ມັນເກີດຂຶ້ນອີກແລ້ວ! ໃນຝັນນັ້ນ ກ່ອນຈະອອກເດີນທາງໄປທີ່ແຫ່ງໜຶ່ງ ຂ້າພະເຈົ້າຜິດຖຽງຢ່າງໃຫຍ່ກັບພີ່ນ້ອງທາງແມ່ ເປັນເຫດໃຫ້ໄດ້ເຈັບຕົວພ້ອມ ເຈັບຫົວເປັນສຳຄັນ ໃນຝັນແມ່ນພີ່ນ້ອງຍູ້ໂຕະມາໜີບຫົວ… ຢ່າງເຈັບປວດ ຈົນໃນທີ່ສຸດແລ້ວມີລູກສາວຂອງນ້າບ່າວ ເອົາອັນໃສ່ພິກໄທມາຕີຫົວອີກ ເຈັບເຂົ້າໄປໃຫຍ່ ກໍ່ເລີຍລຸກໄປຮ້າຍ ໆ ແລ້ວເປັນຈັ່ງໃດກໍ່ບໍ່ຈັກ ກໍ່ໄປຮອດໄທ
ຮອດໄທລະໄປພົບກັບອ້າຍຄົນໜຶ່ງ ຈື່ວ່າຮູ້ຈັກກັນມາແຮມປີ ສະຖານທີ່ໃນຝັນຕອນນີ້ເປັນບ່ອນທີ່ຮູ້ສຶກວ່າເຄີຍຝັນເຫັນມາກ່ອນແລ້ວ ແຕ່ບໍ່ຈື່ວ່າຢູ່ໃສ ຂໍ້ມູນພຽງຢ່າງດຽວທີ່ຄິດອອກແມ່ນ ປະເທດໄທ
ກໍ່ລົມກັນໄປໄດ້ໜ້ອຍໜຶ່ງ ແລ້ວກໍ່ກັບ ບາດນັ້ນລະ ເມຍກໍ່ຮູ້ຈັກລາວ ກໍ່ໄປລົມລາວ ແລ້ວຂ້າພະເຈົ້າຕິດຕາມໄປໃນພາຍຫຼັງ ບໍ່ຮູ້ວ່າລົມຫຍັງກັນໄປຮອດໃສ ສະຖານທີ່ນັ້ນເປັນໂຮງໝໍ ທາງເຂົາ ເບື້ອຊ້າຍມືມີຕົ້ນໄມ້ໃຫຍ່ ທາງຂວາບໍ່ແນ່ໃຈແມ່ນຫຍັງ ໜ້າຈະສຸດເຂດຂອງໂຮງໝໍພໍດີ ຮູ້ສຶກວັງເວງແປກ ໆ ເປັນໂຮງໝໍທີ່ຂ້ອນຂ້າງເກົ່າ ມີອະນາເຂດບໍ່ໃຫຍ່ປານໃດ ແຕ່ກໍ່ມີຫຼາຍຕຶກຕັ້ງຕິດ ໆ ກັນຢູ່
ອັນຕອນຈະກັບຈະໂຮງໝໍນີ້ລະເປັນບັນຫາ ເພາະວ່າ ຢູ່ ໆ ບັນຍາກາດຮອບຂ້າງກໍ່ງຽບຢ່າງກະທັນຫັນ ທ້ອງຟ້າກໍ່ມືດລົງ ແລ້ວປະກົດວ່າ ອີ່ຕານັ້ນກາຍເປັນນົກຕໍ່ໃຫ້ຜີໃນໂຮງໝໍ ລະກໍ່ເລີຍແລ່ນໜີອອກມາໂດຍໄວ ເມຍກໍ່ພະຍາຍາມແລ່ນອອກມາ ພວກຜີໃນໂຮງໝໍກໍ່ໄລ່ອອກມາ ແລ້ວກໍ່ມີມາດັກຢູ່ທາງໜ້າພ້ອມ ພະຍາຍາມຈະປິດປະຕູໂຮງໝໍ ແຕ່ສອງຜົວເມຍໜີອອກມາໄດ້ກ່ອນ ໂຊກດີໄປ
ແຕ່ຍັງບໍ່ແລ້ວ ປະກົດໃນພາຍຫຼັງວ່າ ເຂົາລັກເອົາເສັ້ນຜົມຂອງເມຍໄປ ເພາະຈຸດປະສົງຂອງພວກຜີໂຮງໝໍນີ້ແມ່ນ ໃຫ້ຜູ້ຍີງຜົມຍາວເຂົ້າໄປໃນນັ້ນແລ້ວລັກເອົາຜົມ ພ້ອມທັງເຮັດໃຫ້ເປັນຜີເຝົ້າໂຮງໝໍນຳ ໃນລະຫວ່າງຕອນຫຼັງນີ້ເກີດມີມະໂນພາບຂຶ້ນໃນຫົວຂອງຂ້າພະເຈົ້າ ກ່ຽວກັບທີ່ມາທີ່ໄປ ແລະເຫດການໃນອະດີດຂອງບັນດີຜີໃນໂຮງໝໍແຫ່ງນີ້ ແຕ່ກໍ່ຍັງບໍ່ສາມາດເຂົ້າໃຈປົມຂອງບັນຫາທັງໝົດໄດ້
ຍັງບໍ່ທັນແລ້ວບັນຫາຜີໂຮງໝໍ ພັດວ່າໄປພົບບັນຫາຜີໃນເມືອງ ບັນດາຊາວບ້ານທີ່ຢູ່ໃນເມືອງກາຍເປັນຜີໄປໝົດ ສ້າງຄວາມວຸ້ນວາຍສັບສົນເປັນຍິ່ງນັກ ໂອຍ ຈັກແມ່ນຫຍັງຕໍ່ແມ່ນຫຍັງ… ຕື່ນດີກວ່າ -*-
ບໍ່ໄດ້ຂຽນບລັອກນີ້ມາເປັນໄລຍະເວລາໜຶ່ງແລ້ວ ເຫດຜົນຫຼັກກໍ່ຄື… ຈື່ຝັນຂອງຕົນເອງບໍ່ໄດ້ 🙁
ອາດຈະເປັນເພາະວ່າ ຫຼັບດີເກີນໄປ ຫຼືເມື່ອຍຈາກວຽກງານເກີນໄປ ເຮັດໃຫ້ບໍ່ສາມາດຈື່ຈຳກໍ່ເປັນໄດ້ ເພາະໃນຄວາມເປັນຈິງແລ້ວ ຄົນເຮົາມັກຈະຝັນຢູ່ຕະຫຼອດທຸກຄັ້ງທີ່ຫຼັບ ພຽງແຕ່ໃຜຈະສາມາດຈື່ໄດ້ຫຼືບໍ່ກໍ່ເທົ່ານັ້ນເອງ ຂ້າພະເຈົ້າກໍ່ເຊັ່ນດຽວກັນ ຫຼ້າສຸດ ກໍ່ສາມາດຈື່ຄວາມຝັນໄດ້ອີກຄັ້ງໜຶ່ງ
ໃນຝັນ ຂ້າພະເຈົ້າຢູ່ທີ່ຫ້າງສັບພະສິນຄ້າໃຫຍ່ແຫ່ງໜຶ່ງ ເປັນເວລາທີ່ຫ້າງໃກ້ປິດແລ້ວ ຕອນນັ້ນມີຄວາມຮູ້ສຶກວ່າ ກຳລັງຈະໄປສະຖານທີ່ແຫ່ງໜຶ່ງ ແຕ່ຕ້ອງຢູ່ຖ້າທີ່ຫ້າງແຫ່ງນັ້ນກ່ອນ ຈຶ່ງໄດ້ອອກຍ່າງເພື່ອໄປເລາະຊອກປື້ມອ່ານ ປະກົດວ່າ ຮ້ານໃດ ໆ ກໍ່ປິດກັນໝົດແລ້ວ ຈົນໄປຮອດບ່ອນທີ່ມີລັກສະນະເປັນສາງສຳລັບໄວ້ເຄື່ອງ ເປັນຫ້ອງທີ່ໃຫຍ່ຫຼາຍ ມີສິນຄ້າຕ່າງ ໆ ກອງກັນຢູ່ເປັນຈຳນວນຫຼວງຫຼາຍ ຂະໜາດຂອງຫ້ອງນັ້ນກໍ່ໃຫຍ່ພິດສະດານຫຼາຍແລ
ຝັນໄດ້ພຽງເທົ່ານັ້ນກໍ່ຕື່ນຂຶ້ນມາ ເບິ່ງໂມງໃນໂທລະສັບມືຖື ເວລານັ້ນແມ່ນ 5:00AM ພໍດີ (ເທົ່າທີ່ຈື່ໄດ້) ກໍ່ຄິດວ່າ ມື້ນີ້ເປັນມື້ອອກພັນສາ ຕ້ອງຕື່ນເຊົ້າແດ່ຈັກໜ່ອຍ ແຕ່ວ່າ ທີ່ໂມງປຸກມັນບໍ່ປຸກເປັນຍ້ອນມື້ຄືນລືມຕັ້ງເວລາໄວ້ ຈຶ່ງປັບເວລາໃຫ້ໂມງປຸກອີກຄັ້ງຕອນ 5:40AM ແລະຫຼັບໄປໄດ້ອີກຈັກໜ່ອຍກໍ່ຕື່ນຂຶ້ນມາ ກຽມຕົວໄປໃສ່ບາດໃນມື້ອອກພັນສາ
ໄລຍະຫຼັງມານີ້ເວລານອນຈະຝັນ ແຕ່ບໍ່ອາດຈະຈື່ຈຳຄວາມຝັນຂອງຕົວເອງໄດ້ ກໍ່ແປກດີ ອາດຈະເປັນເພາະວ່າມີຄວາມອ່ອນເພຍຈົນເກີນໄປ ຈຶ່ງບໍ່ຈື່ວ່າຝັນຫຍັງ ຫາກແຕ່ພໍຈະຄິດໄດ້ວ່າຝັນກ່ຽວກັບຫຍັງ ເຖິງບໍ່ສາມາດຈຳແນກລາຍລະອຽດໄດ້ກໍ່ຕາມ
ຖ້າຄົນເຮົາບໍ່ຝັນເລີຍ ຈະເປັນແນວໃດເນາະ…
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ