a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ທ່ອງທ່ຽວໃນສວນດອກໄມ້

ຂຽນໂດຍ au8ust
ເມື່ອ 8:45 am
July 18, 2011
ໃນໝວດ ໃນຝັນ
2 comments ຖືກເປີດອ່ານແລ້ວ 1,871 ຄັ້ງ

ຄືນວັນທີ 17 ກໍລະກົດ 2011 .. ຝັນວ່າໄປທ່ຽວກັບຫຼາຍຄົນ ມີຍາດຕິພີ່ນ້ອງ (ທີ່ບໍ່ຮູ້ຈັກ..​ໜ້າຈະເປັນຂອງຝ່າຍອື່ນພາໄປ) ແລ້ວກໍໝູ່ເພື່ອນທັງຫຼາຍ ໂດຍໃຊ້ລົດຕູ້ທີມງານຄຸນນະພາບໄປ .. ສະຖານທີ່ນັ້ນ ເປັນສວນທີ່ມີດອກໄມ້ງົດງາມສຸດສາຍຕາ ມີແດດສ່ອງລົງມາໃນຍາມແລງເປັນສີສົ້ມສວຍສົດງົດງາມ… ແຕ່ຕອນຂາກັບ ປາກົດວ່າ ລົດເພຫຼາຍບ່ອນ ແລະມີຄົນເຮັດໃຫ້ອຸປະກອນກ້ອງຂອງຜູ່ຝັນເສຍຫາຍ ຈຶ່ງເກີດຄວາມໂມໂຫຂຶ້ນມາເລັກນ້ອຍເຖິງປານກາງ. ໃນຝັນ ມີເດັກນ້ອຍອາຍຸປະມານ 5-6 ປີໄປນຳຄົນນຶ່ງ.

Tags: , , , , ,

ຄຳຄິດເຫັນ...
2 Responses to “ທ່ອງທ່ຽວໃນສວນດອກໄມ້”
  1. ທຽນ Says:

    ເລື່ອງນີ້ຄຸ້ນໆແຕ່ຮູ້ສຶກວ່າຈະແມ່ນເດືອນ11ບໍ່ແມ່ນຫວາ^^

  2. ຝັນຫາຍຍຍຍຍ =_=!!! | ຄວາມຝັນຂອງຂ້າພະເຈົ້າ Says:

    […] ອັບເດດ: ເອົາກັບມາໄດ້ເພີ່ມເຕີມບາງສ່ວນແລ້ວ ບໍ່ໄດ້ໝົດ ແຕ່ຢ່າງໜ້ອຍ ກໍໄດ້ໂພສນີ້ຄືນມາ […]

ອ່ານແລ້ວຢາກບອກວ່າ...




ຄຳຄິດເຫັນ:



ກ່ຽວກັບຝັນນີ້

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


ລົງທ້າຍ
ບລັອກຄວາມຝັນຂອງຂ້າພະເຈົ້າ ໃຊ້ ເວີດເພຣສ.
"GothamNights" ອອກແບບໂດຍ EvanEckard