a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຄວາມຝັນອັນຍາວນານ

ຂຽນໂດຍ au8ust
ເມື່ອ 6:53 am
December 29, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,323 ຄັ້ງ

ມື້ຄືນວານນີ້ ຂ້າພະເຈົ້າຫຼັບດ້ວຍຄວາມອ່ອນເພຍ ແລະປະກົດວ່າ ໄດ້ເກີດມີນິມິດຄວາມຝັນອັນແປກປະຫຼາດຂຶ້ນມາ ໃນຝັນຂອງຂ້າພະເຈົ້າພົບວ່າ ເປັນເລື່ອງທີ່ຂ້າພະເຈົ້າເອງຄຶດໜັກໃຈຢູ່ຫຼາຍ ຈົນໄປປະກົດເປັນຝັນ ແຕ່ມີສອງສິ່ງທີ່ແປກກໍ່ຄື ໄດ້ຝັນວ່າຕົນນັ້ນໄດ້ຕັດຜົມ ໑ ແລະໄດ້ຖ່າຍຮູບ ໑

ກ່ຽວກັບການຖ່າຍຮູບ ບໍ່ຖືເປັນເລື່ອງແປກ ເພາະວ່າໃນມື້ເວນຂອງວັນນັ້ນ ຂ້າພະເຈົ້າຄຶດກ່ຽວກັບເລື່ອງການຖ່າຍຮູບຢູ່ກ່ອນແລ້ວ ຈຶ່ງອາດນຳໄປຝັນໄດ້ ແຕ່ເລື່ອງຕັດຜົມ ບໍ່ຢູ່ໃນຄວາມຄຶດມາດົນແລ້ວ ຕຳລາເພິ່ນວ່າ ຫາກຝັນໄດ້ຕັດຜົມ ຫຼືດັດຜົມຕົນເອງໃຫ້ຕ່າງໄປຈາກເດີມ ທຳນາຍວ່າຈະໝົດເຄາະ ຫຼືພົ້ນຈາກໂຣກໄພ


ເມື່ອຂ້າພະເຈົ້າ “ເຫາະ” ໄດ້

ຂຽນໂດຍ au8ust
ເມື່ອ 6:57 am
December 5, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,457 ຄັ້ງ

ນັບເປັນເລື່ອງທີ່ແປກ ເພາະບໍ່ໄດ້ຝັນໃນລັກສະນະນີ້ດົນແລ້ວ. ຄັ້ງສຸດທ້າຍທີ່ຝັນແບບນີ້ແມ່ນຕອນບວດ, ຕອນນັ້ນມີຄືນໜຶ່ງ ໄດ້ເກີດຝັນວ່າ ສາມາດເຫາະຂຶ້ນໄປໃນອາກາດໄດ້ ແຕ່ວ່າຕ້ອງໃຊ້ຄວາມພະຍາຍາມພໍສົມຄວນ.

ໃນຄືນວານນີ້ກໍ່ເຊັ່ນກັນ. ຂ້າພະເຈົ້າໄດ້ເກີດມີຄວາມຝັນຂຶ້ນມາວ່າ ຕົນນັ້ນສາມາດເຫາະຂຶ້ນໄປໃນອາກາດໄດ້ ຫາກຍັງບໍ່ທັນເກັ່ງເທື່ອ ຕ້ອງໃຊ້ຄວາມພະຍາຍາມຢູ່ເລັກນ້ອຍໃນການເຫາະຂຶ້ນໄປໃນທ້ອງຟ້າ. ໃນຝັນ ຈື່ໄດ້ວ່າ ມັນຄ້າຍ ໆ ກັບຕົນເອງບໍ່ມີຄວາມໝັ້ນໃຈ ເກີດຄວາມຢ້ານກົວຂຶ້ນມາວ່າຈະຕົກ ຈຶ່ງຕ້ອງທຳທ່າຄ້າຍ ໆ ໂດດຂຶ້ນໄປ ເພື່ອໃຫ້ຕົນຂຶ້ນໄປຢູ່ບ່ອນສູງ ແຕ່ການໂດດນັ້ນ ສູງຫຼາຍ ສູງຈົນເຮັດໃຫ້ລອຍຢູ່ໃນອາກາດໄດ້ເປັນເວລາດົນ.

ຂ້າພະເຈົ້າໄດ້ພາໝູ່ຜູ້ຮູ້ຈັກກັນ ໄປທ່ອງທ່ຽວຕາມສະຖານທີ່ຕ່າງ ໆ ແລະໄປຮອດຈຸດໜຶ່ງ ທີ່ມີຄວາມຄຸ້ນເຄີຍວ່າ ຂ້າພະເຈົ້າເຄີຍອາໄສຢູ່ສະຖານທີ່ແຫ່ງນັ້ນ ເປັນສະຖານທີ່ ທີ່ເຊິ່ງເປັນບ່ອນສັກກາຣະບູຊາຂອງຊາວພຸທທັງຫຼາຍ ໝູ່ຂ້າພະເຈົ້າຖາມວ່າ ຈະເຂົ້າໄປບໍ່ ຂ້າພະເຈົ້າຕອບ ບໍ່ ເພາະເວລານັ້ນມີຄົນທຽວທາງຫຼາຍ.


ຝັນເຫັນຊ້າງ

ຂຽນໂດຍ au8ust
ເມື່ອ 1:07 pm
December 1, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,624 ຄັ້ງ

ຝັນວ່າ ເຫັນຊ້າງ ຍ່າງໄປມາ ທຳນາຍວ່າ ຈະໄດ້ຮັບໂຊກລາບຈາກຜູ້ໃຫຍ່ໃນໄວ ໆ ນີ້ ຖ້າຝັນໄດ້ຂີ່ຊ້າງ ຫຼືໄດ້ລູບຊ້າງ ຈະໄດ້ຮັບຂ່າວດີຈາກທາງໄກ ຫຼືໄດ້ເດີນທາງ ຖ້າຝັນວ່າຕົກຊ້າງ ຫຼືຂີ່ຊ້າງຕົກມັນອາລະວາດ ທວາຍວ່າ ຈະໄດ້ຮັບເຄາະ ຫຼືການປອງຮ້າຍຈາກສັດຕູທີ່ເໜືອກວ່າ

ຝັນເຫັນຊ້າງຕາຍ ທວາຍວ່າ ຈະໄດ້ເກີດຄວາມຮ້ອນໃຈ ໄດ້ແກ່ສັດພາຫະນະ ສັດຕູຈະປອງຮ້າຍອຸບາຍຫາເຫດຜົນ ໃຫ້ຄົນກຽດຊັງ ຕ້ອງລະວັງຕົວໃຫ້ດີ ຢ່າມີຄວາມປະໝາດ ສິ່ງອຸບາດຢ່າງພຶງກະທຳ ເວນກຳຈົງລະເວັ້ນ

ເລກສ່ຽງໂສກແມ່ນ ໑໙, ໓໙, ໑໑໙, ໑໓໙, ໓໐໙


ຄວາມຝັນອັນໜ້າຢ້ານກົວ

ຂຽນໂດຍ au8ust
ເມື່ອ 12:52 pm
December 1, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,495 ຄັ້ງ

ຂ້າພະເຈົ້າບໍ່ອາດຈະເປີດເຜີຍລາຍລະອຽດຂອງຝັນນັ້ນໄດ້ ເພາະມັນຊ່າງສັບສົນ ແລະເປັນຄວາມຝັນອັນດຳມືດທີ່ຢູ່ໃນຈິດໃຈຂອງຂ້າພະເຈົ້າເອງ ຊ່າງໜ້າອາຍຫຼາຍຫາກຈະເປີດເຜີຍອອກມາ … ໃນຝັນ ຂ້າພະເຈົ້າຮູ້ສຶກເປັນກັງວົນຍິ່ງ ປານດັ່ງໜຶ່ງວ່າເກີດເຫດອັນຮ້ອນໃຈເຖິງທີ່ສຸດກັບຕົນເອງ…

ມັນເປັນຝັນຕອນກາງເວັນ ແຕ່ກໍ່ມີສ່ວນເຮັດໃຫ້ຂ້າພະເຈົ້າຄຶດຫຼາຍພໍສົມຄວນ

ຂໍຢ່າໃຫ້ເກີດດັ່ງໃນຝັນເລີຍ ຕ້ອງພະຍາຍາມຂົ່ມຈິດໃຫ້ໄດ້


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard