a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


Just you… in my dream

ຂຽນໂດຍ au8ust
ເມື່ອ 3:26 am
October 15, 2013
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,460 ຄັ້ງ

ເປັນເທື່ອທຳອິດທີ່ຝັນເຫັນໂຕເອງ…

ໃນຝັນນັ້ນ ກຳລັງເບິ່ງແວ່ນຢູ່ ແລ້ວເຫັນເຈົ້າຢູ່ທາງຫຼັງ ເຈົ້າທັກມາ ກໍເລີຍຫັນໄປເບິ່ງ ແລ້ວເຈົ້າກໍຍ່າງໄປ ຈຶ່ງນຳໄປ

ຖາມເຈົ້າວ່າ ເຮົາກັບມາເປັນຄືເກົ່າໄດ້ບໍ່

ເຈົ້າຕອບວ່າ ເປັນຫຍັງກໍໄດ້ ຍົກເວັ້ນເປັນຄືເກົ່າ

ແລ້ວຝັນນັ້ນກໍຫາຍໄປ

ບໍ່ຮູ້ຄືກັນວ່າຮູ້ສຶກແນວໃດ… ຮູ້ພຽງແຕ່ ດີແລ້ວທີ່ຢ່າງນ້ອຍ… ກໍຍັງໄດ້ເຫັນ ແລະໄດ້ລົມກັນ ເຖິງວ່າຈະເປັນພຽງໃນຝັນກໍຕາມ.


ຂ້າເລື່ອນຊັ້ນ

ຂຽນໂດຍ au8ust
ເມື່ອ 11:31 am
October 12, 2013
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,247 ຄັ້ງ

ມື້ຄືນນອນເດິກເຕີບ ປະມານທ່ຽງຄືນເຄິ່ງ ກະວ່າຊິຕື່ນສວາຍໆ ເພາະເປັນວັນເສົາ ແຕ່ໝາເຫົ່າແຕ່ເຊົ້າ ກໍເລີຍຕື່ນຫົກໂມງເຄິ່ງ ມາເຫງົານອນເອົາຕອນ 11 ໂມງເຊົ້າ ກໍເລີຍໄປນອນພັກຈັກໜ່ອຍ ປາກົດວ່າຝັນເປັນເລື່ອງເປັນລາວ ຝັນກ່ຽວກັບແຮງງານຕ່າງດ້າວທີ່ໜີເຂົ້າເມືອງ ແລ້ວໄປຢູ່ນຳຮ້ານແປງລົດ ຈາກນັ້ນກໍວາງແຜນຂ້າເຈົ້າຂອງຮ້ານໂດຍຮ່ວມມືກັບນ້ອງຊາຍເຈົ້າຂອງ ແລ້ວຕົນເອງກໍໄດ້ເລື່ອນຂັ້ນມາເປັນເມຍເຈົ້າຂອງ (ຄົນໃໝ່)

ເຫດການກໍຊ້ຳຢູ່ແບບນັ້ນສອງເທື່ອ ກໍຄືຫຼັງຈາກຮ້ານນັ້ນແລ້ວກໍໜີໄປບ່ອນໃໝ່ແລ້ວກໍເຮັດຄ້າຍໆກັນອີກ ໂດຍບັງເອີນວ່າເຮົາໄປເຮືອນຫຼັງນັ້ນແລ້ວຮັບຮູ້ເລື່ອງດັ່ງກ່າວ ບວກກັບບັງເອີນວ່າເຂົາກຳລັງເຮັດພິທີຫຍັງຈັກຢ່າງ ນິມົນພະມາ ລະຫວ່າງນັ້ນກໍເລີຍຫຼັບໄປ ແລ້ວຕື່ນມາພົບວ່າຄົນຫາຍໄປໝົດ ກໍເລີຍຕື່ນ


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard