a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຄວາມຜິດຖຽງ ແລະ Gay

ຂຽນໂດຍ au8ust
ເມື່ອ 6:30 am
July 14, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,479 ຄັ້ງ

ບັງເກີດອາເພດເຫດໄພອັນແຮງກ້າຂຶ້ນມາ ເມື່ອຂ້າພະເຈົ້າໄປຝັນກ່ຽວກັບ “Gay” – ເກ (ຊາຍທີ່ຮັກຊາຍ) ອາດຈະເປັນເພາະວ່າ shoutbox ໃນພັນລາວຕອນນີ້ ມັກມີຄົນເວົ້າເລື່ອງເກຫລາຍ ໂດຍສະເພາະແມ່ນນູ່ນີ່ ແລະເອກ ມື້ຫນຶ່ງຕ້ອງໄດ້ເວົ້າເລື່ອງເກບໍ່ຕ່ຳກວ່າ ໑ ເທື່ອຕໍ່ຄົນ ກໍ່ເລີຍເກັບໄປຝັນນຳ ແລະນອກຈາກຈະຝັນກ່ຽວກັບເກ ໆ ແລ້ວຍັງຝັນວ່າໄດ້ມີຄວາມຜິດຖຽງກັນກັບຄົນໃນຄອບຄົວ ອັນມີສາເຫດແວດລ້ອມມາຈາກເລື່ອງເກ ໆ ນຳ ໂອ… ຊ່າງຈິດຕົກໄດ້ເຖິງພຽງນີ້ນໍ…

ຕຳລາເພິ່ນວ່າ ຖ້າຝັນວ່າຜິດຖຽງກັບອ້າຍ ໆ ນ້ອງ ໆ ທຳນາຍວ່າພີ່ນ້ອງທີ່ຄິດຮອດຕົນຈະມາຫາ ກໍ່ບໍ່ຮູ້ວ່າໃຜຈະມາເນາະ


ໄຟໄໝ້

ຂຽນໂດຍ au8ust
ເມື່ອ 7:41 am
July 12, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,690 ຄັ້ງ

ເກີດຄວາມຈິດຕົກຢ່າງແຮງກ້າ ໄປຝັນວ່າຫລັງຈາກກັບບ້ານແລ້ວປະກົດວ່າ ໄຟໄຫມ້ຫມົດເລີຍ ແຕ່ແປກ ໃນຄວາມຝັນ ເປັນຄ້າຍດັ່ງວ່າ ໄໝ້ສະເພາະຫ້ອງນັ້ນຫ້ອງດຽວ ແຕ່ກັບມີຄວາມຮູ້ສຶກຄືໜຶ່ງວ່າຫມດສິ້ນແລ້ວທຸກຢ່າງ

ຕາມຕຳລາເພິ່ນວ່າ ຝັນເຫັນໄຟ ຫຼືໄຟໄຫມ້ ແມ່ນຈະໄດ້ຮັບຄວາມເດືອນເນື້ອຮ້ອນໃຈເປັນຍິ່ງ ໃຫ້ແກ້ຝັນໂດຍກັບແມ່ນ້ຳ ຫຼືໃຊ້ນ້ຳເປັນເຄັດໃນການດັບໄຟເສຍ ກໍ່ຈະເຮັດໃຫ້ເລື່ອງຮ້າຍ ຫຼືເຫດການຮ້າຍທີ່ຈະເກີດຂຶ້ນລ່ວງຫນ້ານັ້ນມີອັນບັນເທົາລົງໄປ

ແຕ່ວ່າ ເຖິງຢ່າງໃດກໍ່ຕາມ ໃນຝັນຂອງຂ້າພະເຈົ້ານັ້ນ ບໍ່ເຫັນໄຟເລີຍ ເຫັນແຕ່ພຽງວ່າຫ້ອງນັ້ນຖືກໄຫມ້ໄປແລ້ວ


ຄວາມຜິດຖຽງ

ຂຽນໂດຍ au8ust
ເມື່ອ 12:22 pm
May 11, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,781 ຄັ້ງ

ຄົນທີ່ບໍ່ຈົດຈຳໄດ້ວ່າເປັນໃຜ ແຕ່ມີຄວາມຜູກແຄ້ນຕໍ່ກັນ ຄົນທີ່ບໍ່ສາມາດຈົດຈຳໄດ້ວ່າ ມາຈາກໃສ ແຕ່ມີຄວາມຜູກໂກດກັນ ເມື່ອໄດ້ພົບຕ້ອງມີເຫດອັນໃຫ້ເກີດວິວາທະ ຄົນນັ້ນຢູ່ໃນຝັນຂອງຂ້າພະເຈົ້າ ເຖິງແມ່ນວ່າບໍ່ອາດຈະຈົດຈຳໃນຄວາມຫລັງເດີມໄດ້ ແຕ່ມີຄວາມຮູ້ສຶກວ່າ ຕ້ອງໄດ້ຖົກຖຽງກັນຕະຫລອດ ປານດັ່ງຫນຶ່ງວ່າ ມີຄວາມພະຍາບາດຕໍ່ກັນມາເປັນອະເນກະຊາດ ຄືປະມານຫາທີ່ສຸດບໍ່ໄດ້ ຫາກແມ່ນວ່າຕົວເຮົານີ້ເຄີຍປະມາດຄົນນັ້ນມາແຕ່ປາງໃດ ຂໍຈົ່ງອະໂຫສິໃຫ້ເຮົາ ດັ່ງທີ່ເຮົາໄດ້ອະໂຫສິໃຫ້ລາວເທີນ


SEO

ຂຽນໂດຍ au8ust
ເມື່ອ 8:02 am
May 9, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,707 ຄັ້ງ

ອາດຈະເປັນເພາະຊ່ວງໄລຍະນີ້ຄິດແຕ່ເລື່ອງ SEO ກໍ່ເລີຍຄິດເກັບໄປຝັນພ້ອມ ຝັນວ່າ ໄດ້ຄິດຢາກສ້າງ Web Service ໃຫ້ຄົນມາໃຊ້ງານດ້ານ SEO ເຊັ່ນ ກວດສອບ PR ໄດ້ແບບຫລາຍ ໆ DC ເປັນຕົ້ນ ຝັນຕອນກ່ອນຈະຕື່ນ ປະມານຊ່ວງໃກ້ແຈ້ງຫັ້ນລະ ແຕ່ວ່າ ໃນຕອນເດິກບໍ່ຈື່ວ່າຝັນຫຍັງແລ້ວ – -a


 
  Next Entries »

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard