ທຳມະດາ ຂພຈ ຈະບໍ່ຝັນແບບລິເກໆ ແບບນີ້ ໃນຝັນນັ້ນມັນເປັນເຫດການປະມານວ່າ ຮັກກັບຍິງຄົນນຶ່ງເຊິ່ງມີຮູບຮ່າງໜ້າຕາປານດາລາ ຫາກວ່າຈື່ບໍ່ຜິດໜ້າຈະແມ່ນຄົນທີ່ຊື່ເປັນຊື່ໝາກໄມ້ຄ້າຍຊື່ຂອງຄອມຯ ຍີ່ຫໍ້ນຶ່ງ[1].
ຄວາມແປກປະຫຼາດມັນຢູ່ບ່ອນວ່າ ທັງສອງຄົນຮັກກັນ ແຕ່ຜູ່ຍິງຄວາມຈິງຕາຍໄປດົນແລ້ວ ດັ່ງນັ້ນລາວກໍຄືຜີນັ້ນເອງ. ມັນມີຈຸດນຶ່ງທີ່ ຂພຈ ຮູ້ວ່າ ຄົນຮັກເປັນຜີ ເຊິ່ງກໍໄດ້ຕິດຕໍ່ກັບຄົນຮູ້ຈັກ (ໃນຝັນແມ່ນອ້າຍຢູ່ຮ້ານເກມ[2]) ໃຫ້ຊ່ວຍເຫຼືອ ກໍມີພິທີກຳແປກໆ ຫຼາຍຢ່າງ. ແຕ່ແປກກວ່ານັ້ນແມ່ນຢູ່ຮ້ານເກມມີຮ້ານຂອງແມ່ຢູ່ນຳ ຂາຍ bakery ເຊິ່ງພະນັກງານຄົນນຶ່ງເຮັດເຂົ້າໜົມຕົກສອງເທື່ອຕິດຕໍ່ກັນ; ຂພຈ ຈຶ່ງໄປຕໍ່ວ່າ ເພິ່ນກໍທຳທ່າບໍ່ພໍໃຈ[3].
ອ້າຍຢູ່ຮ້ານເກມກໍແນະນຳວິທີຕ່າງໆ ທີ່ຈະຫາທາງໜີອອກມາຈາກຄົນຮັກທີ່ເປັນຜີນັ້ນ. ຕາມໃນຝັນ ມີຄວາມຮູ້ສຶກເສຍໃຈຫຼາຍທີ່ເລື່ອງເປັນແບບນີ້ ໃຈນຶ່ງກໍຍັງບໍ່ເຊື່ອຄັກ ອີກໃຈກໍຄຶດວ່າ ເມື່ອເປັນຂັ້ນນີ້ແລ້ວຄົງຈະຢູ່ບໍ່ໄດ້. ເສຍດາຍທີ່ຝັນນັ້ນຕື່ນມາແລ້ວເລືອນຫາຍໄປ, ຈື່ພຽງບາງສ່ວນ ມີຕອນນຶ່ງ ຄົນຮັກທີ່ເປັນຜີລາວຍັງບໍ່ຮູ້ວ່າ ຂພຈ ຮູ້ຄວາມຈິງ ລາວຈຶ່ງມາຫາຢູ່ຮ້ານເກມ ແລະສົນທະນາກັນເລັກນ້ອຍກ່ອນ ຂພຈ ຈະຂໍໃຫ້ລາວກັບບ້ານໄປ.
ມີຈຸດນຶ່ງທີ່ຮູ້ສຶກໄດ້ແມ່ນ ຜູ່ຍິງຄົນນັ້ນມີຄວາມອາຄາດຫຼາຍ ລາວຈະບໍ່ຍອມແນ່ນອນຫາກຮູ້ວ່າ ຂພຈ ຕ້ອງການໜີໄປ; ໃນຄວາມຝັນ ຂພຈ ຫາທາງປົກປິດລາວໄວ້ຕະຫຼອດໄລຍະເວລາທີ່ມີການເຮັດພິທີ. ສ່ວນເລື່ອງຈະເປັນແນວໃດໃນຕອນຈົບກໍບໍ່ຮູ້ເລີຍ ເພາະແຂກຫ້ອງປຸກກ່ອນ!!!
—————————————————-
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ