ບໍ່ໄດ້ຂຽນບລັອກນີ້ມາເປັນໄລຍະເວລາໜຶ່ງແລ້ວ ເຫດຜົນຫຼັກກໍ່ຄື… ຈື່ຝັນຂອງຕົນເອງບໍ່ໄດ້ 🙁
ອາດຈະເປັນເພາະວ່າ ຫຼັບດີເກີນໄປ ຫຼືເມື່ອຍຈາກວຽກງານເກີນໄປ ເຮັດໃຫ້ບໍ່ສາມາດຈື່ຈຳກໍ່ເປັນໄດ້ ເພາະໃນຄວາມເປັນຈິງແລ້ວ ຄົນເຮົາມັກຈະຝັນຢູ່ຕະຫຼອດທຸກຄັ້ງທີ່ຫຼັບ ພຽງແຕ່ໃຜຈະສາມາດຈື່ໄດ້ຫຼືບໍ່ກໍ່ເທົ່ານັ້ນເອງ ຂ້າພະເຈົ້າກໍ່ເຊັ່ນດຽວກັນ ຫຼ້າສຸດ ກໍ່ສາມາດຈື່ຄວາມຝັນໄດ້ອີກຄັ້ງໜຶ່ງ
ໃນຝັນ ຂ້າພະເຈົ້າຢູ່ທີ່ຫ້າງສັບພະສິນຄ້າໃຫຍ່ແຫ່ງໜຶ່ງ ເປັນເວລາທີ່ຫ້າງໃກ້ປິດແລ້ວ ຕອນນັ້ນມີຄວາມຮູ້ສຶກວ່າ ກຳລັງຈະໄປສະຖານທີ່ແຫ່ງໜຶ່ງ ແຕ່ຕ້ອງຢູ່ຖ້າທີ່ຫ້າງແຫ່ງນັ້ນກ່ອນ ຈຶ່ງໄດ້ອອກຍ່າງເພື່ອໄປເລາະຊອກປື້ມອ່ານ ປະກົດວ່າ ຮ້ານໃດ ໆ ກໍ່ປິດກັນໝົດແລ້ວ ຈົນໄປຮອດບ່ອນທີ່ມີລັກສະນະເປັນສາງສຳລັບໄວ້ເຄື່ອງ ເປັນຫ້ອງທີ່ໃຫຍ່ຫຼາຍ ມີສິນຄ້າຕ່າງ ໆ ກອງກັນຢູ່ເປັນຈຳນວນຫຼວງຫຼາຍ ຂະໜາດຂອງຫ້ອງນັ້ນກໍ່ໃຫຍ່ພິດສະດານຫຼາຍແລ
ຝັນໄດ້ພຽງເທົ່ານັ້ນກໍ່ຕື່ນຂຶ້ນມາ ເບິ່ງໂມງໃນໂທລະສັບມືຖື ເວລານັ້ນແມ່ນ 5:00AM ພໍດີ (ເທົ່າທີ່ຈື່ໄດ້) ກໍ່ຄິດວ່າ ມື້ນີ້ເປັນມື້ອອກພັນສາ ຕ້ອງຕື່ນເຊົ້າແດ່ຈັກໜ່ອຍ ແຕ່ວ່າ ທີ່ໂມງປຸກມັນບໍ່ປຸກເປັນຍ້ອນມື້ຄືນລືມຕັ້ງເວລາໄວ້ ຈຶ່ງປັບເວລາໃຫ້ໂມງປຸກອີກຄັ້ງຕອນ 5:40AM ແລະຫຼັບໄປໄດ້ອີກຈັກໜ່ອຍກໍ່ຕື່ນຂຶ້ນມາ ກຽມຕົວໄປໃສ່ບາດໃນມື້ອອກພັນສາ
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ