ຝັນແປກໆ ມື້ຄືນ ຕື່ນມາກໍລືມ ແຕ່ມາຄຶດອອກອີກເທື່ອນຶ່ງຕອນໃກ້ຈະປິດຮ້ານໄປນອນໃນມື້ຕໍ່ມາ ໃນຝັນຂອງມື້ຄືນວານນີ້ນັ້ນ ຝັນວ່າໄປໂຮງແຮມແຫ່ງນຶ່ງ ເຊິ່ງເປັນໂຮງແຮມທີ່ກຳລັງຈະປິດກິດຈະການ ແຕ່ບໍ່ມີໃຜບອກ ທຳອິດເຂົ້າໄປຊອກຫາພະນັກງານຕ້ອນຮັບບໍ່ເຫັນກໍແປກໃຈ ແລ້ວຈາກນັ້ນກໍປະສົບກັບເຫດການຕ່າງໆ ນານາ ຕັ້ງແຕ່ຖືກໄລ່ຂ້າໄປຈົນໜີເອົາໂຕລອດ ແຕ່ກໍບໍ່ຮູ້ຕອນຈົບເປັນແນວໃດ.
ແປກດີ.
ຝັນແປກໆ ຝັນວ່າໄປຫາໝໍ ໝໍຄົນນີ້ບໍ່ແມ່ນໝໍທຳມະດາ ເປັນໝໍພິເສດ ຊິເອີ້ນວ່າໝໍຜີກໍບໍ່ແມ່ນ ເພາະລາວບໍ່ໄດ້ເຮັດປຸກເສກ ແຕ່ເຮັດແນວໃດກໍບໍ່ຮູ້ນຳ ເອົາເປັນວ່າ ໄປຫາເພື່ອໃຫ້ແກ້ໄຂບັນຫາໃຫ້ຄົນອື່ນ ເຊິ່ງກໍເປັນບັນຫາຍຳຮວມມິດຂອງຄອບຄົວນຶ່ງທີ່ເຮັດສິ່ງບໍ່ດີໃຫ້ຄົນອື່ນ ແລະຄອບຄົວນັ້ນກໍມີຄົນທີ່ເຄີຍພົບເຫັນໃນຊີວິດໄປຍຳຮວມກັນຢູ່ຫຼາຍຍຍຍຍ ຈົນຮູ້ສຶກວ່າ ເອ໊ະ ນີ້ມັນແມ່ນຫຍັງກັນ =”=
ຝັນນີ້ເກີດຂຶ້ນຈາກສິ່ງທີ່ຄຶດຢູ່ໃນທຸກໆ ມື້ອີ່ຫລີ
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ