a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຈັງຫວະຝັນ

ຂຽນໂດຍ au8ust
ເມື່ອ 3:28 am
June 18, 2013
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 7,873 ຄັ້ງ

ມື້ຄືນນີ້ນອນແລ້ວຝັນຍາວເລີຍ ຝັນຫຼາຍອັນຫຼາຍແນວ ແຕ່ວ່າມີຈຸດນຶ່ງທີ່ເຮັດໃຫ້ຮູ້ສຶກວ່າແປກ ແປກເພາະວ່າເຮົາຫາກໍສັງເກດວ່າມັນເກີດຂຶ້ນໄດ້ໃນຝັນ

ສົມມຸດເວລາເຮົາເບິ່ງໜັງ ເຮົາຈະເຫັນວ່າໃນໜັງມັນຈະມີຈັງຫວະການເລົ່າເລື່ອງ ຈະບໍ່ເລົ່າເປັນເສັ້ນຊື່ (ແຕ່ກໍມີບາງເລື່ອງເລົ່າເປັນເສັ້ນຊື່ໃດ -”-) ແຕ່ຈະເລົ່າແບບມີລີລາ ນຳສະເໜີອັນນີ້ກ່ອນແລ້ວຄ່ອຍອັນນັ້ນ ຈາກນັ້ນຕາມດ້ວຍຄວາມຈິງທີ່ຖືກເຊື່ອງໄວ້

ໃນຝັນກໍເປັນຄືກັນ ອາດຈະເປັນຍ້ອນພູມຫຼັງຂອງຜູ່ຝັນແມ່ນເຮັດກ່ຽວກັບໜັງ ກໍເລີຍເອົາຈັງຫວະຂອງໜັງໄປໃສ່ໃນຝັນນຳ

…ເອ໊ະ! ຕໍ່ໄປຊິມີຝັນຫັກມຸມບໍ່ນິ!!!


ກຳປູເຈຍກັບຫວຽດນາມ

ຂຽນໂດຍ au8ust
ເມື່ອ 3:32 am
February 19, 2012
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,593 ຄັ້ງ

ມື້ຄືນນີ້ໄປກິນເຂົ້ານຳໝູ່ແລ້ວກໍລົມເລື່ອງໄປກຳປູເຈຍ ວ່າຢາກໄປນຳ ລົມໄປລົມມາກໍພາກັນກັບບ້ານ ກັບມາຮອດບ້ານມາເບິ່ງຮູບຢູ່ຫວຽດສະໄໝປີ​ 1910 ກໍແປກດີ ເບິ່ງຄືປະເທດຈີນຫຼາຍກວ່າຫວຽດນາມ ເບິ່ງແລ້ວໆ ກໍໄປນອນ

ຕອນໄປນອນລະຝັນວ່າໄປກຳປູເຈຍລະເຈິຄົນຫວຽດ -”-


ຄວາມສົນໃຈ

ຂຽນໂດຍ au8ust
ເມື່ອ 9:41 am
September 2, 2009
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,584 ຄັ້ງ

ເວລາທີ່ເຮົາສົນໃຈຫຍັງ ຄຶດ ຫຼືເຮັດຫຍັງຫຼາຍໆ ເຮົາມັກຈະເກັບໄປຝັນສະເໝີ ລອງສັງເກດເບິ່ງ ຫາກວ່າຢູ່ໃນຊ່ວງໄລຍະສອບເສັງ ກໍອາດຈະຝັນກ່ຽວກັບຂໍ້ສອບເສັງ ຫຼືຫ້ອງເສັງ ຫຼືແມ່ນແຕ່ຝັນວ່າເສັງບໍ່ໄດ້. ກໍລະນີລັກສະນະນີ້ເປັນຄວາມວິຕົກຢ່າງນຶ່ງ ເຊິ່ງພົບເຫັນກັນໄດ້ທົ່ວໄປ.

ຂ້າພະເຈົ້າໄລຍະນີ້ກໍຮູ້ສຶກວ່າ ຈະຝັນເລື່ອງບໍ່ເປັນເລື່ອງ ເພາະວ່າຄຶດກ່ຽວກັບສິ່ງນັ້ນຫຼາຍເກີນໄປ ເຊິ່ງການຄຶດຈົນເກັບໄປຝັນແບບນີ້ ມັກຈະເປັນຜົນເສຍຫຼາຍກວ່າຜົນດີ ຫາກເກີດມີປາກົດການແບບນີ້ ຄວນຈະຄຶດໃຫ້ໜ້ອຍລົງດີກວ່າ .. ຈົບແຫຼະເນາະ :P


ການຈົດຈຳຄວາມຝັນ

ຂຽນໂດຍ au8ust
ເມື່ອ 10:31 am
August 15, 2009
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,522 ຄັ້ງ

ມື້ນີ້ໄປນອນຕັ້ງແຕ່ຍັງບໍ່ທັນສວາຍ ປະມານ 11:30AM ເພາະມື້ຄືນນອນເດິກຕື່ນເຊົ້າ ປາກົດວ່າ ຝັນໄປຮ້ອຍແປດຢ່າງ ຕັ້ງແຕ່ເລື່ອງການກໍ່ລັດຖະປະຫານ ໄປຈົນຮອດເລື່ອງສູ້ກັບແມ່ມົດ ນັບໄດ້ສາລະພັດເລື່ອງ ມີຮອດຕອນໜີການຈັບກຸມນຳອີກ.

ແຕ່ວ່າ ປະເດັນສຳຄັນແມ່ນ ເວລາທີ່ຕື່ນຂຶ້ນມານັ້ນ ຍັງສາມາດຈົດຈຳລາຍລະອຽດຕ່າງ ໆ ໄດ້ວ່າມີຈັກເລື່ອງ ຕອນນັ້ນສາມາດຮຽງລາຍການຂອງຄວາມຝັນທີ່ຜ່ານມາໃນຊ່ວງເວລາ 3 ຊມ (ຕື່ນປະມານ 2:30PM) ວ່າມີຫຍັງແດ່ ມັນເປັນລັກສະນະ Grid ບອກຊື່ຂອງຄວາມຝັນແຕ່ລະເລື່ອງ ແລະມີບາງຊ່ອງທີ່ເປັນສີຂາວລ້ວນ ໆ ຢູ່ ໝາຍເຖິງຝັນທີ່ບໍ່ຈື່ວ່າແມ່ນຝັນຫຍັງ.

ຫຼັງຈາກທີ່ຈົດຈຳຄວາມຝັນໄດ້ດັ່ງນັ້ນແລ້ວ ກໍໄດ້ຄຶດຕໍ່ໄປວ່າ ຈະລອງຈົດໄວ້ດີກວ່າ ກັນລືມ ແລະທັນໃດນັ້ນເອງກໍລືມທັນທີ! ລອງວິເຄາະເບິ່ງແລ້ວ ເວລາທີ່ເວົ້າກັບໂຕເອງວ່າ ຈະຈົດໄວ້ເພື່ອກັນລືມ ຕອນນັ້ນສະໝອງເລີ່ມປະມວນຜົນວ່າຈະຈົດດ້ວຍວິທີໃດ ເວລານັ້ນລະທີ່ logic ເລີ່ມເຮັດວຽກ ແລະຕື່ນຈາກຝັນໂດຍສົມບູນ ຈຶ່ງລືມຄວາມຝັນໄດ້ຈົນເກືອບໝົດສິ້ນ ນັບເປັນເລື່ອງທີ່ແປກ ແລະຕ້ອງທົດສອບໃນຄັ້ງຕໍ່ໄປ.


ຝັນເຫັນສາວງາມ

ຂຽນໂດຍ au8ust
ເມື່ອ 6:25 am
June 28, 2009
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,536 ຄັ້ງ

ເຂົາບອກວ່າ ຝັນເຫັນສາວງາມຖືກໃຈ ທວາຍວ່າ ຈະມີເລື່ອງໃຫ້ປະຫຼາດໃຈ ຫຼືບໍ່ທັນຕັ້ງໂຕ
ເລກນຳໂຊກໄດ້ແກ່ 24, 269, 326, 54, 325
ສີນຳໂຊກໄດ້ແດ່ ສີຟ້າເຂັ້ມ
ທິດນຳໂຊກໄດ້ແດ່ ທິດເໜືອ

ວ່າຊັ້ນນນນນ


ຝັນເຫັນຊ້າງ

ຂຽນໂດຍ au8ust
ເມື່ອ 1:07 pm
December 1, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,624 ຄັ້ງ

ຝັນວ່າ ເຫັນຊ້າງ ຍ່າງໄປມາ ທຳນາຍວ່າ ຈະໄດ້ຮັບໂຊກລາບຈາກຜູ້ໃຫຍ່ໃນໄວ ໆ ນີ້ ຖ້າຝັນໄດ້ຂີ່ຊ້າງ ຫຼືໄດ້ລູບຊ້າງ ຈະໄດ້ຮັບຂ່າວດີຈາກທາງໄກ ຫຼືໄດ້ເດີນທາງ ຖ້າຝັນວ່າຕົກຊ້າງ ຫຼືຂີ່ຊ້າງຕົກມັນອາລະວາດ ທວາຍວ່າ ຈະໄດ້ຮັບເຄາະ ຫຼືການປອງຮ້າຍຈາກສັດຕູທີ່ເໜືອກວ່າ

ຝັນເຫັນຊ້າງຕາຍ ທວາຍວ່າ ຈະໄດ້ເກີດຄວາມຮ້ອນໃຈ ໄດ້ແກ່ສັດພາຫະນະ ສັດຕູຈະປອງຮ້າຍອຸບາຍຫາເຫດຜົນ ໃຫ້ຄົນກຽດຊັງ ຕ້ອງລະວັງຕົວໃຫ້ດີ ຢ່າມີຄວາມປະໝາດ ສິ່ງອຸບາດຢ່າງພຶງກະທຳ ເວນກຳຈົງລະເວັ້ນ

ເລກສ່ຽງໂສກແມ່ນ ໑໙, ໓໙, ໑໑໙, ໑໓໙, ໓໐໙


repeating of dreams

ຂຽນໂດຍ au8ust
ເມື່ອ 8:42 pm
August 8, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,553 ຄັ້ງ

ກ່ອນຫນ້ານີ້ເຄີຍຂຽນກ່ຽວກັບເລື່ອງປ່າ ນ້ຳຕົກ ແລະການບວດ ເຊິ່ງໄດ້ກ່າວເຖິງການຝັນຊ້ຳ ໆ ກັນ ແລະໄດ້ລົງທ້າຍວ່າຈະລອງທົດສອບບາງຢ່າງເບິ່ງ ວ່າມັນເກີດຂຶ້ນຍ້ອນຫຍັງ ແຕ່ອະນິດຈາ ສັນຍາບໍ່ທ່ຽງ ພັດວ່າ ລືມຊ້ຳ ແຕ່ກໍ່ມີເຫດບັງເອີນ ເຮັດໃຫ້ໄດ້ຄົ້ນພົບບາງຢ່າງໃຫມ່ ໆ ຂຶ້ນຕື່ມ

ເຫດແມ່ນຊ່ວງນີ້ມີອາການເປັນໄຂ້ ເຈັບຫົວ ກໍ່ເລີຍນອນຕອນກາງເວັນ ແລະປະກົດວ່າ ໄດ້ຝັນເຖິງເລື່ອງທີ່ເຄີຍຝັນມາກ່ອນແລ້ວ ແຕ່ວ່າບໍ່ເຄີຍຄິດຮອດມັນເລີຍ (ຝັນແລ້ວລືມ) ແຕ່ພໍມາຝັນຮອດເລື່ອງທີ່ເຄີຍຝັນມາກ່ອນ ກໍ່ຈຶ່ງຮູ້ວ່າ ເຮົາເຄີຍຝັນເລື່ອງນີ້ມາກ່ອນແລ້ວ ເຊິ່ງກໍ່ສາມາດຕີຄວາມໝາຍໄດ້ ໓ ທາງຄື:

໑. ເປັນການຝັນຊ້ຳໂດຍບໍ່ມີມູນເຫດ
໒. ເດຈາວູໃນຝັນ
໓. ມີແຮງກົດດັນໃນສ່ວນເລິກທີ່ສຸດຂອງຈິດໃຈ

ກໍລະນີທຳອິດນັ້ນ ກໍ່ແປກດີ ທີ່ມັນຝັນຊ້ຳໄດ້ໂດຍທີ່ເຮົາບໍ່ໄດ້ຄິດລ່ວງຫນ້າມາກ່ອນ ແຕ່ກໍ່ມີປັດໃຈແວດລ້ອມເສີມກັນຢູ່ ຄືຂໍ້ ໓ ເພາະວ່າກ່ອນຫນ້ານີ້ຕັ້ງໃຈວ່າ ຈະທົດສອບວ່າຈະຝັນໃນສິ່ງທີ່ເຄີຍຝັນມາກ່ອນບໍ່ ນີ້ກໍ່ອາດເປັນສ່ວນໜຶ່ງທີ່ກົດດັນຢູ່ເລິກ ໆ ກໍ່ເປັນໄດ້ ສ່ວນຂໍ້ ໒ ທີ່ວ່າ ເປັນເດຈາວູໃນຄວາມຝັນນັ້ນ ກໍ່ມີສ່ວນວ່າຈະເປັນໄປໄດ້ເຊັ່ນດຽວກັນ

ສະຫລຸບລວມຄວາມແລ້ວ ກໍ່ຍັງບໍ່ແນ່ນອນວ່າ ການເກີດຊ້ຳຂອງຄວາມຝັນນັ້ນ ມີສາເຫດມາຈາກຫຍັງແທ້ ຄົງຕ້ອງຊອກຫາເອກກະສານອ້າງອີງເພີ່ມເຕີມຕື່ມ ເພື່ອໃຫ້ຂໍ້ມູນຄົບຖ້ວນກວ່ານີ້


ປ່າ ນ້ຳຕົກ ແລະການບວດ

ຂຽນໂດຍ au8ust
ເມື່ອ 2:25 pm
August 2, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 4,489 ຄັ້ງ

ຂ້າພະເຈົ້າມັກຈະມີຄວາມຝັນຊ້ຳ ໆ ກັນໃນເລື່ອງຄ້າຍ ໆ ກັນຫລາຍຕໍ່ຫລາຍຄັ້ງ ໃນຝັນເຫລົ່ານັ້ນ ລ້ວນແຕ່ມີຄວາມໃກ້ຄຽງກັນໃນສະຖານທີ່ ແລະເຫດການໂດຍລວມ ນັ້ນຄືຈະຕ້ອງມີອົງປະກອບຢູ່ ໓ ຢ່າງຄື:

໑. ເປັນເຫດໃນປ່າ ຫຼືຕ້ອງເດີນທາງເຂົ້າປ່າໃຫຍ່
໒. ນ້ຳຕົກ ຫຼືແຫລ່ງນ້ຳໃຫຍ່ ຮວມເຖິງການໄດ້ຂ້າມແມ່ນ້ຳອັນກວ້າງໃຫຍ່
໓. ການບວດ ທັງຂະນະທີ່ຢູ່ໃນການບວດ ແລະດຳເນີນໄປເພື່ອການໄດ້ບວດ

ຝັນເຫລົ່ານີ້ ເກີດຂຶ້ນຊ້ຳ ໆ ໃນແຕ່ລະເດືອນ ບາງເດືອນອາດຈະຝັນເລື່ອງຄ້າຍ ໆ ກັນເຖິງ ໓ ຄັ້ງ ຂ້າພະເຈົ້າພະຍາຍາມຄິດຫາເຫດຜົນວ່າ ເຫດໃດໜໍ ຄວາມຝັນເຊັ່ນນີ້ຈຶ່ງມີມາແກ່ເຮົາໄດ້ ເຊິ່ງໄດ້ຕັ້ງຂໍ້ສັງເກດວ່າ ອາດຈະເປັນເພາະຄິດກ່ຽວກັບສິ່ງເຫລົ່ານີ້ຫລາຍ ໑ ອາດຈະເປັນເພາະເຄີຍພົບເຫດການເຊັ່ນນີ້ມາກ່ອນ ໑

ຢ່າງໃດກໍ່ຕາມ ເຫດຂອງຜົນກໍ່ຍັງບໍ່ເປັນທີ່ປະກົດໃຫ້ຮູ້ເທື່ອ ແຕ່ກໍ່ຄິດວ່າ ຈະລອງທົດສອບບາງຢ່າງເບິ່ງ ອາດຈະເຮັດໃຫ້ຮູ້ໄດ້ເຖິງເຫດແຫ່ງຝັນເຫລົ່ານີ້ກໍ່ເປັນໄດ້


ການເກີດຊ້ຳຂອງຄວາມຝັນ

ຂຽນໂດຍ au8ust
ເມື່ອ 6:05 pm
June 29, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 2,007 ຄັ້ງ

ຫລາຍ ໆ ຄັ້ງເຮົາອາດຈະສັງເກດໄດ້ວ່າ ເຮົາເຄີຍຝັນແບບນີ້ແບບນັ້ນມາກ່ອນ ກໍ່ເປັນເລື່ອງທີ່ແປກດີທີ່ຄົນເຮົາຈະຝັນຕິດຕໍ່ກັນໄດ້ ປານດັ່ງວ່າເປັນຫນັງຊຸດເອົາໂລດ ມື້ນີ້ຝັນຕອນຫນຶ່ງ ມື້ຫນ້າຟ້າໃຫມ່ມາ ຝັນໄປຕອນຕໍ່ໄປ ແລະຕໍ່ ໆ ກັນໄປອີກ ແລະໃນບາງກໍລະນີຄົນເຮົາກໍ່ສາມາດຝັນໃນສິ່ງເດີມ ໆ ໄດ້ເຊັ່ນດຽວກັນ

ຂ້າພະເຈົ້າມັກຈະຝັນເຫັນສິ່ງຕ່າງ ໆ ທີ່ເຄີຍຝັນມາແລ້ວ ບາງຢ່າງກໍ່ເປັນເລື່ອງຈາກຊີວິດ ບາງເລື່ອງກໍ່ເປັນເລື່ອງທີ່ຜຸດມາຈາກຈິດໃຈສ່ວນເລິກ ເວລາຝັນ ຈະເກັບໄປຝັນນຳ ຝັນໄປຝັນມາກໍ່ຝັນກັບມາຮອດເລື່ອງເກົ່າທີ່ເຄີຍຝັນມາກ່ອນແລ້ວ ບາງຄັ້ງຄວາມຝັນນັ້ນກໍ່ມີການດຳເນີນເລື່ອງທີ່ຊ້ຳກັນເອງ ແຕ່ບາງຄັ້ງກໍ່ມີຄວາມປ່ຽນແປງໄປໃນລາຍລະອຽດຂອງຄວາມຝັນ

ແຕ່ຄົນເຮົາຈະຄິດບໍ່ວ່າ ເຫດທີ່ເຮົາຝັນຊ້ຳ ໆ ນັ້ນມັນເກີດມາຈາກຫຍັງ?


ຄວາມຝັນກັບຄົນຂີ້ລືມ

ຂຽນໂດຍ au8ust
ເມື່ອ 10:55 am
May 26, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,679 ຄັ້ງ

ຄົນເຮົານີ້ມັກຂີ້ລືມ ລືມນັ້ນລືມນີ້ ລືມຕະຫລອດ ວ່າກັນວ່າທີ່ສຸດແຫ່ງຄວາມຂີ້ລືມຄື ລືມຄວາມຝັນ ທັງໃນຊີວິດກາງເວັນ ແລະຊີວິດກາງຄືນ ຝັນໃນຊີວິດກາງເວັນຄືອຸດົມການ ວຽກງານ ແລະເປົ້າຫມາຍຕ່າງ ໆ ເຮົາອາດຈະມີຄວາມຫ້າວຫັນພຽງໃນຕອນຕົ້ນ ແລະຫມົດກຳລັງໃຈໄປໃນບັ້ນປາຍ ໃນຊີວິດກາງຄືນກໍ່ເຊັ່ນດຽວກັນ ເມື່ອຄົນເຮົາຝັນໃຫມ່ ໆ ຕື່ນຂຶ້ນມາກໍ່ຈົດຈຳລາຍລະອຽດຕ່າງ ໆ ໄດ້ເປັນຢ່າງດີ ຈື່ໄດ້ວ່າເຫັນໃຜແດ່ ລົມຫຍັງກັນ ແລະອາດຈະລະອຽດເຖິງຂັ້ນທີ່ວ່າ ໃນຝັນນັ້ນ ຄົນນັ້ນຄົນນີ້ໃສ່ເສື້ອສີຫຍັງ ແຕ່ວ່າ ເມື່ອເວລາຜ່ານໄປໄດ້ຈັກໄລຍະຫນຶ່ງ ບໍ່ເກີນເຄິ່ງມື້ ຄົນເຮົາກໍ່ລືມຄວາມຝັນນັ້ນສິ້ນໄປເສຍແລ້ວ ຊ່າງຫນ້າເສຍດາຍທີ່ຄວາມຝັນນັ້ນອາດຈະມີບາງຢ່າງທີ່ເປັນໄນຍະສຳຄັນຢູ່ພາຍໃນ ໃນຫລາຍ ໆ ຄັ້ງ ຄວາມຝັນຂອງຄົນເຮົາກໍ່ສະທ້ອນເຖິງຈິດໃຈສ່ວນເລິກຂອງເຈົ້າຂອງແຫ່ງຝັນນັ້ນ ແຕ່ເຮັດແນວໃດໄດ້ລະ? ໃນເມື່ອເຈົ້າຂອງຝັນ ລືມຝັນຕົນເອງແລ້ວ


 
« Previous Entries  

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard