a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຝັນຫາຍຍຍຍຍ =_=!!!

ຂຽນໂດຍ au8ust
ເມື່ອ 3:25 am
December 9, 2013
ໃນໝວດ Uncategorized
no comments ຖືກເປີດອ່ານແລ້ວ 2,535 ຄັ້ງ

1_2

ຕາມທີ່ໂພສໃນ *realme ວ່າເຮັດຂໍ້ມູນຫາຍເພາະວ່າຫຼົງໄປລຶບ au8ust.org ອອກ ກໍເລີຍເຮັດໃຫ້ໂພສໃນ mydreams ຫາຍໄປນຳ ເຊັງຈຸງເບີຍ

ເບິ່ງຕາມຮູບ ໂພສຂອງປີ 2010-2011 ຫາຍໄປໝົດເລີຍ -_-

ອັບເດດ: ເອົາກັບມາໄດ້ເພີ່ມເຕີມບາງສ່ວນແລ້ວ 🙁 ບໍ່ໄດ້ໝົດ ແຕ່ຢ່າງໜ້ອຍ ກໍໄດ້ໂພສນີ້ຄືນມາ 😀


ຝັນອັນໂຫດຮ້າຍ

ຂຽນໂດຍ au8ust
ເມື່ອ 2:33 pm
October 31, 2008
ໃນໝວດ Uncategorized
Comments Off on ຝັນອັນໂຫດຮ້າຍ ຖືກເປີດອ່ານແລ້ວ 2,094 ຄັ້ງ

ມັນເກີດຂຶ້ນອີກແລ້ວ! ໃນຝັນນັ້ນ ກ່ອນຈະອອກເດີນທາງໄປທີ່ແຫ່ງໜຶ່ງ ຂ້າພະເຈົ້າຜິດຖຽງຢ່າງໃຫຍ່ກັບພີ່ນ້ອງທາງແມ່ ເປັນເຫດໃຫ້ໄດ້ເຈັບຕົວພ້ອມ ເຈັບຫົວເປັນສຳຄັນ ໃນຝັນແມ່ນພີ່ນ້ອງຍູ້ໂຕະມາໜີບຫົວ… ຢ່າງເຈັບປວດ ຈົນໃນທີ່ສຸດແລ້ວມີລູກສາວຂອງນ້າບ່າວ ເອົາອັນໃສ່ພິກໄທມາຕີຫົວອີກ ເຈັບເຂົ້າໄປໃຫຍ່ ກໍ່ເລີຍລຸກໄປຮ້າຍ ໆ ແລ້ວເປັນຈັ່ງໃດກໍ່ບໍ່ຈັກ ກໍ່ໄປຮອດໄທ

ຮອດໄທລະໄປພົບກັບອ້າຍຄົນໜຶ່ງ ຈື່ວ່າຮູ້ຈັກກັນມາແຮມປີ ສະຖານທີ່ໃນຝັນຕອນນີ້ເປັນບ່ອນທີ່ຮູ້ສຶກວ່າເຄີຍຝັນເຫັນມາກ່ອນແລ້ວ ແຕ່ບໍ່ຈື່ວ່າຢູ່ໃສ ຂໍ້ມູນພຽງຢ່າງດຽວທີ່ຄິດອອກແມ່ນ ປະເທດໄທ

ກໍ່ລົມກັນໄປໄດ້ໜ້ອຍໜຶ່ງ ແລ້ວກໍ່ກັບ ບາດນັ້ນລະ ເມຍກໍ່ຮູ້ຈັກລາວ ກໍ່ໄປລົມລາວ ແລ້ວຂ້າພະເຈົ້າຕິດຕາມໄປໃນພາຍຫຼັງ ບໍ່ຮູ້ວ່າລົມຫຍັງກັນໄປຮອດໃສ ສະຖານທີ່ນັ້ນເປັນໂຮງໝໍ ທາງເຂົາ ເບື້ອຊ້າຍມືມີຕົ້ນໄມ້ໃຫຍ່ ທາງຂວາບໍ່ແນ່ໃຈແມ່ນຫຍັງ ໜ້າຈະສຸດເຂດຂອງໂຮງໝໍພໍດີ ຮູ້ສຶກວັງເວງແປກ ໆ ເປັນໂຮງໝໍທີ່ຂ້ອນຂ້າງເກົ່າ ມີອະນາເຂດບໍ່ໃຫຍ່ປານໃດ ແຕ່ກໍ່ມີຫຼາຍຕຶກຕັ້ງຕິດ ໆ ກັນຢູ່

ອັນຕອນຈະກັບຈະໂຮງໝໍນີ້ລະເປັນບັນຫາ ເພາະວ່າ ຢູ່ ໆ ບັນຍາກາດຮອບຂ້າງກໍ່ງຽບຢ່າງກະທັນຫັນ ທ້ອງຟ້າກໍ່ມືດລົງ ແລ້ວປະກົດວ່າ ອີ່ຕານັ້ນກາຍເປັນນົກຕໍ່ໃຫ້ຜີໃນໂຮງໝໍ ລະກໍ່ເລີຍແລ່ນໜີອອກມາໂດຍໄວ ເມຍກໍ່ພະຍາຍາມແລ່ນອອກມາ ພວກຜີໃນໂຮງໝໍກໍ່ໄລ່ອອກມາ ແລ້ວກໍ່ມີມາດັກຢູ່ທາງໜ້າພ້ອມ ພະຍາຍາມຈະປິດປະຕູໂຮງໝໍ ແຕ່ສອງຜົວເມຍໜີອອກມາໄດ້ກ່ອນ ໂຊກດີໄປ

ແຕ່ຍັງບໍ່ແລ້ວ ປະກົດໃນພາຍຫຼັງວ່າ ເຂົາລັກເອົາເສັ້ນຜົມຂອງເມຍໄປ ເພາະຈຸດປະສົງຂອງພວກຜີໂຮງໝໍນີ້ແມ່ນ ໃຫ້ຜູ້ຍີງຜົມຍາວເຂົ້າໄປໃນນັ້ນແລ້ວລັກເອົາຜົມ ພ້ອມທັງເຮັດໃຫ້ເປັນຜີເຝົ້າໂຮງໝໍນຳ ໃນລະຫວ່າງຕອນຫຼັງນີ້ເກີດມີມະໂນພາບຂຶ້ນໃນຫົວຂອງຂ້າພະເຈົ້າ ກ່ຽວກັບທີ່ມາທີ່ໄປ ແລະເຫດການໃນອະດີດຂອງບັນດີຜີໃນໂຮງໝໍແຫ່ງນີ້ ແຕ່ກໍ່ຍັງບໍ່ສາມາດເຂົ້າໃຈປົມຂອງບັນຫາທັງໝົດໄດ້

ຍັງບໍ່ທັນແລ້ວບັນຫາຜີໂຮງໝໍ ພັດວ່າໄປພົບບັນຫາຜີໃນເມືອງ ບັນດາຊາວບ້ານທີ່ຢູ່ໃນເມືອງກາຍເປັນຜີໄປໝົດ ສ້າງຄວາມວຸ້ນວາຍສັບສົນເປັນຍິ່ງນັກ ໂອຍ ຈັກແມ່ນຫຍັງຕໍ່ແມ່ນຫຍັງ… ຕື່ນດີກວ່າ -*-


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard