ່ງການຂຶ້ນທາງຊັນ ເຊິ່ງເຮັດໄດ້ຍາກ ບຸກຄົນບາງຄົນໃນໂລກນີ້ ຍອມປ່ອຍກາຍປ່ອຍໃຈ ໃຫ້ຕົນໄຫລລົງສູ່ທີ່ຕ່ຳ ແຕ່ບຸກຄົນບາງຄົນໃນໂລກນີ້ ກໍ່ອຸທິດກາຍໃຈ ເພື່ອບໍ່ໃຫ້ໄຫລລົງຕ່ຳ ແຕ່ພະຍາຍາມຂຶ້ນທີ່ສູງກວ່າເກົ່າ ຂັດເກົາສັນດານແຫ່ງສັດໂລກອອກຖິ້ມ ເພື່ອຕົນຈະຫມົດສິ້ນຄວາມເກີດໃນພາຍຫນ້ານັ້ນແລ

ມີທາງໃຫ້ເລືອກພຽງສອງທາງ ຄືຂຶ້ນ ແລະລົງ ຈະເລືອກທາງໃດຫນໍ


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard