a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ບໍ່ຮູ້ເລື່ອງນຳ

ຂຽນໂດຍ au8ust
ເມື່ອ 10:16 pm
July 23, 2008
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 1,488 ຄັ້ງ

ໂດຍປົກກະຕິແລ້ວ ຂ້າພະເຈົ້າຈະບໍ່ຄ່ອຍມີອາການແບບນີ້ ແຕ່ວ່າ ສົງໄສມັນບໍ່ປົກກະຕິ ມີຢູ່ມື້ຫນຶ່ງ ໃນຕອນໃກ້ຮຸ່ງ ຍາມນັ້ນ ບໍ່ຈື່ຄັກວ່າຝັນເລື່ອງຫຍັງ ແຕ່ກ່ຽວກັບ Computer Programming ນີ້ລະ ວ່າຕ້ອງໄດ້ Compile ກ່ອນຈຶ່ງໃຊ້ໄດ້ ພໍຮອດໂມງຕື່ນ ຕື່ນປະມານ ໕ ໂມງເຊົ້າ ກໍ່ຕື່ນມາເວົ້ານຳພັນລະຍາວ່າ ເຮັດແບບນັ້ນບໍ່ໄດ້ເດີ້ ຕ້ອງໄດ້ Compile ກ່ອນຈຶ່ງໃຊ້ໄດ້ ພັນລະຍາກໍ່ຈັກເປັນແນວໃດ ຕອບວ່າ ເອີ ໆ ແລ້ວຂ້າພະເຈົ້າກໍ່ນອນຕໍ່ ຕື່ນມາອີກຄັ້ງຖາມລະເພິ່ນຫົວ ໆ ຢູ່ວ່າຂ້າພະເຈົ້າຈັກແມ່ນເວົ້າຫຍັງ ບໍ່ຮູ້ເລື່ອງນຳ 😛


ຄວາມຜິດຖຽງ ແລະ Gay

ຂຽນໂດຍ au8ust
ເມື່ອ 6:30 am
July 14, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,472 ຄັ້ງ

ບັງເກີດອາເພດເຫດໄພອັນແຮງກ້າຂຶ້ນມາ ເມື່ອຂ້າພະເຈົ້າໄປຝັນກ່ຽວກັບ “Gay” – ເກ (ຊາຍທີ່ຮັກຊາຍ) ອາດຈະເປັນເພາະວ່າ shoutbox ໃນພັນລາວຕອນນີ້ ມັກມີຄົນເວົ້າເລື່ອງເກຫລາຍ ໂດຍສະເພາະແມ່ນນູ່ນີ່ ແລະເອກ ມື້ຫນຶ່ງຕ້ອງໄດ້ເວົ້າເລື່ອງເກບໍ່ຕ່ຳກວ່າ ໑ ເທື່ອຕໍ່ຄົນ ກໍ່ເລີຍເກັບໄປຝັນນຳ ແລະນອກຈາກຈະຝັນກ່ຽວກັບເກ ໆ ແລ້ວຍັງຝັນວ່າໄດ້ມີຄວາມຜິດຖຽງກັນກັບຄົນໃນຄອບຄົວ ອັນມີສາເຫດແວດລ້ອມມາຈາກເລື່ອງເກ ໆ ນຳ ໂອ… ຊ່າງຈິດຕົກໄດ້ເຖິງພຽງນີ້ນໍ…

ຕຳລາເພິ່ນວ່າ ຖ້າຝັນວ່າຜິດຖຽງກັບອ້າຍ ໆ ນ້ອງ ໆ ທຳນາຍວ່າພີ່ນ້ອງທີ່ຄິດຮອດຕົນຈະມາຫາ ກໍ່ບໍ່ຮູ້ວ່າໃຜຈະມາເນາະ


ໄຟໄໝ້

ຂຽນໂດຍ au8ust
ເມື່ອ 7:41 am
July 12, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,683 ຄັ້ງ

ເກີດຄວາມຈິດຕົກຢ່າງແຮງກ້າ ໄປຝັນວ່າຫລັງຈາກກັບບ້ານແລ້ວປະກົດວ່າ ໄຟໄຫມ້ຫມົດເລີຍ ແຕ່ແປກ ໃນຄວາມຝັນ ເປັນຄ້າຍດັ່ງວ່າ ໄໝ້ສະເພາະຫ້ອງນັ້ນຫ້ອງດຽວ ແຕ່ກັບມີຄວາມຮູ້ສຶກຄືໜຶ່ງວ່າຫມດສິ້ນແລ້ວທຸກຢ່າງ

ຕາມຕຳລາເພິ່ນວ່າ ຝັນເຫັນໄຟ ຫຼືໄຟໄຫມ້ ແມ່ນຈະໄດ້ຮັບຄວາມເດືອນເນື້ອຮ້ອນໃຈເປັນຍິ່ງ ໃຫ້ແກ້ຝັນໂດຍກັບແມ່ນ້ຳ ຫຼືໃຊ້ນ້ຳເປັນເຄັດໃນການດັບໄຟເສຍ ກໍ່ຈະເຮັດໃຫ້ເລື່ອງຮ້າຍ ຫຼືເຫດການຮ້າຍທີ່ຈະເກີດຂຶ້ນລ່ວງຫນ້ານັ້ນມີອັນບັນເທົາລົງໄປ

ແຕ່ວ່າ ເຖິງຢ່າງໃດກໍ່ຕາມ ໃນຝັນຂອງຂ້າພະເຈົ້ານັ້ນ ບໍ່ເຫັນໄຟເລີຍ ເຫັນແຕ່ພຽງວ່າຫ້ອງນັ້ນຖືກໄຫມ້ໄປແລ້ວ


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard