a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ລືມຝັນ

ຂຽນໂດຍ au8ust
ເມື່ອ 10:35 pm
December 17, 2013
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 2,531 ຄັ້ງ

ບໍ່ໄດ້ແມ່ນລືມວ່າຕ້ອງຝັນໃດ.. ແຕ່ວ່າລືມວ່າຝັນວ່າຫຍັງ!

ຮູ້ສຶກວ່າຈະກ່ຽວກັບເຈົ້າ ແຕ່ວ່າຝັນຕອນຫົວແລງ ແລ້ວກໍຕື່ນມາໄປປະຊຸມ ກໍເລີຍລືມເອົາຊື່ໆ ນີ້ລະໜໍເພິ່ນວ່າ ຄວາມຝັນນັ້ນແສນສັ້ນ!

ແຕ່ເຖິງວ່າຈະຈື່ລາຍລະອຽດບໍ່ໄດ້ ກໍພໍຈື່ໄດ້ຢູ່ວ່າ ໃນຝັນນັ້ນມີໃຜຈັກຄົນນຶ່ງທີ່ຢາກເຫັນຢູ່ນຳ 🙂


ບໍ່ໄດ້ຝັນຂ້າມປີ!

ຂຽນໂດຍ au8ust
ເມື່ອ 3:27 am
July 15, 2013
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 2,531 ຄັ້ງ

ທີ່ຈິງຫົວຂໍ້ບໍ່ກ່ຽວຫຍັງປານໃດ ຮາຮາ ພຽງແຕ່ຕະຫລົກຕອນນັ້ນມີໃຜຈັກຄົນທ້ວງວ່າ ບໍ່ເຫັນອັບເດດລະ ດຽວນີ້ບໍ່ຝັນແລ້ວຫວາ?

ຮາຮາ… ກໍຝັນຢູ່ ແຕ່ບໍ່ຄ່ອຍໄດ້ຂຽນແລ້ວ ຊັ້ນກໍເລີ່ມຂຽນມື້ນີ້ເລີຍລະກັນເນາະ!

ມື້ນີ້ນອນຕອນສວາຍ ຝັນວ່າຖືກຈັບໄປໃສກໍບໍ່ຮູ້ ມີໝູປ່າ ກັບເສືອໂຕນ້ອຍໆ ມາໄລ່ຢູ່ ຖືກໝູປ່າງັບແຂນ ຍັງເບິ່ງຢູ່ຊິຕິດພະຍາດນຳມັນບໍ່ນິ =_=

ແລ້ວກໍໜີອອກໄປໄດ້ ໄປຕົກຢູ່ຂະບວນລົດທີ່ຊິໄປໃສຈັກບ່ອນ ຄ້າຍໆປະມານວ່າໜີກັບເຂົ້າເມືອງໄດ້ ແລ້ວກໍຢູ່ເທິງຫຼັງລົດຫຍັງກໍບໍ່ຮູ້ ຄືໆກັບຊິເປັນຂະບວນລົດໄຟທີ່ຮຽງກັນຫຼາຍໆຂະບວນ ແລ້ວກໍມີຄົນໂຍນອາຫານມາ ແລ້ວກໍນັ່ງກິນນຳກັນ ມີເຂົ້າໜຽວນຳ

ສົງໄສວ່າຈັ່ງຊີ້:

  1. ບໍ່ໄດ້ເຫັນພັບດົນແລ້ວ ກໍເລີຍຝັນວ່າຖືກໝາກັດ ແຕ່ຈິນຕະນາການໃນຝັນແປງໃຫ້ເປັນໝູແທນໝາ ເພາະມື້ວານໄປກິນເຝີຊີ້ນໝູ
  2. ຢູ່ Mountain View ສອງອາທິດບໍ່ໄດ້ກິນເຂົ້າໜຽວ ກໍເລີຍຄິດຮອດເກັບໄປຝັນ

ຮືມມມ! ໜ້າຈະເປັນໄປໄດ້!


ຂ້າມຝັນ

ຂຽນໂດຍ au8ust
ເມື່ອ 9:47 am
August 15, 2010
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 1,398 ຄັ້ງ

ຄັ້ງສຸດທ້າຍທີ່ຂຽນເລື່ອງໃນບລັອກນີ້ກໍວັນທີ ໓໑ ມີນາ ກໍຖືວ່າຮ້າງໄປດົນພໍສົມຄວນ ນັບໄປນັບມາແລ້ວກໍປະມານ ໑໓໗ ມື້ທີ່ບໍ່ໄດ້ອັບເດດບລັອກ.

ໄລຍະນີ້ມັນກໍແປກໆ ຕັ້ງແຕ່ຍ້າຍມາຢູ່ວຽງຈັນ ກໍບໍ່ຄ່ອຍໄດ້ຝັນ ຫຼືຝັນແລ້ວກໍມັກລືມໆ ເພາະຕື່ນສວາຍ ບໍ່ຄືແຕ່ກ່ອນທີ່ຕື່ນ 5-6 ໂມງເຊົ້າ ດຽວນີ້ຕື່ນເອົາ 8-9 ໂມງທຸກມື້ ຍົກເວັ້ນມື້ໄປວຽກຖ່າຍທຳຕອນເຊົ້າໆ.

ພິມຮອດນີ້ກໍເກືອບລືມວ່າມື້ຄືນຝັນຫຍັງ ນັ່ງຄຶດຢູ່ສອງວິນາທີຈຶ່ງຄຶດອອກສ່ວນນຶ່ງວ່າ ຝັນວ່າຖືກຕຳຫຼວດກັກລົດຍ້ອນຂີ່ລ່ວງໄຟແດງ ເພາະກຳລັງເດີນທາງໄປໄປສະນີ ເພື່ອໄປເອົາເຄື່ອງທີ່ມີຄົນຝາກມາ. ຄວາມແປກປະຫຼາດກໍຄື ເຄື່ອງທີ່ຝາກມາຮອດນັ້ນ ແມ່ນວັນເສົາ ເຊິ່ງປົກກະຕິໄປສະນີບໍ່ໜ້າຈະເຮັດວຽກ ແຕ່ເຈົ້າໜ້າທີ່ໄປສະນີແຈ້ງວ່າ ມີເຄື່ອງມາ 2 ຫໍ່ ໃຫ້ໄປເອົາທີ່ຊ່ອງ 12 ຫຼືຊ່ອງສຸດທ້າຍ.

ໃນຕອນທີ່ຖືກກັກລົດນັ້ນ ຕຳຫຼວດໃຫ້ເອົາລົດເຂົ້າໄປໄວ້ໃນບ້ານທີ່ເປັນກະຕູບຫຼັງນຶ່ງ ເຮັດດ້ວຍດິນ ຄ້າຍໆ ເຮືອນຂອງຊາວຈີນຕອນລຸ່ມ.

ແຕ່ກໍບໍ່ແປກ ດັ່ງທີ່ເຄີຍຂຽນໄປໃນຫຼາຍໆ ຕອນກ່ອນໜ້ານີ້ແລ້ວວ່າ ຄວາມຝັນມັກຈະສະທ້ອນສິ່ງທີ່ເຮົາຄຶດ ຫຼືກັງວົນໃຈຢູ່ ເຊິ່ງກໍແມ່ນແທ້ ເພາະເລື່ອງເຄື່ອງຈາກໄປສະນີ ຫຼືເລື່ອງລ່ວງໄຟແດງ ແລະຕຳຫຼວດກັກ ລ້ວນແຕ່ເປັນສິ່ງທີ່ຜູ່ຂຽນມີຄວາມກັງວົນໃຈຢູ່ເນືອງນິດນັ້ນເອງ.


“ຜີອຳ” ຕອນທີ ໑

ຂຽນໂດຍ au8ust
ເມື່ອ 10:28 pm
November 1, 2009
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 1,438 ຄັ້ງ

ບົດຄວາມຈາກພັນທິບ ກະທູ້ X8426057 ໜ້າສົນໃຈດີ ຈຶ່ງເອົາມາລົງ ;)

ຄຳຖາມທຳອິດ

ເປັນຫຍັງຕື່ນມາແລ້ວເຄື່ອນໄຫວຄີງບໍ່ໄດ້ ຜີອຳຫຼືບໍ່?

ອາການນີ້ເອີ້ນວ່າ Sleep paralysis ມັນເປັນອາການຄ້າຍກັບການເກີດກ້າມເນື້ອອຳມະພາດໃນຊ່ວງ REM sleep (REM atonia) ເຊິ່ງພົບຢູ່ໃນຄົນທົ່ວໄປ ໂດຍ REM atonia ນີ້ພໍຕື່ນມີສະຕິຂຶ້ນມາ ກໍຈະເຄື່ອນໄຫວແຂນຂາໄດ້ ແຕ່ຫາກເກີດອາການ Sleep paralysis ຈະພົບວ່າເມື່ອຕື່ນຂຶ້ນມາຈາກຊ່ວງ REM ເຮົາມີສະຖຕິແລ້ວ ຮ່າງກາຍຈະຍັງຢູ່ໃນພາວະອຳມະພາດຢູ່ ຮ່າງກາຍຈະເກີດອຳມະພາດແບບນັ້ນໄປອີກຫຼາຍວິນາທີຈົນເຖິງຫຼາຍນາທີ.

ນອກຈາກຈະເຄື່ອນໄຫວບໍ່ໄດ້ແລ້ວ ຍັງພົບວ່ເາກີດປະສາດຫຼອນຂຶ້ນນຳໃນຂະນະທີ່ເຄີ້ມໆ ຈະຕື່ນ (Hypnopompic or Hypnagogic) ແລະມີຄວາມຮູ້ສຶກເກີດອັນຕະລາຍ (acute sense of danger).

ຈາກການເກີດພາບຫຼອນນີ້ ເຮັດໃຫ້ນັກວິທະຍາສາດບາງກຸ່ມໃນມາໃຊ້ອະທິບາຍການເຫັນຜີ ແລະປະສົບການຖືກລັກພາໂຕໂດຍມະນຸດຕ່າງດາວ.

ກົນໄກການເກີດ ຍັງບໍ່ຮູ້ແນ່ຊັດ

ປັດໄຈທີ່ຄາດວ່າຈະເກີດພາວະ Sleep Paralysis ໄດ້ແກ່:

  1. ນອນຫງາຍ (Sleeping in a face upwards or supine position)
  2. ນອນບໍ່ເປັນເວລາ (Irregular sleeping schedules; naps, sleeping in, sleep deprivation)
  3. ມີຄວາມຄຶດຫຼາຍ (Serious)
  4. ການປ່ຽນສິ່ງແວດລ້ອມ ຫຼືວິຖີຊີວິດ (Sudden environmental/lifestyle changes)
  5. ຝັນແບບທີ່ຮູ້ໂຕວ່າກຳລັງຝັນ (Lucid dream)

ເປັນເລື້ອຍໆ ຈະແກ້ແນວໃດ?

  1. ຫຼຸດຜ່ອນຄວາມຄຶດລົງ
  2. Making Mental Movements and Making Small Movements  ເນື່ອງຈາກອາການອຳມະພາດເປັນແບບຊົ່ວຄາວ ດັ່ງນັນ້ ຄວນຕັ້ງສະຕິ ຢ່າຕົກໃຈ ແລ້ວຄ່ອຍໆ ເຄື່ອນໄຫວໂຕເທື່ອລະໜ້ອຍ ເຊັ່ນ ນິ້ວມື ແລະນິ້ວຕີນ.
  3. ປ່ຽນທານອນ ຈາກນອນຫງາຍເປັນນອນສະແຄງຂ້າງເປັນຕົ້ນ.

ຄວາມກັງວົນຈົນເປັນເຫດໃຫ້ຝັນ

ຂຽນໂດຍ au8ust
ເມື່ອ 6:51 am
November 23, 2008
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 1,468 ຄັ້ງ

ໄລຍະຫຼາຍມື້ມານີ້ ຂ້າພະເຈົ້າມັກຈະຝັນ ຝັນແຕ່ເລື່ອງຊ້ຳ ໆ ກັນ ກ່າວຄືເປັນໄປໃນກໍລະນີດຽວກັນ ໃນຝັນຕ່າງ ໆ ນັ້ນ ຂ້າພະເຈົ້າພົບວ່າມີເລື່ອງເກີດຂຶ້ນ ເປັນເລື່ອງທີ່ຕົນຢ້ານວ່າຈະເກີດຂຶ້ນໃນຊີວິດຈິງ ແຕ່ມັນບໍ່ເກີດ ມັນພັດໄປເກີດຂຶ້ນໃນຄວາມຝັນ ນີ້ເປັນສາເຫດມາຈາກຄວາມຄຶດໃນເວລາຕື່ນ ຄົນເຮົາຄຶດ ໆ ໆ ແລ້ວກໍ່ຄຶດ ຈາກນັ້ນມັນຄຶດບໍ່ອອກ ມັນກໍ່ເກັບໄປຝັນ ຝັນແບບນີ້ສ້າງຄວາມທຸກໃຈໄດ້ເປັນຢ່າງດີ

ຍັງກ່ອນ ມັນຍັງມີຂໍ້ດີ ເຖິງແມ່ນວ່າໃນຝັນນັ້ນ ເຮົາຈະໄດ້ພົບກັບຄວາມຈິງ (ທີ່ບໍ່ຈິງ) ວ່າເລື່ອງທີ່ບໍ່ຢາກໃຫ້ເກີດນັ້ນ ໄດ້ເກີດຂຶ້ນແລ້ວ ມັນອາດຈະເປັນເລື່ອງບໍ່ດີຫຼາຍກວ່າເລື່ອງດີ ເພາະຖ້າເປັນເລື່ອງດີ ເຮົາກໍ່ບໍ່ໜ້າຈະໄປກັງວົນຫຍັງຫຼາຍ. ຂໍ້ດີຂອງການຝັນແບບນີ້ກໍ່ຄື ເຮັດໃຫ້ຮູ້ວິທີຮັບມືກັບມັນ ໃນຝັນຂອງຂ້າພະເຈົ້າພົບວ່າ ຕົວເອງພະຍາຍາມຫາທາງແກ້ໄຂ ຮວມເຖິງສິ່ງທີ່ເກີດຂຶ້ນໃນຝັນນັ້ນ ໄດ້ບົ່ງບອກເຖິງຄວາມຈິງພາຍໃນຈິດໃຈວ່າ ຮອດເວລາທີ່ເກີດເລື່ອງບໍ່ດີຂຶ້ນແລ້ວ ເຮົາຈະສະແດງອອກແນວໃດນັ້ນເອງ


ການຈື່ຈຳຄວາມຝັນ

ຂຽນໂດຍ au8ust
ເມື່ອ 7:27 am
October 8, 2008
ໃນໝວດ ສົນທະນາ
1 comment ຖືກເປີດອ່ານແລ້ວ 1,617 ຄັ້ງ

ໄລຍະຫຼັງມານີ້ເວລານອນຈະຝັນ ແຕ່ບໍ່ອາດຈະຈື່ຈຳຄວາມຝັນຂອງຕົວເອງໄດ້ ກໍ່ແປກດີ ອາດຈະເປັນເພາະວ່າມີຄວາມອ່ອນເພຍຈົນເກີນໄປ ຈຶ່ງບໍ່ຈື່ວ່າຝັນຫຍັງ ຫາກແຕ່ພໍຈະຄິດໄດ້ວ່າຝັນກ່ຽວກັບຫຍັງ ເຖິງບໍ່ສາມາດຈຳແນກລາຍລະອຽດໄດ້ກໍ່ຕາມ

ຖ້າຄົນເຮົາບໍ່ຝັນເລີຍ ຈະເປັນແນວໃດເນາະ…


ບໍ່ຮູ້ເລື່ອງນຳ

ຂຽນໂດຍ au8ust
ເມື່ອ 10:16 pm
July 23, 2008
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 1,471 ຄັ້ງ

ໂດຍປົກກະຕິແລ້ວ ຂ້າພະເຈົ້າຈະບໍ່ຄ່ອຍມີອາການແບບນີ້ ແຕ່ວ່າ ສົງໄສມັນບໍ່ປົກກະຕິ ມີຢູ່ມື້ຫນຶ່ງ ໃນຕອນໃກ້ຮຸ່ງ ຍາມນັ້ນ ບໍ່ຈື່ຄັກວ່າຝັນເລື່ອງຫຍັງ ແຕ່ກ່ຽວກັບ Computer Programming ນີ້ລະ ວ່າຕ້ອງໄດ້ Compile ກ່ອນຈຶ່ງໃຊ້ໄດ້ ພໍຮອດໂມງຕື່ນ ຕື່ນປະມານ ໕ ໂມງເຊົ້າ ກໍ່ຕື່ນມາເວົ້ານຳພັນລະຍາວ່າ ເຮັດແບບນັ້ນບໍ່ໄດ້ເດີ້ ຕ້ອງໄດ້ Compile ກ່ອນຈຶ່ງໃຊ້ໄດ້ ພັນລະຍາກໍ່ຈັກເປັນແນວໃດ ຕອບວ່າ ເອີ ໆ ແລ້ວຂ້າພະເຈົ້າກໍ່ນອນຕໍ່ ຕື່ນມາອີກຄັ້ງຖາມລະເພິ່ນຫົວ ໆ ຢູ່ວ່າຂ້າພະເຈົ້າຈັກແມ່ນເວົ້າຫຍັງ ບໍ່ຮູ້ເລື່ອງນຳ 😛


ຄວາມຝັນ

ຂຽນໂດຍ au8ust
ເມື່ອ 12:56 pm
May 8, 2008
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 2,098 ຄັ້ງ

ຄົນເຮົາເກີດມາໃຜກໍ່ເຄີຍຝັນ ຝັນຫນ້ອຍ ຝັນຫລາຍ ຝັນຮ້າຍ ຝັນດີ ຝັນມີສາລະ ຝັນຫາສາລະບໍ່ໄດ້ ຯລຯ ຝັນແນວໃດກໍ່ວ່າໄປ ຄົນເຮົາ ຕ່າງມີຄວາມຝັນ ພຽງແຕ່ ຄົນທີ່ຝັນອາດຈະບໍ່ຈື່ຄວາມຝັນຂອງຕົນເອງ ຢ່າວ່າແຕ່ຄົນປົກກະຕິເລີຍທີ່ຝັນ ຄົນຕາບອດກໍ່ຝັນ ຄົນຫູໜວກກໍ່ຍັງຝັນ ຄົນພິການກໍ່ຍັງຝັນ ບາງຄັ້ງຖ້າສັງເກດ ຈະເຫັນວ່າ ຫມາແມວໃກ້ບ້ານມັນກໍ່ຝັນ ຝັນລ້າ ໆ ບໍ່ພໍ ມີການລະເມີເພີ້ໄປຕາມຄວາມຝັນນຳ ໂອ… ມັນຊ່າງເປັນໄປໄດ້ຫນໍຄວາມຝັນນີ້


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard