ເວລາທີ່ເຮົາສົນໃຈຫຍັງ ຄຶດ ຫຼືເຮັດຫຍັງຫຼາຍໆ ເຮົາມັກຈະເກັບໄປຝັນສະເໝີ ລອງສັງເກດເບິ່ງ ຫາກວ່າຢູ່ໃນຊ່ວງໄລຍະສອບເສັງ ກໍອາດຈະຝັນກ່ຽວກັບຂໍ້ສອບເສັງ ຫຼືຫ້ອງເສັງ ຫຼືແມ່ນແຕ່ຝັນວ່າເສັງບໍ່ໄດ້. ກໍລະນີລັກສະນະນີ້ເປັນຄວາມວິຕົກຢ່າງນຶ່ງ ເຊິ່ງພົບເຫັນກັນໄດ້ທົ່ວໄປ.
ຂ້າພະເຈົ້າໄລຍະນີ້ກໍຮູ້ສຶກວ່າ ຈະຝັນເລື່ອງບໍ່ເປັນເລື່ອງ ເພາະວ່າຄຶດກ່ຽວກັບສິ່ງນັ້ນຫຼາຍເກີນໄປ ເຊິ່ງການຄຶດຈົນເກັບໄປຝັນແບບນີ້ ມັກຈະເປັນຜົນເສຍຫຼາຍກວ່າຜົນດີ ຫາກເກີດມີປາກົດການແບບນີ້ ຄວນຈະຄຶດໃຫ້ໜ້ອຍລົງດີກວ່າ .. ຈົບແຫຼະເນາະ ![]()
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ