a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ແປດ້ວຍການຂຽນ

ຂຽນໂດຍ au8ust
ເມື່ອ 12:29 pm
May 22, 2017
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,910 ຄັ້ງ

ມື້ຄືນນີ້ຝັນວ່າ ແບ່ງວຽກແປໃຫ້ຄົນອື່ນເຮັດ ແຕ່ວ່າເຂົາໃຊ້ວິທີຂຽນໃສ່ເຈ້ຍ ກໍເລີຍຄິດວ່າ ຖ້າຂຽນໃສ່ເຈ້ຍ ແລ້ວໆກໍຕ້ອງມາພິມໃສ່ໃໝ່ ບໍ່ຮູ້ເປັນຫຍັງຕ້ອງເຮັດແນວນັ້ນ ເລີຍແນະນຳໃຫ້ພິມເລີຍໄດ້ບໍ່ ບໍ່ຊັ້ນຕ້ອງເຮັດວຽກສອງຕໍ່ ລະບົບ OCR ພາສາລາວກໍຍັງບໍ່ໄດ້ເລື່ອງເທື່ອ.

ປ.ລ. ຫາກໍສັງເກດວ່າ ປີ 2016 ທັງປີບໍ່ມີການບັນທຶກຝັນໄວ້ເລີຍ O.o!


ໝາກັດແມວຕາບອດ

ຂຽນໂດຍ au8ust
ເມື່ອ 7:46 am
March 21, 2015
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,429 ຄັ້ງ

ມື້ຄືນນີ້ເປັນຄືນທີ່ຝັນໄດ້ໂຫດຮ້າຍຫຼາຍ

ໃນຝັນນັ້ນ ຂ້າພະເຈົ້າຖືກຂັງໄວ້ໃນລົດຕູ້ເກົ່າໆ ຄັນນຶ່ງທີ່ພາຍໃນໂລ່ງໆ ບ່ອນນັ່ງຖືກຍ້າຍອອກໄປໝົດ ຈື່ໄດ້ວ່າມີແສງແດດສ່ອງມາຈາກດ້ານນອກ ເວລານັ້ນໜ້າຈະປະມານບ່າຍສາມໂມງ

ເຫດການທີ່ເຮັດໃຫ້ຕົກໃຈກໍຄື ໃນຝັນ ໃນລົດຄັນນັ້ນມີໝາໂຕນຶ່ງ ແລະແມວອີກໂຕນຶ່ງ ໝາເປັນໝາສີຂາວ ໂຕບໍ່ໃຫຍ່ຫຼາຍ ເປັນພັນທີ່ມີຂົນຫຼາຍພໍສົມຄວນ ສ່ວນແມວ ເປັນແມວໂຕນ້ອຍ ສີດຳຂາວ ໝາໄລ່ກັດແມວ ເຊິ່ງໃນຕອນທຳອິດ ກໍບໍ່ຮູ້ວ່າມັນຈະຮຸນແຮງເຖິງຂັ້ນທີ່ໝາກັດຫູຂ້າງນຶ່ງຂອງແມວອອກໄປ…

ໃນຕອນນັ້ນຕົກໃຈ ບໍ່ຄິດວ່າຈະເຮັດຂະໜາດນັ້ນ ສ່ວນແມວກໍຮ້ອງສຽງດັງຄືກັບວ່າເຈັບປວດຫຼາຍ ພໍສັງເກດດີໆ ແລ້ວກໍພົບວ່າ ຕາຂອງແມວຖືກກັດອອກໄປນຳ ເຮັດໃຫ້ມັນບໍ່ສາມາດໜີໄປທາງໃດໄດ້ເລີຍ

ຢູ່ໆ ພາບຕັດອອກມານອກລົດ ພົບຍາດຕິພີ່ນ້ອງຫຼາຍຄົນກຳລັງຈະໄປບ່ອນໃດບ່ອນນຶ່ງນຳກັນ…


ເຂົ້າ​ໝົດ​ກ່ອນ

ຂຽນໂດຍ au8ust
ເມື່ອ 5:48 am
March 9, 2014
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,551 ຄັ້ງ

ມື້​ຄືນ​ຝັນ​ແປກ​ໆ ຝັນ​ວ່າ​ໄປ​ບໍ​ລິ​ສັດ​ທີ່​ເຮັດ​ວຽກ​ຢູ່ ແຕ່​ເປັນ​ສາ​ຂາ​ຫຍັງ​ຈັກ​ຢ່າງບໍ່​ຄຸ້ນ​ຕາ ໄປ​ພະ​ແນກ​ນັ້ນ​ນີ້​ຈົນ​ຮອດ​ໂມງ​ກິນ​ເຂົ້າ ແລ້ວ​ກໍ​ໄປ​ກິນ​ເຂົ້າ ແຕ່​ປາ​ກົດ​ວ່າ​ເຂົາ​ຕັກ​ມາ​ໃຫ້​ໜ້ອຍ​ນຶ່ງ​ແລ້ວ ກໍ​ຄິດ​ວ່າ​ຊິ​ໄດ້​ຄົບ ແຕ່ບໍ່​ຄົບ ກໍ​ເລີຍ​ໄດ້​ລົງ​ໄປ​ຕັກ​ໃໝ່ ໄປ​ຮອດ​ລະ​ອາ​ຫານ​ໝົດ​ລະ ເຫຼືອ​ແຕ່​ຢ່າງ​ລະ​ໜ້ອຍ ນ້ຳ​ແກງ​ກໍ​ບໍ່​ມີ​ແລ້ວ ກໍ​ເລີຍ​ໄດ້​ແຕ່​ຕັກ​ເທົ່າ​ທີ່​ມີ​ມາ ແປກ​ດີ…


ປະຕິເສດໃນຝັນ

ຂຽນໂດຍ au8ust
ເມື່ອ 7:56 am
February 7, 2014
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,404 ຄັ້ງ

ບາງທີ ມັນອາດເປັນຄວາມຈິງທີ່ແມ່ນແຕ່ໃນຝັນກໍຍັງຄົງຢືນຢັນຄຳເກົ່າ

ຝັນວ່າເປັນເຫດການທີ່ຍາວນານທີ່ເກີດຂຶ້ນໃນຝັນຫຼັງຈາກເລື່ອງລາວທັງໝົດທີ່ຜ່ານມາ

ບໍ່ວ່າຈະພະຍາຍາມເທົ່າໃດ ເຈົ້າກໍຍັງຄົງຢືນຢັນຄຳເກົ່າ

ມັນຄົງເປັນແບບນັ້ນ ທັງໃນຝັນ ແລະໂລກຂອງຄວາມເປັນຈິງ ຕະຫຼອດໄປ

ໃນຝັນ ຂ້ອຍຢ້ຳໆກັບໂຕເອງວ່າຈະບອກເຈົ້າວ່າ “ເຖິງວ່າການລໍຄອຍນີ້ຈະບໍ່ມີຜົນ ແຕ່ກໍຢາກໃຫ້ຮູ້ວ່າຈະຖ້າຈົນຮອດມື້ສຸດທ້າຍ”


Just you

ຂຽນໂດຍ au8ust
ເມື່ອ 8:22 am
January 3, 2014
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 7,838 ຄັ້ງ

ຝັນເຫັນໂຕເອງອີກແລ້ວ…

ຝັນວ່າມັນເປັນເວລາໃນອະນາຄົດ ໂຕເອງປ່ຽນໄປຫຼາຍ ຜ່ານຫຍັງຫຼາຍ ແຕ່ກໍຍັງບໍ່ມັກອ້າຍຄືເກົ່າ

ໃນໃຈຕອນນັ້ນໄດ້ແຕ່ຫ່ວງໃຍ ເພາະຕໍ່ໃຫ້ຈະຊັງແນວໃດ ກໍຍັງຮູ້ສຶກດີນຳ

ບໍ່ໜ້າຈະເປັນແບບນັ້ນເລີຍເນາະ…


ຝັນໃນຄືນຂ້າມປີ

ຂຽນໂດຍ au8ust
ເມື່ອ 9:25 am
January 1, 2014
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,587 ຄັ້ງ

ຝັນວ່າ ຢູ່ໃນຍານອົບພະຍົບຄົນ ໂດຍມີຄົນຈຳນວນຫຼາຍໄປນຳກັນ ແລະໃນລະຫວ່າງນັ້ນກໍບິນໄປຢູ່ໃນຕຶກແຫ່ງນຶ່ງ ແລ້ວຫົວໜ້າກໍໂຍນເຄື່ອງຂອງມາໃຫ້ ໂດຍທີ່ເຮົາເປັນຄົນຮັບໄວ້ໄດ້ຫຼາຍເຕີບ

ບາງອັນກໍຕົກແຕກ ຮັບບໍ່ທັນ ບາງອັນກໍຮັບໄດ້ ເຊິ່ງສ່ວນໃຫຍ່ກໍຮັບໄດ້ນັ້ນລະ

ເຄື່ອງທີ່ໂຍນມາ ມັນມາໄວຫຼາຍ ມີທັງຖ້ວຍ, ຈອກ ໄປຈົນເຄື່ອງໃຫຍ່ໆ ຫຼາຍຢ່າງ

ກໍແປກດີ.


ເລນພລາສຕິກ

ຂຽນໂດຍ au8ust
ເມື່ອ 10:28 am
December 10, 2013
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,403 ຄັ້ງ

ຄິດເລື່ອງເລນຫຼາຍ ຈົນເກັບໄປຝັນ

ຝັນວ່າສົ່ງເລນໄປແປງນຳອີກເຈົ້ານຶ່ງ ລາຄາມີແຕ່ $350 (ຈາກປົກກະຕິ $650) ປາກົດວ່າສົ່ງເລນກັບມາແລ້ວ ເຂົາເອົາພລາສຕິກມາເຮັດ housing ມັນ ໂອຍ ເນາະ ອ່ອນປວກປຽກໄປໝົດ =_=

ແລ້ວຊິໃຊ້ໄດ້ບໍ່ນິ… ຕື່ນມາດີໃຈ ໃຄແຕ່ຝັນບໍ່ແມ່ນແທ້ -“-


ອາຍຸສັ້ນ

ຂຽນໂດຍ au8ust
ເມື່ອ 3:25 am
November 28, 2013
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,491 ຄັ້ງ

ຄືນນີ້ຝັນວ່າ ພົບວ່າໂຕເອງເປັນມະເຮັງໄລຍະສຸດທ້າຍ ແລະອີກບໍ່ດົນກໍຈະຕ້ອງຈາກໂລກນີ້ໄປແລ້ວ ກໍເລີຍພະຍາຍາມຕິດຕໍ່ຫາ ເຊິ່ງກໍແປກ ແປກບ່ອນເຈົ້າກໍລົມນຳດີ ໃຫ້ໄປຫາໄດ້ ທຸກຢ່າງກໍຖືກນຳມາ mix ກັນໄປໝົດ

ສົງໄສຄິດຫຼາຍ.


a dream of you

ຂຽນໂດຍ au8ust
ເມື່ອ 3:26 am
November 23, 2013
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,375 ຄັ້ງ

ຝັນເຫັນເຈົ້າອີກຄັ້ງນຶ່ງ ໃນຝັນ ເຮົາໄດ້ຢູ່ໃກ້ໆກັນ ເຈົ້າຍັງຄົງເຄືອງຂ້ອຍ ຂ້ອຍຢູ່ໃກ້ເຮົາ ຫອມແກ້ມເຈົ້າ ຖາມເຈົ້າວ່າ ຕ້ອງຄອບກ່ອນໄປບໍ່? ແລ້ວຂ້ອຍກໍຍິ້ມໃຫ້ ແລ້ວລຸກອອກໄປ

ມັນຄົງເປັນໄດ້ພຽງຝັນ… ຕະຫຼອດໄປ


Just you… in my dream

ຂຽນໂດຍ au8ust
ເມື່ອ 3:26 am
October 15, 2013
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,391 ຄັ້ງ

ເປັນເທື່ອທຳອິດທີ່ຝັນເຫັນໂຕເອງ…

ໃນຝັນນັ້ນ ກຳລັງເບິ່ງແວ່ນຢູ່ ແລ້ວເຫັນເຈົ້າຢູ່ທາງຫຼັງ ເຈົ້າທັກມາ ກໍເລີຍຫັນໄປເບິ່ງ ແລ້ວເຈົ້າກໍຍ່າງໄປ ຈຶ່ງນຳໄປ

ຖາມເຈົ້າວ່າ ເຮົາກັບມາເປັນຄືເກົ່າໄດ້ບໍ່

ເຈົ້າຕອບວ່າ ເປັນຫຍັງກໍໄດ້ ຍົກເວັ້ນເປັນຄືເກົ່າ

ແລ້ວຝັນນັ້ນກໍຫາຍໄປ

ບໍ່ຮູ້ຄືກັນວ່າຮູ້ສຶກແນວໃດ… ຮູ້ພຽງແຕ່ ດີແລ້ວທີ່ຢ່າງນ້ອຍ… ກໍຍັງໄດ້ເຫັນ ແລະໄດ້ລົມກັນ ເຖິງວ່າຈະເປັນພຽງໃນຝັນກໍຕາມ.


 
« Previous Entries  

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard