a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຊ່ວຍຜີຕາຍ

ຂຽນໂດຍ au8ust
ເມື່ອ 6:09 am
August 26, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,345 ຄັ້ງ

ເກີດຄວາມອາເພດຂຶ້ນມາຢ່າງໃຫຍ່ ໄປຝັນວ່າໄປຊ່ວຍຜີຕາຍໃນນ້ຳ ສະຖານທີ່ເປັນໂຮງງານຮ້າງ ໄປກັບເມຍ ໄປແລ້ວມີຕອນໜຶ່ງຫລົງກັນ ແລ້ວເມຍໄປເຫັນຜີຕາຍໃນນ້ຳ ແຕ່ວ່າຟູຂຶ້ນມາຈາກນ້ຳສ້າງ ກໍ່ໄປຊ່ວຍ ເພາະນິມິດມັນເປັນລັກສະນະດັ່ງວ່າ ຄົນຈົມນ້ຳໄດ້ບໍ່ດົນ ບໍ່ທັນຄິດວ່າຕາຍມາດົນແລ້ວ ເມື່ອຊ່ວຍອອກມາໄດ້ແລ້ວເປັນແນວໃດກໍ່ບໍ່ຮູ້ນຳ ພາບຕັດໄປທີ່ຕອນມາພົບກັນອີກ ກໍ່ຍ່າງເລາະໄປຈົນສຸດຮອດທ້າຍໂຮງງານຮ້າງແຫ່ງນັ້ນ ຈຶ່ງໄດ້ພົບກັບທາງຕັນ

ຫລັງໂຮງງານຮ້າງນັ້ນແມ່ນມີລັກສະນະຄ້າຍກັບທະເລ ແລະໃນລະຫວ່າງນີ້ເອງທີ່ຜີຕົນທຳອິດ ເຊິ່ງເມຍໄປຊ່ວຍນັ້ນ ໄດ້ເລົ່າຄືນຄວາມຫລັງໃນເຫດການເຊິ່ງມີຍິງ ໖ ຄົນຕົກລົງໄປຕາຍດ້ວຍສາຍເຫດບາງປະການ…

ກໍ່ຕົກລົງວ່າຊິຊ່ວຍຜີຕາຍເຫລົ່ານີ້ ແຕ່ໃນຝັນບອກວ່າ ຕ້ອງໄປເອົາກ້ອງຖ່າຍຮູບມາຖ່າຍ ກໍ່ພາກັນແບ່ງຄົນອີກ ໒ ຄົນທີ່ມານຳກັນໃຫ້ກັບໄປຊອກກ້ອງມາ ແລ້ວກໍ່ຢູ່ຖ້າກັບໝູ່ອີກຄົນໜຶ່ງ (ຄົນທີ່ໄປແມ່ນເມຍ ກັບອີກຄົນ) ຖ້າຢູ່ດົນເຕີບ ບໍ່ເຫັນ ເກີດຄວາມສົງໄສ ພວກຜີນີ້ກໍ່ໃຈຮ້ອນ ມັນເຮັດໜ້າແບບທຸລົນທຸລາຍ ຊິຕາຍໃຫ້ໄດ້ (ປານນັ້ນວ່າຕາຍແລ້ວ ຍັງເຮັດປານບໍ່ໄດ້ຕາຍອີກ) ມັນທວງຖາມຢ້ານວ່າຄົນໄປເອົາກ້ອງຊິຫາຍໄປເລີຍ ກໍ່ເລີຍຕ້ອງໄດ້ໂທຫາ ວ່າໄປຮອດໃສແລ້ວ ກໍ່ປະກົດວ່າ ບໍ່ດົນກໍ່ມາຮອດ

ເມື່ອປົດປ່ອຍຜີເຫລົ່ານັ້ນໄດ້ແລ້ວ ພັດວ່າມັນກາຍມາເປັນຄົນປົກກະຕິ ກໍ່ເລີຍຕ້ອງພາກັບນຳ ໂດຍກັບທາງເກົ່າ ຜ່ານໂຮງງານຮ້າງແຫ່ງນັ້ນ ແລ້ວກໍ່ພົບເຫດການອີກຫຼາຍຢ່າງ ຈົນສຸດທ້າຍ ທົນບໍ່ໄຫວ ປະກອບກັບມີສຽງໂທລະສັບ ເຊິ່ງຕັ້ງໂມງປຸກໄວ້ ຈຶ່ງໄດ້ຕື່ນຂຶ້ນມາແລ້ວພົບວ່າ ໂອ້… ຄືນນີ້ຝັນໄປໄກຫລາຍ ເບິ່ງໂມງແມ່ນເວລາ ໕ ໂມງ ໒໐ ນາທີຕອນເຊົ້າ ກໍ່ເລີຍລຸກໄປອາບນ້ຳ…

ບໍ່ຮູ້ວ່າຊິໄດ້ຝັນແບບນີ້ອີກບໍ່ ແຕ່ຝັນແບບນີ້ມັນເມື່ອຍ ຖືກຜີຫລອກໃນຝັນນຳ 🙁

Tags: , , , , , ,

ຄຳຄິດເຫັນ...

ອ່ານແລ້ວຢາກບອກວ່າ...




ຄຳຄິດເຫັນ:



ກ່ຽວກັບຝັນນີ້

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


ລົງທ້າຍ
ບລັອກຄວາມຝັນຂອງຂ້າພະເຈົ້າ ໃຊ້ ເວີດເພຣສ.
"GothamNights" ອອກແບບໂດຍ EvanEckard