a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ເມື່ອຂ້າພະເຈົ້າຖືກສັ່ງເກັບ!!!

ຂຽນໂດຍ au8ust
ເມື່ອ 7:00 am
September 24, 2008
ໃນໝວດ ໃນຝັນ
3 comments ຖືກເປີດອ່ານແລ້ວ 1,561 ຄັ້ງ

ເກີດມີຄວາມຝັນອັນແປກປະຫຼາດຂຶ້ນມາ ເມື່ອຝັນວ່າ ມີຄົນສັ່ງເກັບຂ້າພະເຈົ້າ!!! ໃນຝັນນັ້ນແມ່ນມີຢູ່ວ່າ ເກີດມີຄວາມຂັດແຍ່ງກັບໃຜກໍ່ບໍ່ແນ່ຊັດ ແຕ່ແນ່ຊັດກໍ່ຄືເຂົາຄົນນັ້ນໄດ້ສັ່ງໃຫ້ນັກເລງກຸ່ມໜຶ່ງມາຂ້າເຮົາຖິ້ມ ເວລານັ້ນແມ່ນກຳລັງໄປຕະຫຼາດທ່າເຮືອເມ ກຳລັງຈະກັບ ແຕ່ມີນັກເລງກຸ່ມໜຶ່ງ ປະມານ ໗-໘ ຄົນເຂົ້າມາຫາ ແລ້ວກໍ່ຂົ່ມຂູ່ວ່າຈະຂ້າຖິ້ມເສຍ ແລະຕອນນັ້ນເອງ ຜູ້ທີ່ສັ່ງໃຫ້ຂ້າກໍ່ຢູ່ບ່ອນນັ້ນນຳ ເບິ່ງລາວແລ້ວກໍ່ເປັນຄົນທີ່ມີອາຍຸນ້ອຍຢູ່ ເຫດໃດຈຶ່ງໃຈຫ້ຽມໂຫດປານນີ້ໄດ້ ແຕ່ນັ້ນບໍ່ສຳຄັນ ມັນສຳຄັນຢູ່ບ່ອນວ່າ ເຮົາກຳລັງຊິຖືກຂ້າແລ້ວ!

ກໍ່ເຈລະຈາຕໍ່ຮອງກັບຫົວໜ້າກຸ່ມນັກເລງນັ້ນວ່າ ຈະຈ່າຍສູງກວ່າຄົນວ່າຈ້າງຄົນເດີມ ເຊິ່ງທາງຫົວໜ້າກຸ່ມກໍ່ຟັງແລ້ວຄິດຢູ່ຈັກໜ່ອຍ ແລ້ວກໍ່ຕໍ່ຮອງກັນໄປມາ ແຕ່ກໍ່ບໍ່ໄດ້ເລື່ອງຫຍັງ ໃນລະຫວ່າງທີ່ຝ່າຍນັ້ນບໍ່ໄດ້ລະວັງເຮົາ ເຮົາກໍ່ເລີຍຈັດການຫຼົບໜີກັບມາບ້ານໄດ້ ໃນລະຫວ່າງທາງກໍ່ໂທຫາ 191 ບອກວ່າມີຄົນຊິຂ້າຂ້ອຍ ຕຳຫຼວດກໍ່ບອກວ່າໃຫ້ຕິດຕໍ່ກັບບ້ານກ່ອນເດີ້ ອ້າວ ເວນເອີ້ຍ !!

ກັບມາຮອດຮອດ ປະກົດວ່າເມຍຢູ່ໃນເຮືອນ ກໍ່ຟ້າວບອກເມຍໃຫ້ຮີບໄວ ໆ ມີຄົນນຳມາຂ້າຂ້ອຍ (ບັງເອີນວ່າຫົວໜ້າກຸ່ມນັກເລງພັດວ່າໜ້າຕາ ຄ້າຍກັບຄົນທີ່ມາເຮັດວຽກສ້ອມແປງເຮືອນ) ໃຫ້ຮີບປິດປະຕູ ປິດປ່ອງຢ້ຽມໃຫ້ໝົດ ແລ້ວກຽມຫາທາງໄວ້ ດຽວມັນຊິນຳມາ ເຖິງແມ່ນວ່າໃນເວລານັ້ນຈະເປັນຕອນກາງເວັນກໍ່ຕາມ ກໍ່ຮີບຈັດການປະຕິບັດຕາມທີ່ເວົ້າຈົນຮຽບຮ້ອຍ ແຕ່ອະນິດຈາ ມັນມາຈົນໄດ້

ເມື່ອກຸ່ມນັກເລງນັ້ນມາຮອດ ກໍ່ຊຸນລະມຸນກັນ ຈົນໃນທີ່ສຸດບໍ່ຮູ້ວ່າໄປເຮັດທ່າຫຍັງກໍ່ເລີຍເອົາປືນຍິງຫົວໜ້າກຸ່ມນັກເລງນັ້ນຕາຍຄາທີ່ ສ່ວນລູກນ້ອງກໍ່ລົ້ມເຈັບຕາຍໄປບາງຄົນ ທີ່ເຫຼືອກໍ່ຫຼົບໜີໄປໄດ້ ຈາກນັ້ນຂ້າພະເຈົ້າກໍ່ຕື່ນຈາກຝັນແລະເກີດຄວາມຮູ້ສຶກດີໃຈຫຼາຍ ເພາະມັນເປັນພຽງຝັນ 😀


Hacked!

ຂຽນໂດຍ au8ust
ເມື່ອ 7:11 pm
September 17, 2008
ໃນໝວດ ໃນຝັນ
2 comments ຖືກເປີດອ່ານແລ້ວ 1,549 ຄັ້ງ

ສອງຄືນກ່ອນຝັນວ່າ ລືມປ່ຽນຊື່ໄຟລ໌ສຳຄັນໃນເວັບ ແລ້ວມີຄົນໄປພົບໂດຍບັງເອີນ (ຫຼືອາດຈະເຈດຕະນາ?) ແລ້ວມາບອກ ໃນຝັນຮູ້ສຶກຕົກໃຈຫຼາຍ ເພາະບໍ່ຄິດວ່າຈະມີຄົນສັງເກດປານນັ້ນ

ຄວາມຈິງບໍ່ໄດ້ຄິດວ່າເປັນລາງບອກເຫດຫຍັງ ເພາະວ່າຊ່ວງນີ້ມັກຈະຄິດເລື່ອງລະບົດຮັກສາຄວາມປອດໄພທີ່ດີ 🙂


ຝັນປະຫຼາດ

ຂຽນໂດຍ au8ust
ເມື່ອ 6:09 am
September 7, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 15,069 ຄັ້ງ

ເກີດຄວາມຝັນແປກ ໆ ຂຶ້ນມາ ຮູ້ສຶກວ່າເປັນຝັນທີ່ໃຊ້ເວລາດົນພໍສົມຄວນ ພໍຮູ້ເມື່ອຄີງຕອນປະມານ ໑ ໂມງກາງຄືນ ມາມອດຄອມ ຕອນນັ້ນກໍ່ມີຄວາມຮູ້ສຶກວ່າຫາກໍ່ຝັນ ພໍຫລັບກໍ່ເລີຍຝັນຕໍ່ ໃນຝັນນັ້ນມີຢູ່ວ່າ ໄປກິນເຂົ້າ ຫຼືແມ່ນຫຍັງບໍ່ຈັກກັບອ້າຍທີ່ຮູ້ຈັກກັນ ໄປແລ້ວໄປພົບກັບສອງສາວ ໜ້າຈະເປັນເອື້ອຍນ້ອງກັນ ຄົນໜຶ່ງອອກຈະອວບ ອີກຄົນຫຸ່ນພຽວບາງ ແລະສູງກວ່າອີກຄົນ ງາມກວ່າອີກນຳ ຂາກັບບາດນີ້ ຂາກັບລະຈັກຄິດແນວໃດ ຊວນເຂົາກັບນຳ ເຂົາກໍ່ຍອມອີກ ແຕ່ທຳອິດຫັ້ນ ພັດວ່າໃຈກ້າໄປໂດດຂຶ້ນລົດຄົນທີ່ອວບກວ່າ ສ່ວນອີກຄົນກໍ່ເລີຍໄດ້ຂຶ້ນນຳອ້າຍທີ່ຮູ້ຈັກຫັ້ນ ບາດນີ້ໄປໄດ້ດົນເຕີບ ໄປຮອດຮ້ານເຂົ້າປຽກທີ່ຄຸ້ນເຄີຍ ໄປພົບໝູ່ທີ່ຮູ້ຈັກຫຼາຍຄົນ ກໍ່ຊວນກັນໄປສະຖານທີ່ແຫ່ງໜຶ່ງ ແລ້ວກໍ່ເກີດມະໂນພາບຂຶ້ນມາວ່າ ກ່ຽວກັບພະຈີນ ຄ້າຍ ໆ ວັດຈີນ ມີສາວງາມນາງໜຶ່ງອີກນຳ ເວົ້າແລ້ວກໍ່ປານໜັງຈີນກຳລັງພາຍໃນເອົາໂລດ. (more…)


ກິນເຂົ້າແລ້ວໄດ້ເງິນ

ຂຽນໂດຍ au8ust
ເມື່ອ 2:24 pm
September 4, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,247 ຄັ້ງ

ບັງເອີນວ່າ ສອງມື້ກ່ອນຝັນວ່າ ໄດ້ນັ່ງກິນເຂົ້າກັບອ້າຍຄົນໜຶ່ງທີ່ຮູ້ຈັກກັນ ຕື່ນມາກໍ່ໄປອ່ານຕຳລາ ເພິ່ນບອກວ່າ ຝັນວ່າໄດ້ກິນເຂົ້າ ແມ່ນວ່າ ຈະໄດ້ເງິນ ຫຼືໄດ້ໂຊກລາບ

ສອງມື້ຕໍ່ມາກໍ່ປະກົດວ່າ ມີຄົນສົ່ງເງິນເຂົ້າໃນບັນຊີ

ໂອ.. ມັນຊ່າງບັງເອີນດີແທ້


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard