ເກັບເລື່ອງວຽກໄປຝັນອີກຈົນໄດ້ ສະໝອງຂອງຄົນເຮົາເວລາຝັນ ມັນກໍຊ່າງຄຶດ ເອົາເລື່ອງທີ່ໃກ້ຄຽງກັນມາປະຕິດປະຕໍ່ກັນເປັນເລື່ອງເປັນລາວຂຶ້ນມາ.
ເລື່ອງມັນເລີ່ມຈາກມື້ຄືນນີ້ເບິ່ງລາຍການນຶ່ງ ແລ້ວເຫັນ MV ໂຕນຶ່ງໜ້າສົນໃຈ ເບິ່ງແລ້ວກໍໄປນອນ ຕອນໃກ້ຕື່ນ ຝັນວ່າເຫັນຜູ່ຍິງໃນເພງນັ້ນມາຮ້ານ ແລ້ວຄຶດອອກ ກໍເລີຍເວົ້ານຳເຂົາເຈົ້າວ່າ ງານອອກມາດີຫຼາຍ ເສຍດາຍບໍ່ໄດ້ຖ່າຍໃຫ້.
ເລື່ອງທີ່ເສຍດາຍທີ່ບໍ່ໄດ້ຖ່າຍໃຫ້ ມັນເປັນເລື່ອງທີ່ຄຶດມາກ່ອນແລ້ວກ່ອນໜ້ານີ້ ເພາະວ່າພາດງານຂອງບາງຄົນໄປ ຮູ້ສຶກເສຍດາຍເລັກນ້ອຍ ເພາະບໍ່ມັກທາງຕົ້ນສັງກັດເພິ່ນ. ບໍ່ຄຶດວ່າ ຈະເກັບມາເຊື່ອມໂຍງກັນເປັນຝັນໄດ້.
ຄັ້ງສຸດທ້າຍທີ່ຂຽນເລື່ອງໃນບລັອກນີ້ກໍວັນທີ ໓໑ ມີນາ ກໍຖືວ່າຮ້າງໄປດົນພໍສົມຄວນ ນັບໄປນັບມາແລ້ວກໍປະມານ ໑໓໗ ມື້ທີ່ບໍ່ໄດ້ອັບເດດບລັອກ.
ໄລຍະນີ້ມັນກໍແປກໆ ຕັ້ງແຕ່ຍ້າຍມາຢູ່ວຽງຈັນ ກໍບໍ່ຄ່ອຍໄດ້ຝັນ ຫຼືຝັນແລ້ວກໍມັກລືມໆ ເພາະຕື່ນສວາຍ ບໍ່ຄືແຕ່ກ່ອນທີ່ຕື່ນ 5-6 ໂມງເຊົ້າ ດຽວນີ້ຕື່ນເອົາ 8-9 ໂມງທຸກມື້ ຍົກເວັ້ນມື້ໄປວຽກຖ່າຍທຳຕອນເຊົ້າໆ.
ພິມຮອດນີ້ກໍເກືອບລືມວ່າມື້ຄືນຝັນຫຍັງ ນັ່ງຄຶດຢູ່ສອງວິນາທີຈຶ່ງຄຶດອອກສ່ວນນຶ່ງວ່າ ຝັນວ່າຖືກຕຳຫຼວດກັກລົດຍ້ອນຂີ່ລ່ວງໄຟແດງ ເພາະກຳລັງເດີນທາງໄປໄປສະນີ ເພື່ອໄປເອົາເຄື່ອງທີ່ມີຄົນຝາກມາ. ຄວາມແປກປະຫຼາດກໍຄື ເຄື່ອງທີ່ຝາກມາຮອດນັ້ນ ແມ່ນວັນເສົາ ເຊິ່ງປົກກະຕິໄປສະນີບໍ່ໜ້າຈະເຮັດວຽກ ແຕ່ເຈົ້າໜ້າທີ່ໄປສະນີແຈ້ງວ່າ ມີເຄື່ອງມາ 2 ຫໍ່ ໃຫ້ໄປເອົາທີ່ຊ່ອງ 12 ຫຼືຊ່ອງສຸດທ້າຍ.
ໃນຕອນທີ່ຖືກກັກລົດນັ້ນ ຕຳຫຼວດໃຫ້ເອົາລົດເຂົ້າໄປໄວ້ໃນບ້ານທີ່ເປັນກະຕູບຫຼັງນຶ່ງ ເຮັດດ້ວຍດິນ ຄ້າຍໆ ເຮືອນຂອງຊາວຈີນຕອນລຸ່ມ.
ແຕ່ກໍບໍ່ແປກ ດັ່ງທີ່ເຄີຍຂຽນໄປໃນຫຼາຍໆ ຕອນກ່ອນໜ້ານີ້ແລ້ວວ່າ ຄວາມຝັນມັກຈະສະທ້ອນສິ່ງທີ່ເຮົາຄຶດ ຫຼືກັງວົນໃຈຢູ່ ເຊິ່ງກໍແມ່ນແທ້ ເພາະເລື່ອງເຄື່ອງຈາກໄປສະນີ ຫຼືເລື່ອງລ່ວງໄຟແດງ ແລະຕຳຫຼວດກັກ ລ້ວນແຕ່ເປັນສິ່ງທີ່ຜູ່ຂຽນມີຄວາມກັງວົນໃຈຢູ່ເນືອງນິດນັ້ນເອງ.
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ