a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຝັນໃນຄືນຂ້າມປີ

ຂຽນໂດຍ au8ust
ເມື່ອ 9:25 am
January 1, 2014
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,602 ຄັ້ງ

ຝັນວ່າ ຢູ່ໃນຍານອົບພະຍົບຄົນ ໂດຍມີຄົນຈຳນວນຫຼາຍໄປນຳກັນ ແລະໃນລະຫວ່າງນັ້ນກໍບິນໄປຢູ່ໃນຕຶກແຫ່ງນຶ່ງ ແລ້ວຫົວໜ້າກໍໂຍນເຄື່ອງຂອງມາໃຫ້ ໂດຍທີ່ເຮົາເປັນຄົນຮັບໄວ້ໄດ້ຫຼາຍເຕີບ

ບາງອັນກໍຕົກແຕກ ຮັບບໍ່ທັນ ບາງອັນກໍຮັບໄດ້ ເຊິ່ງສ່ວນໃຫຍ່ກໍຮັບໄດ້ນັ້ນລະ

ເຄື່ອງທີ່ໂຍນມາ ມັນມາໄວຫຼາຍ ມີທັງຖ້ວຍ, ຈອກ ໄປຈົນເຄື່ອງໃຫຍ່ໆ ຫຼາຍຢ່າງ

ກໍແປກດີ.


ຈັງຫວະຝັນ

ຂຽນໂດຍ au8ust
ເມື່ອ 3:28 am
June 18, 2013
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 7,886 ຄັ້ງ

ມື້ຄືນນີ້ນອນແລ້ວຝັນຍາວເລີຍ ຝັນຫຼາຍອັນຫຼາຍແນວ ແຕ່ວ່າມີຈຸດນຶ່ງທີ່ເຮັດໃຫ້ຮູ້ສຶກວ່າແປກ ແປກເພາະວ່າເຮົາຫາກໍສັງເກດວ່າມັນເກີດຂຶ້ນໄດ້ໃນຝັນ

ສົມມຸດເວລາເຮົາເບິ່ງໜັງ ເຮົາຈະເຫັນວ່າໃນໜັງມັນຈະມີຈັງຫວະການເລົ່າເລື່ອງ ຈະບໍ່ເລົ່າເປັນເສັ້ນຊື່ (ແຕ່ກໍມີບາງເລື່ອງເລົ່າເປັນເສັ້ນຊື່ໃດ -”-) ແຕ່ຈະເລົ່າແບບມີລີລາ ນຳສະເໜີອັນນີ້ກ່ອນແລ້ວຄ່ອຍອັນນັ້ນ ຈາກນັ້ນຕາມດ້ວຍຄວາມຈິງທີ່ຖືກເຊື່ອງໄວ້

ໃນຝັນກໍເປັນຄືກັນ ອາດຈະເປັນຍ້ອນພູມຫຼັງຂອງຜູ່ຝັນແມ່ນເຮັດກ່ຽວກັບໜັງ ກໍເລີຍເອົາຈັງຫວະຂອງໜັງໄປໃສ່ໃນຝັນນຳ

…ເອ໊ະ! ຕໍ່ໄປຊິມີຝັນຫັກມຸມບໍ່ນິ!!!


ຝັນວ່າຕາຍ

ຂຽນໂດຍ au8ust
ເມື່ອ 3:28 am
February 1, 2012
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,644 ຄັ້ງ

ມື້ຄືນ ນອນຝັນວ່າ ຮູ້ວ່າໂຕເອງຊິຕາຍ ແຕ່ກຽມຫຍັງບໍ່ທັນ ກໍເລີຍວ່າຊັ້ນກໍຢູ່ລ້າໆ ຊະ ແລ້ວບາດນັ້ນກໍຕາຍ ຕາຍແລ້ວປາກົດວ່າໄປຢູ່ຫ້ອງເອື້ອຍ (ໃນຝັນມີເອື້ອຍສອງຄົນ ແປກດີ) ເອື້ອຍເພິ່ນລະຢ້ານ ຮູ້ວ່າມີຜີໃນຫ້ອງ ແຕ່ບໍ່ຮູ້ວ່ານ້ອງຕາຍເທື່ອ ບໍ່ຢາກຫຼອກກໍເລີຍອອກຈາກຫ້ອງມາ ຍ່າງຜ່ານຝາຫ້ອງອອກມາ ແລ້ວກໍມານັ່ງຫຼິ້ນເນັດ ຂຽນ blog ນັ່ງຄິດວ່າ ຕາຍແລ້ວຍັງມີເນັດໃຊ້ ຊິຂຽນເລົ່າຫຍັງດີຫວະ ເອີ ຊິເລົ່າວ່າ ຕາຍແລ້ວມີເນັດໃຊ້ກ່ອນ -”-

ເບິ່ງໃນ Google ບອກວ່າ ຝັນວ່າຕາຍ ໝາຍຄວາມວ່າ ຈະມີອາຍຸຍືນ ຫຼືໄດ້ໂຊກລາບຈາກຜູ່ໃຫຍ່


ທ່ອງທ່ຽວໃນສວນດອກໄມ້

ຂຽນໂດຍ au8ust
ເມື່ອ 8:45 am
July 18, 2011
ໃນໝວດ ໃນຝັນ
2 comments ຖືກເປີດອ່ານແລ້ວ 1,861 ຄັ້ງ

ຄືນວັນທີ 17 ກໍລະກົດ 2011 .. ຝັນວ່າໄປທ່ຽວກັບຫຼາຍຄົນ ມີຍາດຕິພີ່ນ້ອງ (ທີ່ບໍ່ຮູ້ຈັກ..​ໜ້າຈະເປັນຂອງຝ່າຍອື່ນພາໄປ) ແລ້ວກໍໝູ່ເພື່ອນທັງຫຼາຍ ໂດຍໃຊ້ລົດຕູ້ທີມງານຄຸນນະພາບໄປ .. ສະຖານທີ່ນັ້ນ ເປັນສວນທີ່ມີດອກໄມ້ງົດງາມສຸດສາຍຕາ ມີແດດສ່ອງລົງມາໃນຍາມແລງເປັນສີສົ້ມສວຍສົດງົດງາມ… ແຕ່ຕອນຂາກັບ ປາກົດວ່າ ລົດເພຫຼາຍບ່ອນ ແລະມີຄົນເຮັດໃຫ້ອຸປະກອນກ້ອງຂອງຜູ່ຝັນເສຍຫາຍ ຈຶ່ງເກີດຄວາມໂມໂຫຂຶ້ນມາເລັກນ້ອຍເຖິງປານກາງ. ໃນຝັນ ມີເດັກນ້ອຍອາຍຸປະມານ 5-6 ປີໄປນຳຄົນນຶ່ງ.


ຫ້ອງລັບໃນຄວາມຝັນ

ຂຽນໂດຍ au8ust
ເມື່ອ 9:21 am
April 2, 2011
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,428 ຄັ້ງ

ຄວາມຝັນຂອງມື້ຄືນ ເລີ່ມຕົ້ນຈາກຈຸດໃດກໍບໍ່ຮູ້ ແຕ່ສິ້ນສຸດດ້ວຍການຖືກໄລ່ລ່າ ແລ້ວເຂົ້າໄປໃນຖ້ຳ ຫຼືສະຖານທີ່ ທີ່ຄ້າຍໆ ກັບເຮືອນຮ້າງຫຼັງໃຫຍ່ ເຊິ່ງມີຫ້ອງເກັບເຄື່ອງຢູ່ ເປັນຫ້ອງມືດໆ ທີ່ເຕັມໄປດ້ວຍຝຸ່ນ… ຕອນທຳອິດກໍບໍ່ເຂົ້າໄປ ແຕ່ສຸດທ້າຍກໍຕ້ອງເຂົ້າ ເພາະຖືກໄລ່ຕາມຫຼັງມາຕິດໆ. ຫຼັງຈາກເຂົ້າໄປແລ້ວ ກໍເຫັນຖາດວາງເຄື່ອງຢູ່ຫຼາຍຖາດ ແລ້ວກໍມີເຄື່ອງຂອງເກົ່າໆ ທີ່ຝຸ່ນຕິດເຕັມ. ພໍແຕ່ມືໄປຈັບເອົາສິ່ງຂອງໃດນຶ່ງຂຶ້ນມາເບິ່ງ ກໍຄຶດອອກວ່າ ເປັນສິ່ງຂອງເກົ່າໆ ທີ່ດົນແລ້ວບໍ່ໄດ້ເຫັນ ມັນມາຢູ່ຫ້ອງນີ້ເອງ ແຕ່ຍັງບໍ່ທັນສຳຫຼວດ ສຽງໂທລະສັບກໍດັງຂຶ້ນ ປາກົດວ່າ ເປັນຄົນທີ່ໄລ່ລ່າໃນຝັນນັ້ນໂທມາ!!!


ຫາໝໍ

ຂຽນໂດຍ au8ust
ເມື່ອ 6:00 am
March 22, 2010
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,343 ຄັ້ງ

ຝັນແປກໆ ຝັນວ່າໄປຫາໝໍ ໝໍຄົນນີ້ບໍ່ແມ່ນໝໍທຳມະດາ ເປັນໝໍພິເສດ ຊິເອີ້ນວ່າໝໍຜີກໍບໍ່ແມ່ນ ເພາະລາວບໍ່ໄດ້ເຮັດປຸກເສກ ແຕ່ເຮັດແນວໃດກໍບໍ່ຮູ້ນຳ ເອົາເປັນວ່າ ໄປຫາເພື່ອໃຫ້ແກ້ໄຂບັນຫາໃຫ້ຄົນອື່ນ ເຊິ່ງກໍເປັນບັນຫາຍຳຮວມມິດຂອງຄອບຄົວນຶ່ງທີ່ເຮັດສິ່ງບໍ່ດີໃຫ້ຄົນອື່ນ ແລະຄອບຄົວນັ້ນກໍມີຄົນທີ່ເຄີຍພົບເຫັນໃນຊີວິດໄປຍຳຮວມກັນຢູ່ຫຼາຍຍຍຍຍ ຈົນຮູ້ສຶກວ່າ ເອ໊ະ ນີ້ມັນແມ່ນຫຍັງກັນ =”=

ຝັນນີ້ເກີດຂຶ້ນຈາກສິ່ງທີ່ຄຶດຢູ່ໃນທຸກໆ ມື້ອີ່ຫລີ :)


ໃສ່ຮ້າຍ ແລະ ໂກນໜວດ

ຂຽນໂດຍ au8ust
ເມື່ອ 10:01 am
November 9, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,411 ຄັ້ງ

ມື້ຄືນຝັນແປກ ຝັນເປັນເລື່ອງຍາວໆ ຕອນຕົ້ນຝັນວ່າຄົນຮັກຖືກໃສ່ຮ້າຍປ້າຍສີ ຕອນຫຼັງໃກ້ຕື່ນຝັນວ່າໂກນໜວດ ແຕ່ໂກນແນວໃດກໍບໍ່ແລ້ວ ມັນບໍ່ກ້ຽງຈັກເທື່ອ ບໍ່ດົນກໍຕື່ນ.

ເປີດຕຳລາເພິ່ນວ່າ ຝັນວ່າຖືກໃສ່ຮ້າຍ ທຳນາຍວ່າຈະໝົດຈາກເຄາະຈາກໂສກ ສຸຂະພາບແຂງແຮງ…

ສ່ວນຝັນໂກນໜວດບໍ່ແລ້ວ ເພິ່ນວ່າຈະມີການເດີນທາງໄກກະທັນຫັນວ່າຊັ້ນເດີ້


ຝັນເປັນເກມ

ຂຽນໂດຍ au8ust
ເມື່ອ 7:27 am
October 2, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,467 ຄັ້ງ

ຄືນວານນີ້ຝັນຫຼາຍຢ່າງ ແຕ່ຕອນໃກ້ຮຸ່ງຝັນວ່າ ມັນມີເກມຢູ່ຊຸດນຶ່ງ ຄ້າຍໆ ວ່າຈະເປັນ Emulator ຫຼາຍກວ່າ ເພາະໃນເມນູໂປຣແກຣມມັນມີໃຫ້ເລືອກ ROMs ທີ່ຈະຫຼິ້ນ ແລະທາງຂວາມືຈະລະບຸສະຖານະຂອງ ROM ວ່າ Playable ຫຼື Missing ຫຍັງແດ່ ອາດຫຼິ້ນໄດ້ບໍ່ສົມບູນ ມີສຽງ ບໍ່ມີພາບ ຫຼືກົງກັນຂ້າມກັນເປັນຕົ້ນ.

ຕອນນັ້ນໃນຄວາມຝັນ ໄດ້ເລືອກເກມນຶ່ງ ຊື່ເກມບໍ່ຄຸ້ນ ແຕ່ຫຼັງຈາກເຂົ້າໄປແລ້ວເປັນເກມທີ່ຮູ້ຈັກດີ ພຽງແຕ່ມັນຄົນລະຊື່ (ເຊິ່ງເປັນເລື່ອງທຳມະດາທີ່ບາງເກມຈະປ່ຽນຊື່ ເມື່ອໄປຂາຍໃນປະເທດອື່ນ ເຊັ່ນ Biohazard ກາຍເປັນ Resident Evil) ແລະປາກົດວ່າ ພາຍໃນເກມນັ້ນ ສາກເລີ່ມຕົ້ນມີສີແດງ ເຂັ້ມ ແລະມີໄຟປະທຸຂຶ້ນ ດັ່ງວ່າຢູ່ໃນຂຸມນະຮົກກໍບໍ່ປານ. ພາບໃນເກມຈະເປັນ 3D ທີ່ຫຼິ້ນຳໄປແບບ 2D (ນຶກເຖິງ Contra ທີ່ໄປທາງຂວາ) ທີ່ພິເສດກໍຄື ມັນມີຄວາມສົມຈິງສູງຫຼາຍ ຈົນຮູ້ສຶກວ່າ ມັນພິເສດອີ່ຫລີອັນເກມນີ້!

ອະນິດຈາ … ຝັນນັ້ນເປັນເວລາໃກ້ຮຸ່ງ ພຽງບໍ່ພໍເທົ່າໃດກໍຕື່ນຂຶ້ນມາເພາະເວລານັ້ນໃກ້ 6 ໂມງເຊົ້າແລ້ວ.


ຄວາມສົນໃຈ

ຂຽນໂດຍ au8ust
ເມື່ອ 9:41 am
September 2, 2009
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,590 ຄັ້ງ

ເວລາທີ່ເຮົາສົນໃຈຫຍັງ ຄຶດ ຫຼືເຮັດຫຍັງຫຼາຍໆ ເຮົາມັກຈະເກັບໄປຝັນສະເໝີ ລອງສັງເກດເບິ່ງ ຫາກວ່າຢູ່ໃນຊ່ວງໄລຍະສອບເສັງ ກໍອາດຈະຝັນກ່ຽວກັບຂໍ້ສອບເສັງ ຫຼືຫ້ອງເສັງ ຫຼືແມ່ນແຕ່ຝັນວ່າເສັງບໍ່ໄດ້. ກໍລະນີລັກສະນະນີ້ເປັນຄວາມວິຕົກຢ່າງນຶ່ງ ເຊິ່ງພົບເຫັນກັນໄດ້ທົ່ວໄປ.

ຂ້າພະເຈົ້າໄລຍະນີ້ກໍຮູ້ສຶກວ່າ ຈະຝັນເລື່ອງບໍ່ເປັນເລື່ອງ ເພາະວ່າຄຶດກ່ຽວກັບສິ່ງນັ້ນຫຼາຍເກີນໄປ ເຊິ່ງການຄຶດຈົນເກັບໄປຝັນແບບນີ້ ມັກຈະເປັນຜົນເສຍຫຼາຍກວ່າຜົນດີ ຫາກເກີດມີປາກົດການແບບນີ້ ຄວນຈະຄຶດໃຫ້ໜ້ອຍລົງດີກວ່າ .. ຈົບແຫຼະເນາະ :P


ກ້ອງໜັກ ແລະລືມຈົດຊື່ແຂກຫ້ອງພັກ

ຂຽນໂດຍ au8ust
ເມື່ອ 6:38 am
August 16, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,502 ຄັ້ງ

ມື້ຄືນນອນເດິກອີກລະ ນອນແລ້ວຝັນວ່າ ຊື້ໄດ້ກ້ອງໃໝ່ມາ ເປັນກ້ອງນ້ອຍ ໆ ແຕ່ໜັກຫຼາຍ ປະມານ 10 ກິໂລຯ ໃນຂະໜາດເທົ່າພຽງຝາມືດຽວ ເວລາຍົກຂຶ້ນມາໃຊ້ ຮູ້ສຶກວ່າ ປານຍົກກ້ອນຄຳເອົາໂລດ ເພາະມັນໜັກຫຼາຍ.

ແລ້ວກໍ ຝັນກ່ຽວກັບລູກຄ້າທີ່ມາພັກຢູ່ເຮືອນພັກ ແຕ່ຜັດວ່າໄປລົມເຂົາເຈົ້າຢູ່ຫຼັງບ້ານ ບໍ່ຮູ້ຫຼັງບ້ານໃຜ ເປັນລັກສະນະປ່າທຶບ ມີສີຂຽວຮ້ອມຮອບໄວ້ ເບິ່ງບໍ່ເຫັນທາງສູ່ບ້ານເຮືອນຄົນເລີຍ ຫຼັງຈາກທີ່ກຳລັງເບິ່ງ passport ແລະຂຽນລາຍລະອຽດຢູ່ນັ້ນ ຈື່ໄດ້ວ່າ ເຂົາຕ້ອງການພັກຢູ່ 3 ຄືນ ແຕ່ຍັງຂຽນບໍ່ທັນແລ້ວ ຝົນກໍຕົກລົງມາ ແລ້ວມີຄົນຮ້ອງໃຫ້ພາອີກຄົນໄປໂຮງໝໍ ຫຼືແມ່ນຫຍັງຈັກຢ່າງ ເລີຍຖິ້ມວຽກຕອນນັ້ນປະໄວ້ແລ້ວໄປສົ່ງຄົນເຈັບ. ປາກົດວ່າ ກັບມາແລ້ວມາຫຼິ້ນກ້ອງໃໝ່ ແລ້ວກໍເກີດສົງໄສວ່າ ອ້າວ! ແລ້ວລູກຄ້າຂ້ອຍເດ້ໄປໃສແລ້ວ?


 
« Previous Entries  

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard