ຝັນປ່ວງ ໆ ຝັນວ່າໄດ້ໄປຂຶ້ນຍົນແລ້ວພົບເລື່ອງແປກ ໆ ຫຼາຍຢ່າງກ່ອນຂຶ້ນຍົນ ເປັນຕົ້ນວ່າ ເກີດຄວາມສົງໄສວ່າເປັນຫຍັງຍົນລຳນີ້ ຈຶ່ງວ່າບໍ່ມີອາຫານແຈກເທິງຍົນ ພໍອ່ານຂໍ້ມູນກໍພົບວ່າ ຍົນດັ່ງກ່າວແມ່ນລະຫັດແມ່ນຫຍັງຈັກຢ່າງບໍ່ມີໂຕອັກສອນ B ໃນຊື່ລະຫັດຂອງປີ້ ສ່ວນຖ້ຽວບິນທີ່ມີອາຫານແຈກຟຣີນັ້ນ ມີອັກສອນຫຍໍ້ B ໃນປີ້
ໂອ.. ເປັນໄປເນາະ
ຝັນວ່າ ແມ່ໄປຂັບຍົນ Jet ແລ້ວເກີດເຫດຫຍັງບາງຢ່າງ ກໍ່ເລີຍລົງຈອດ ແລ້ວບອກວ່າ ເອົາຟືນໃຫ້ແດ່ ກໍ່ເອົາໄປໃຫ້ ພໍເປີດຝາຄອບທາງເທິງອອກມາ ປະກົດວ່າ ໃນຍົນມີກອງໄຟຢູ່ ແລະຟືນທີ່ເອົາໄປໃຫ້ນັ້ນມີຂະໜາດຍາວບໍ່ເກີນສອກດຽວ ແຖມຍັງນ້ອຍ ໆ ບາງ ໆ ອີກ
ຫຼັງຈາກນັ້ນກໍ່ຮູ້ເມື່ອຕື່ນຂຶ້ນມາ ເຫັນເມຍທຳທ່ານອນບໍ່ຫຼັບເລີຍເວົ້າໃຫ້ເມຍຟັງວ່າຝັນແນວນັ້ນ ແລ້ວກໍ່ຫຼັບຕໍ່ໄປ ໃນຝັນຕໍ່ກັນນັ້ນຝັນວ່າ ໄດ້ພົບຄົນຮູ້ຈັກ ຄ້າຍ ໆ ວ່າເປັນງານບຸນ ມີຄົນກາຍທາງຫຼາຍ ກໍ່ເລີຍເລົ່າໃຫ້ຄົນແຖວນັ້ນທີ່ໄດ້ພົບຟັງວ່າ ມື້ຄືນຝັນວ່າແມ່ໄປຂັບຍົນ Jet ແລ້ວເກີດເຫດຫຍັງບາງຢ່າງ ກໍ່ເລີຍລົງຈອດ ແລ້ວບອກວ່າ ເອົາຟືນໃຫ້ແດ່ ກໍ່ເອົາໄປໃຫ້ ພໍເປີດຝາຄອບທາງເທິງອອກມາ ປະກົດວ່າ ໃນຍົນມີກອງໄຟຢູ່ ແລະຟືນທີ່ເອົາໄປໃຫ້ນັ້ນມີຂະໜາດຍາວບໍ່ເກີນສອກດຽວ ແຖມຍັງນ້ອຍ ໆ ບາງ ໆ ອີກ ຄົນຟັງພໍໄດ້ຟັງແລ້ວກໍ່ຫົວກິກ ໆ ກັກ ໆ ຈົນເຈົ້າຂອງຮ້ານມາຫ້າມ ກໍ່ເລີຍກັບບ້ານ ໄປຝັນແນວໃໝ່ຕໍ່
ຝັນວ່າ ໄດ້ຖາມຄົນ ໆ ໜຶ່ງວ່າ ມະນຸດເກີດມາຈາກໃສ .. ຈື່ໄດ້ວ່າກ່ອນໜ້ານີ້ເຄີຍຝັນວ່າ ມະນຸດແຕ່ກ່ອນເປັນຕົ້ນໄມ້ -_-a
ມື້ຄືນວານນີ້ ຂ້າພະເຈົ້າຫຼັບດ້ວຍຄວາມອ່ອນເພຍ ແລະປະກົດວ່າ ໄດ້ເກີດມີນິມິດຄວາມຝັນອັນແປກປະຫຼາດຂຶ້ນມາ ໃນຝັນຂອງຂ້າພະເຈົ້າພົບວ່າ ເປັນເລື່ອງທີ່ຂ້າພະເຈົ້າເອງຄຶດໜັກໃຈຢູ່ຫຼາຍ ຈົນໄປປະກົດເປັນຝັນ ແຕ່ມີສອງສິ່ງທີ່ແປກກໍ່ຄື ໄດ້ຝັນວ່າຕົນນັ້ນໄດ້ຕັດຜົມ ໑ ແລະໄດ້ຖ່າຍຮູບ ໑
ກ່ຽວກັບການຖ່າຍຮູບ ບໍ່ຖືເປັນເລື່ອງແປກ ເພາະວ່າໃນມື້ເວນຂອງວັນນັ້ນ ຂ້າພະເຈົ້າຄຶດກ່ຽວກັບເລື່ອງການຖ່າຍຮູບຢູ່ກ່ອນແລ້ວ ຈຶ່ງອາດນຳໄປຝັນໄດ້ ແຕ່ເລື່ອງຕັດຜົມ ບໍ່ຢູ່ໃນຄວາມຄຶດມາດົນແລ້ວ ຕຳລາເພິ່ນວ່າ ຫາກຝັນໄດ້ຕັດຜົມ ຫຼືດັດຜົມຕົນເອງໃຫ້ຕ່າງໄປຈາກເດີມ ທຳນາຍວ່າຈະໝົດເຄາະ ຫຼືພົ້ນຈາກໂຣກໄພ
ນັບເປັນເລື່ອງທີ່ແປກ ເພາະບໍ່ໄດ້ຝັນໃນລັກສະນະນີ້ດົນແລ້ວ. ຄັ້ງສຸດທ້າຍທີ່ຝັນແບບນີ້ແມ່ນຕອນບວດ, ຕອນນັ້ນມີຄືນໜຶ່ງ ໄດ້ເກີດຝັນວ່າ ສາມາດເຫາະຂຶ້ນໄປໃນອາກາດໄດ້ ແຕ່ວ່າຕ້ອງໃຊ້ຄວາມພະຍາຍາມພໍສົມຄວນ.
ໃນຄືນວານນີ້ກໍ່ເຊັ່ນກັນ. ຂ້າພະເຈົ້າໄດ້ເກີດມີຄວາມຝັນຂຶ້ນມາວ່າ ຕົນນັ້ນສາມາດເຫາະຂຶ້ນໄປໃນອາກາດໄດ້ ຫາກຍັງບໍ່ທັນເກັ່ງເທື່ອ ຕ້ອງໃຊ້ຄວາມພະຍາຍາມຢູ່ເລັກນ້ອຍໃນການເຫາະຂຶ້ນໄປໃນທ້ອງຟ້າ. ໃນຝັນ ຈື່ໄດ້ວ່າ ມັນຄ້າຍ ໆ ກັບຕົນເອງບໍ່ມີຄວາມໝັ້ນໃຈ ເກີດຄວາມຢ້ານກົວຂຶ້ນມາວ່າຈະຕົກ ຈຶ່ງຕ້ອງທຳທ່າຄ້າຍ ໆ ໂດດຂຶ້ນໄປ ເພື່ອໃຫ້ຕົນຂຶ້ນໄປຢູ່ບ່ອນສູງ ແຕ່ການໂດດນັ້ນ ສູງຫຼາຍ ສູງຈົນເຮັດໃຫ້ລອຍຢູ່ໃນອາກາດໄດ້ເປັນເວລາດົນ.
ຂ້າພະເຈົ້າໄດ້ພາໝູ່ຜູ້ຮູ້ຈັກກັນ ໄປທ່ອງທ່ຽວຕາມສະຖານທີ່ຕ່າງ ໆ ແລະໄປຮອດຈຸດໜຶ່ງ ທີ່ມີຄວາມຄຸ້ນເຄີຍວ່າ ຂ້າພະເຈົ້າເຄີຍອາໄສຢູ່ສະຖານທີ່ແຫ່ງນັ້ນ ເປັນສະຖານທີ່ ທີ່ເຊິ່ງເປັນບ່ອນສັກກາຣະບູຊາຂອງຊາວພຸທທັງຫຼາຍ ໝູ່ຂ້າພະເຈົ້າຖາມວ່າ ຈະເຂົ້າໄປບໍ່ ຂ້າພະເຈົ້າຕອບ ບໍ່ ເພາະເວລານັ້ນມີຄົນທຽວທາງຫຼາຍ.
ຂ້າພະເຈົ້າບໍ່ອາດຈະເປີດເຜີຍລາຍລະອຽດຂອງຝັນນັ້ນໄດ້ ເພາະມັນຊ່າງສັບສົນ ແລະເປັນຄວາມຝັນອັນດຳມືດທີ່ຢູ່ໃນຈິດໃຈຂອງຂ້າພະເຈົ້າເອງ ຊ່າງໜ້າອາຍຫຼາຍຫາກຈະເປີດເຜີຍອອກມາ … ໃນຝັນ ຂ້າພະເຈົ້າຮູ້ສຶກເປັນກັງວົນຍິ່ງ ປານດັ່ງໜຶ່ງວ່າເກີດເຫດອັນຮ້ອນໃຈເຖິງທີ່ສຸດກັບຕົນເອງ…
ມັນເປັນຝັນຕອນກາງເວັນ ແຕ່ກໍ່ມີສ່ວນເຮັດໃຫ້ຂ້າພະເຈົ້າຄຶດຫຼາຍພໍສົມຄວນ
ຂໍຢ່າໃຫ້ເກີດດັ່ງໃນຝັນເລີຍ ຕ້ອງພະຍາຍາມຂົ່ມຈິດໃຫ້ໄດ້
ບໍ່ໄດ້ຂຽນບລັອກນີ້ມາເປັນໄລຍະເວລາໜຶ່ງແລ້ວ ເຫດຜົນຫຼັກກໍ່ຄື… ຈື່ຝັນຂອງຕົນເອງບໍ່ໄດ້ 🙁
ອາດຈະເປັນເພາະວ່າ ຫຼັບດີເກີນໄປ ຫຼືເມື່ອຍຈາກວຽກງານເກີນໄປ ເຮັດໃຫ້ບໍ່ສາມາດຈື່ຈຳກໍ່ເປັນໄດ້ ເພາະໃນຄວາມເປັນຈິງແລ້ວ ຄົນເຮົາມັກຈະຝັນຢູ່ຕະຫຼອດທຸກຄັ້ງທີ່ຫຼັບ ພຽງແຕ່ໃຜຈະສາມາດຈື່ໄດ້ຫຼືບໍ່ກໍ່ເທົ່ານັ້ນເອງ ຂ້າພະເຈົ້າກໍ່ເຊັ່ນດຽວກັນ ຫຼ້າສຸດ ກໍ່ສາມາດຈື່ຄວາມຝັນໄດ້ອີກຄັ້ງໜຶ່ງ
ໃນຝັນ ຂ້າພະເຈົ້າຢູ່ທີ່ຫ້າງສັບພະສິນຄ້າໃຫຍ່ແຫ່ງໜຶ່ງ ເປັນເວລາທີ່ຫ້າງໃກ້ປິດແລ້ວ ຕອນນັ້ນມີຄວາມຮູ້ສຶກວ່າ ກຳລັງຈະໄປສະຖານທີ່ແຫ່ງໜຶ່ງ ແຕ່ຕ້ອງຢູ່ຖ້າທີ່ຫ້າງແຫ່ງນັ້ນກ່ອນ ຈຶ່ງໄດ້ອອກຍ່າງເພື່ອໄປເລາະຊອກປື້ມອ່ານ ປະກົດວ່າ ຮ້ານໃດ ໆ ກໍ່ປິດກັນໝົດແລ້ວ ຈົນໄປຮອດບ່ອນທີ່ມີລັກສະນະເປັນສາງສຳລັບໄວ້ເຄື່ອງ ເປັນຫ້ອງທີ່ໃຫຍ່ຫຼາຍ ມີສິນຄ້າຕ່າງ ໆ ກອງກັນຢູ່ເປັນຈຳນວນຫຼວງຫຼາຍ ຂະໜາດຂອງຫ້ອງນັ້ນກໍ່ໃຫຍ່ພິດສະດານຫຼາຍແລ
ຝັນໄດ້ພຽງເທົ່ານັ້ນກໍ່ຕື່ນຂຶ້ນມາ ເບິ່ງໂມງໃນໂທລະສັບມືຖື ເວລານັ້ນແມ່ນ 5:00AM ພໍດີ (ເທົ່າທີ່ຈື່ໄດ້) ກໍ່ຄິດວ່າ ມື້ນີ້ເປັນມື້ອອກພັນສາ ຕ້ອງຕື່ນເຊົ້າແດ່ຈັກໜ່ອຍ ແຕ່ວ່າ ທີ່ໂມງປຸກມັນບໍ່ປຸກເປັນຍ້ອນມື້ຄືນລືມຕັ້ງເວລາໄວ້ ຈຶ່ງປັບເວລາໃຫ້ໂມງປຸກອີກຄັ້ງຕອນ 5:40AM ແລະຫຼັບໄປໄດ້ອີກຈັກໜ່ອຍກໍ່ຕື່ນຂຶ້ນມາ ກຽມຕົວໄປໃສ່ບາດໃນມື້ອອກພັນສາ
ເກີດມີຄວາມຝັນອັນແປກປະຫຼາດຂຶ້ນມາ ເມື່ອຝັນວ່າ ມີຄົນສັ່ງເກັບຂ້າພະເຈົ້າ!!! ໃນຝັນນັ້ນແມ່ນມີຢູ່ວ່າ ເກີດມີຄວາມຂັດແຍ່ງກັບໃຜກໍ່ບໍ່ແນ່ຊັດ ແຕ່ແນ່ຊັດກໍ່ຄືເຂົາຄົນນັ້ນໄດ້ສັ່ງໃຫ້ນັກເລງກຸ່ມໜຶ່ງມາຂ້າເຮົາຖິ້ມ ເວລານັ້ນແມ່ນກຳລັງໄປຕະຫຼາດທ່າເຮືອເມ ກຳລັງຈະກັບ ແຕ່ມີນັກເລງກຸ່ມໜຶ່ງ ປະມານ ໗-໘ ຄົນເຂົ້າມາຫາ ແລ້ວກໍ່ຂົ່ມຂູ່ວ່າຈະຂ້າຖິ້ມເສຍ ແລະຕອນນັ້ນເອງ ຜູ້ທີ່ສັ່ງໃຫ້ຂ້າກໍ່ຢູ່ບ່ອນນັ້ນນຳ ເບິ່ງລາວແລ້ວກໍ່ເປັນຄົນທີ່ມີອາຍຸນ້ອຍຢູ່ ເຫດໃດຈຶ່ງໃຈຫ້ຽມໂຫດປານນີ້ໄດ້ ແຕ່ນັ້ນບໍ່ສຳຄັນ ມັນສຳຄັນຢູ່ບ່ອນວ່າ ເຮົາກຳລັງຊິຖືກຂ້າແລ້ວ!
ກໍ່ເຈລະຈາຕໍ່ຮອງກັບຫົວໜ້າກຸ່ມນັກເລງນັ້ນວ່າ ຈະຈ່າຍສູງກວ່າຄົນວ່າຈ້າງຄົນເດີມ ເຊິ່ງທາງຫົວໜ້າກຸ່ມກໍ່ຟັງແລ້ວຄິດຢູ່ຈັກໜ່ອຍ ແລ້ວກໍ່ຕໍ່ຮອງກັນໄປມາ ແຕ່ກໍ່ບໍ່ໄດ້ເລື່ອງຫຍັງ ໃນລະຫວ່າງທີ່ຝ່າຍນັ້ນບໍ່ໄດ້ລະວັງເຮົາ ເຮົາກໍ່ເລີຍຈັດການຫຼົບໜີກັບມາບ້ານໄດ້ ໃນລະຫວ່າງທາງກໍ່ໂທຫາ 191 ບອກວ່າມີຄົນຊິຂ້າຂ້ອຍ ຕຳຫຼວດກໍ່ບອກວ່າໃຫ້ຕິດຕໍ່ກັບບ້ານກ່ອນເດີ້ ອ້າວ ເວນເອີ້ຍ !!
ກັບມາຮອດຮອດ ປະກົດວ່າເມຍຢູ່ໃນເຮືອນ ກໍ່ຟ້າວບອກເມຍໃຫ້ຮີບໄວ ໆ ມີຄົນນຳມາຂ້າຂ້ອຍ (ບັງເອີນວ່າຫົວໜ້າກຸ່ມນັກເລງພັດວ່າໜ້າຕາ ຄ້າຍກັບຄົນທີ່ມາເຮັດວຽກສ້ອມແປງເຮືອນ) ໃຫ້ຮີບປິດປະຕູ ປິດປ່ອງຢ້ຽມໃຫ້ໝົດ ແລ້ວກຽມຫາທາງໄວ້ ດຽວມັນຊິນຳມາ ເຖິງແມ່ນວ່າໃນເວລານັ້ນຈະເປັນຕອນກາງເວັນກໍ່ຕາມ ກໍ່ຮີບຈັດການປະຕິບັດຕາມທີ່ເວົ້າຈົນຮຽບຮ້ອຍ ແຕ່ອະນິດຈາ ມັນມາຈົນໄດ້
ເມື່ອກຸ່ມນັກເລງນັ້ນມາຮອດ ກໍ່ຊຸນລະມຸນກັນ ຈົນໃນທີ່ສຸດບໍ່ຮູ້ວ່າໄປເຮັດທ່າຫຍັງກໍ່ເລີຍເອົາປືນຍິງຫົວໜ້າກຸ່ມນັກເລງນັ້ນຕາຍຄາທີ່ ສ່ວນລູກນ້ອງກໍ່ລົ້ມເຈັບຕາຍໄປບາງຄົນ ທີ່ເຫຼືອກໍ່ຫຼົບໜີໄປໄດ້ ຈາກນັ້ນຂ້າພະເຈົ້າກໍ່ຕື່ນຈາກຝັນແລະເກີດຄວາມຮູ້ສຶກດີໃຈຫຼາຍ ເພາະມັນເປັນພຽງຝັນ 😀
ສອງຄືນກ່ອນຝັນວ່າ ລືມປ່ຽນຊື່ໄຟລ໌ສຳຄັນໃນເວັບ ແລ້ວມີຄົນໄປພົບໂດຍບັງເອີນ (ຫຼືອາດຈະເຈດຕະນາ?) ແລ້ວມາບອກ ໃນຝັນຮູ້ສຶກຕົກໃຈຫຼາຍ ເພາະບໍ່ຄິດວ່າຈະມີຄົນສັງເກດປານນັ້ນ
ຄວາມຈິງບໍ່ໄດ້ຄິດວ່າເປັນລາງບອກເຫດຫຍັງ ເພາະວ່າຊ່ວງນີ້ມັກຈະຄິດເລື່ອງລະບົດຮັກສາຄວາມປອດໄພທີ່ດີ 🙂
ເກີດຄວາມຝັນແປກ ໆ ຂຶ້ນມາ ຮູ້ສຶກວ່າເປັນຝັນທີ່ໃຊ້ເວລາດົນພໍສົມຄວນ ພໍຮູ້ເມື່ອຄີງຕອນປະມານ ໑ ໂມງກາງຄືນ ມາມອດຄອມ ຕອນນັ້ນກໍ່ມີຄວາມຮູ້ສຶກວ່າຫາກໍ່ຝັນ ພໍຫລັບກໍ່ເລີຍຝັນຕໍ່ ໃນຝັນນັ້ນມີຢູ່ວ່າ ໄປກິນເຂົ້າ ຫຼືແມ່ນຫຍັງບໍ່ຈັກກັບອ້າຍທີ່ຮູ້ຈັກກັນ ໄປແລ້ວໄປພົບກັບສອງສາວ ໜ້າຈະເປັນເອື້ອຍນ້ອງກັນ ຄົນໜຶ່ງອອກຈະອວບ ອີກຄົນຫຸ່ນພຽວບາງ ແລະສູງກວ່າອີກຄົນ ງາມກວ່າອີກນຳ ຂາກັບບາດນີ້ ຂາກັບລະຈັກຄິດແນວໃດ ຊວນເຂົາກັບນຳ ເຂົາກໍ່ຍອມອີກ ແຕ່ທຳອິດຫັ້ນ ພັດວ່າໃຈກ້າໄປໂດດຂຶ້ນລົດຄົນທີ່ອວບກວ່າ ສ່ວນອີກຄົນກໍ່ເລີຍໄດ້ຂຶ້ນນຳອ້າຍທີ່ຮູ້ຈັກຫັ້ນ ບາດນີ້ໄປໄດ້ດົນເຕີບ ໄປຮອດຮ້ານເຂົ້າປຽກທີ່ຄຸ້ນເຄີຍ ໄປພົບໝູ່ທີ່ຮູ້ຈັກຫຼາຍຄົນ ກໍ່ຊວນກັນໄປສະຖານທີ່ແຫ່ງໜຶ່ງ ແລ້ວກໍ່ເກີດມະໂນພາບຂຶ້ນມາວ່າ ກ່ຽວກັບພະຈີນ ຄ້າຍ ໆ ວັດຈີນ ມີສາວງາມນາງໜຶ່ງອີກນຳ ເວົ້າແລ້ວກໍ່ປານໜັງຈີນກຳລັງພາຍໃນເອົາໂລດ. (more…)
ບັງເອີນວ່າ ສອງມື້ກ່ອນຝັນວ່າ ໄດ້ນັ່ງກິນເຂົ້າກັບອ້າຍຄົນໜຶ່ງທີ່ຮູ້ຈັກກັນ ຕື່ນມາກໍ່ໄປອ່ານຕຳລາ ເພິ່ນບອກວ່າ ຝັນວ່າໄດ້ກິນເຂົ້າ ແມ່ນວ່າ ຈະໄດ້ເງິນ ຫຼືໄດ້ໂຊກລາບ
ສອງມື້ຕໍ່ມາກໍ່ປະກົດວ່າ ມີຄົນສົ່ງເງິນເຂົ້າໃນບັນຊີ
ໂອ.. ມັນຊ່າງບັງເອີນດີແທ້
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ