a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຝັນປະຫຼາດ

ຂຽນໂດຍ au8ust
ເມື່ອ 6:09 am
September 7, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 15,086 ຄັ້ງ

ເກີດຄວາມຝັນແປກ ໆ ຂຶ້ນມາ ຮູ້ສຶກວ່າເປັນຝັນທີ່ໃຊ້ເວລາດົນພໍສົມຄວນ ພໍຮູ້ເມື່ອຄີງຕອນປະມານ ໑ ໂມງກາງຄືນ ມາມອດຄອມ ຕອນນັ້ນກໍ່ມີຄວາມຮູ້ສຶກວ່າຫາກໍ່ຝັນ ພໍຫລັບກໍ່ເລີຍຝັນຕໍ່ ໃນຝັນນັ້ນມີຢູ່ວ່າ ໄປກິນເຂົ້າ ຫຼືແມ່ນຫຍັງບໍ່ຈັກກັບອ້າຍທີ່ຮູ້ຈັກກັນ ໄປແລ້ວໄປພົບກັບສອງສາວ ໜ້າຈະເປັນເອື້ອຍນ້ອງກັນ ຄົນໜຶ່ງອອກຈະອວບ ອີກຄົນຫຸ່ນພຽວບາງ ແລະສູງກວ່າອີກຄົນ ງາມກວ່າອີກນຳ ຂາກັບບາດນີ້ ຂາກັບລະຈັກຄິດແນວໃດ ຊວນເຂົາກັບນຳ ເຂົາກໍ່ຍອມອີກ ແຕ່ທຳອິດຫັ້ນ ພັດວ່າໃຈກ້າໄປໂດດຂຶ້ນລົດຄົນທີ່ອວບກວ່າ ສ່ວນອີກຄົນກໍ່ເລີຍໄດ້ຂຶ້ນນຳອ້າຍທີ່ຮູ້ຈັກຫັ້ນ ບາດນີ້ໄປໄດ້ດົນເຕີບ ໄປຮອດຮ້ານເຂົ້າປຽກທີ່ຄຸ້ນເຄີຍ ໄປພົບໝູ່ທີ່ຮູ້ຈັກຫຼາຍຄົນ ກໍ່ຊວນກັນໄປສະຖານທີ່ແຫ່ງໜຶ່ງ ແລ້ວກໍ່ເກີດມະໂນພາບຂຶ້ນມາວ່າ ກ່ຽວກັບພະຈີນ ຄ້າຍ ໆ ວັດຈີນ ມີສາວງາມນາງໜຶ່ງອີກນຳ ເວົ້າແລ້ວກໍ່ປານໜັງຈີນກຳລັງພາຍໃນເອົາໂລດ.

ເມື່ອຕົກລົງກັນໄດ້ແລ້ວກໍ່ຕັດສິນໃຈວ່າຈະໄປ ບາດນີ້ກໍ່ເລີຍບອກກັບຜູ້ຍິງຄົນທີ່ຮູບຮ່າງໜ້າດີກວ່າວ່າ ເຈົ້າຊ້ອນໄປນຳຂ້ອຍເນາະ ລາວກໍ່ຕົກລົງຢ່າງດີ ແລ້ວກໍ່ອອກລົດກັນໄປ ໄປໄດ້ດົນເຕີບ ພົບອຸປະສັກນາ ໆ ຊະນິດລະຫວ່າງທີ່ໄປ ຈົນຮອດທາງເຂົ້າໃຫຍ່ ເກີດເຫດຂັດຂ້ອງບາງຢ່າງ ເຮັດໃຫ້ເຮົາຕ້ອງລ່ວງໜ້າໄປກ່ອນ ແລະຄັ້ງນັ້ນເອງພົບວ່າ ມີສາລະພັດເຫດການບໍ່ພຶງປະສົງລໍຖ້າຢູ່ເບື້ອງໜ້າ ເຊັ່ນວ່າ ກັບດັກທີ່ບໍ່ໄດ້ມາດຕະຖານ ແຕ່ໃນທີ່ສຸດກໍ່ສາມາດໄປຈົນຮອດວັດດັ່ງກ່າວ ແລະຕັດສິນໃຈກັບຄືນໄປພາຄົນມາ ເມື່ອກັບໄປນັ້ນພົບວ່າສາວຄົນທີ່ພາມານຳກໍ່ໄດ້ບຸກຝ່າເຂົ້າມາໄກເຕີບແລ້ວ ແຕ່ມາຄາບ່ອນທີ່ຂ້າພະເຈົ້າຄາຄືກັນ ກໍ່ຊ່ວຍແກ້ໄຂບັນຫາ ແຕ່ພັດວ່າໄປພົບກັບ bugs ບາງຢ່າງ ເຮັດໃຫ້ໄປຕໍ່ບໍ່ໄດ້ ຈົນທີ່ສຸດແລ້ວກໍ່ໃຊ້ວິທີແປກ ໆ ໃນການແກ້ໄຂບັນຫາລຸລ່ວງຜ່ານໄປໄດ້ອີກຄັ້ງ ຈົນທຸກຄົນເຂົ້າໄປຮອດໃນເຂດວັດ ແລ້ວພົບພິທີບາງຢ່າງ ແລະມີມະໂນພາບກ່ຽວກັບຜູ້ຍິງທີ່ຕາຍມາດົນແລ້ວ ແຕ່ຍັງມີຮ່າງກາຍເຫລືອໄວ້ ຈື່ໄດ້ວ່າ ມີອາຍຸປະມານ ໑໓໐໐ ປາຍປີ ແຕ່ບໍ່ຈື່ຕົວເລກຄັກແນ່ ບໍ່ຮູ້ວ່າມັນມີຄວາມໝາຍແນວໃດກັນ.

ເປັນຄວາມຝັນທີ່ແປກ ບໍ່ຢາກຕື່ນ ແລະກໍ່ບໍ່ຢາກຈະຢູ່ໃນຝັນເລີຍ ຊ່າງປະຫຼາດດີແທ້!

Tags: , , , , , , ,

ຄຳຄິດເຫັນ...

ອ່ານແລ້ວຢາກບອກວ່າ...




ຄຳຄິດເຫັນ:



ກ່ຽວກັບຝັນນີ້

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


ລົງທ້າຍ
ບລັອກຄວາມຝັນຂອງຂ້າພະເຈົ້າ ໃຊ້ ເວີດເພຣສ.
"GothamNights" ອອກແບບໂດຍ EvanEckard