a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ລົດ, ວັດ, ຕົ້ນໄມ້ໃຫຍ່ ແລະໂຮງຮຽນ

ຂຽນໂດຍ au8ust
ເມື່ອ 6:28 am
August 3, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,306 ຄັ້ງ

ຕອນໃກ້ແຈ້ງ ຝັນວ່າອ້າຍເຮົາເອົາເງິນ ໑ ລ້ານບາດໄປຊື້ລົດສະປອດມາຂີ່ ເປັນລົດໄຮເທັກແຮງ ເພິ່ນພາແຟນເພິ່ນຂັບເລາະໄປໂຊ ແຕ່ເສັ້ນທາງທີ່ໄປນັ້ນຂ້ອນຂ້າງກັນດານເລັກນ້ອຍຈົນຮູ້ສຶກແປກໃຈ ສ່ວນຂ້າພະເຈົ້າແລະພັນລະຍາກໍຂັບນຳຫຼັງໄປ ຈົນໄປຮອດສະຖານທີ່ແຫ່ງນຶ່ງທີ່ມີລານກວ້າງ ມີຕົ້ນໄມ້ໃຫຍ່ຢູ່ກາງ ແຜ່ກິ້ງກ້ານສາຂາເຮັດໃຫ້ເກີດຮົ່ມເງົາອັນກວ້າງໃຫຍ່ ມີເດັກນ້ອຍຫຼາຍຄົນຢືນຢູ່ບໍລິເວນໃກ້ກັບກົກໄມ້ໃຫຍ່ນັ້ນ ພ້ອມກັບຈຸດທີ່ເປັນລັກສະນະບ່ອນຂາຍເຄື່ອງ. ເມື່ອຂ້າພະເຈົ້າຍ່າງໄປຮອດແລ້ວ ກໍພົບວ່າບໍ່ເຫັນອ້າຍແລ້ວ ເຫຼືອພຽງຕົວຂ້າພະເຈົ້າແລະພັນລະຍາ ເຊິ່ງລາວເອົາເຂົ້າທີ່ຢູ່ໃນບັ້ງໃຫ້ກິນ ບອກວ່າເດັກນ້ອຍວ່າເຮັດໄວ້ແຕ່ມື້ວານ. ຂ້າພະເຈົ້າລອງຊິມແລ້ວມັນເຢັນ ໆ ມີລັກສະນະຫວານເລັກນ້ອຍ. ສະຖານທີ່ນີ້ມີລັກສະນະໂດຍຮວມແລ້ວ ຄຶດວ່າຄ້າຍວັດ ແຕ່ບໍ່ແມ່ນວັດ ເພາະວ່າມັນເປັນໂຮງຮຽນ. ໂຮງຮຽນທີ່ເຮັດດ້ວຍໄມ້ທັງຫຼັງ. ໄມ້ທີ່ໃຊ້ສ້າງໂຮງຮຽນນີ້ມີລັກສະນະອ່ອນຜິດປົກກະຕິ ເວລານັ່ງພິງແລ້ວ ມັນເກືອບຈະຫັກລົງໄປໄດ້ເລີຍ. ໃນບ່ອນນັ້ນເອງໄດ້ພົບກັບອາຈານຄົນນຶ່ງ ທີ່ມີຮູບຮ່າງຈ່ອຍ ຜິວເຂັ້ມ. ກໍໄດ້ລົມກັບລາວກ່ຽວກັບເລື່ອງນ້ອງສາວຂອງພັນລະຍາ ແລ້ວກໍຕື່ນຂຶ້ນມາ.

ຮູ້ສຶກວ່າກ່ອນໜ້ານີ້ຈະເຄີຍຝັນເຫັນໂຮງຮຽນເຊັ່ນກັນ ແຕ່ບໍ່ແມ່ນບ່ອນດຽວກັນ. ເພິ່ນວ່າ ຖ້າຝັນເຫັນໂຮງຮຽນເກົ່າ ແມ່ນໝາຍຄວາມວ່າ ໃຫ້ລະວັງຈະຖືກຄົນຫັກຫຼັງການເຂົ້າຫຸ້ນຮ່ວມທຶນດຳເນີນທຸລະກິດຕ່າງ ໆ ຈະຂາດທຶນບໍ່ໄດ້ຜົນທີ່ກຸ້ມຄ່າ.


ກັບໄປຮຽນ

ຂຽນໂດຍ au8ust
ເມື່ອ 6:35 am
July 17, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,460 ຄັ້ງ

ດົນແລ້ວບໍ່ໄດ້ຝັນແບບນີ້ ຝັນວ່າໄດ້ກັບໄປຮຽນຕໍ່ຕື່ມ.

ໃນຝັນນັ້ນມີຄວາມລັງເລໃຈວ່າຈະໄປຮຽນຕໍ່ດີບໍ່ ຫຼືບໍ່ໄປດີ ເພາະວ່າເຮັດວຽກແລ້ວ ຖ້າຮຽນຕໍ່ ຈະຕ້ອງໄປລົງຊື່ອີກ ແລະກໍຕັດສິນໃຈໃນມື້ສຸດທ້າຍວ່າ ຈະໄປຮຽນຕໍ່ ເຊິ່ງຄວາມແປກປະຫຼາດແມ່ນ ສະຖານສຶກສາທີ່ໄປຮຽນຕໍ່ນັ້ນ ສາມາດລະນຶກໄດ້ໃນໃຈວ່າແມ່ນໂຮງຮຽນສັນຕິພາບ ແຕ່ສິ່ງທີ່ປະກົດໃນຝັນນັ້ນ ປະກອບໄປດ້ວຍຕຶກຮຽນຕ່າງ ໆ ທີ່ບໍ່ຄືກັບໃນໂຮງຮຽນສັນຕິພາບເລີຍ.

ໃນມື້ຖັດມາ ເຂົ້າໃຈວ່າໜ້າຈະເປັນມື້ເປີດຮຽນ ມີການກິນລ້ຽງສະຫຼອງເປີດເທີມກັນຢ່າງໃຫຍ່ ໃນມື້ນັ້ນໄດ້ພົບກັບໝູ່ເກົ່າຫຼາຍຄົນ ແລະທີ່ສຳຄັນ ມີຄົນພາໄປຕາມຈຸດຕ່າງ ໆ ພ້ອມແນະນຳກ່ຽວກັບເລື່ອງທີ່ຈຳເປັນ.

ຕື່ນມາເວົ້າໃຫ້ເມຍຟັງ ເມຍຟັງແລ້ວເວົ້າວ່າ “…ຫັ້ນລະຍັງເປັນເດັກນ້ອຍຢູ່”

ອ້າວ… ຂ້ອຍຝັນວ່າເຮັດວຽກແລ້ວແຕ່ໄດ້ໄປຮຽນຕໍ່ມະຫາວິທະຍາໄລເດີ້ພີ່ນ້ອງ -*-

ຕາມຕຳລາເພິ່ນວ່າ ຝັນເຫັນໝູ່ເກົ່າ ໝາຍຄວາມວ່າ ຈະໄດ້ລາບທາງປາກຈະມີຄົນລ້ຽງດູ ເລກນຳໂຊກແມ່ນ 80 , 415 , 42 , 556 , 911 ສ່ວນວ່າຝັນເຫັນໂຮງຮຽນເກົ່າ ເພິ່ນວ່າ ຈະໄດ້ເປັນທີ່ຮັກໃຄ່ເອັນດູຂອງຜູ່ໃຫຍ່ ເລກນຳໂຊກແມ່ນ 75 , 340 , 802 , 891 , 977

ກໍວ່າກັນໄປ.


ໃນຝັນຂອງຝັນ

ຂຽນໂດຍ au8ust
ເມື່ອ 6:47 am
January 20, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,413 ຄັ້ງ

ຝັນວ່າ ແມ່ໄປຂັບຍົນ Jet ແລ້ວເກີດເຫດຫຍັງບາງຢ່າງ ກໍ່ເລີຍລົງຈອດ ແລ້ວບອກວ່າ ເອົາຟືນໃຫ້ແດ່ ກໍ່ເອົາໄປໃຫ້ ພໍເປີດຝາຄອບທາງເທິງອອກມາ ປະກົດວ່າ ໃນຍົນມີກອງໄຟຢູ່ ແລະຟືນທີ່ເອົາໄປໃຫ້ນັ້ນມີຂະໜາດຍາວບໍ່ເກີນສອກດຽວ ແຖມຍັງນ້ອຍ ໆ ບາງ ໆ ອີກ

ຫຼັງຈາກນັ້ນກໍ່ຮູ້ເມື່ອຕື່ນຂຶ້ນມາ ເຫັນເມຍທຳທ່ານອນບໍ່ຫຼັບເລີຍເວົ້າໃຫ້ເມຍຟັງວ່າຝັນແນວນັ້ນ ແລ້ວກໍ່ຫຼັບຕໍ່ໄປ ໃນຝັນຕໍ່ກັນນັ້ນຝັນວ່າ ໄດ້ພົບຄົນຮູ້ຈັກ ຄ້າຍ ໆ ວ່າເປັນງານບຸນ ມີຄົນກາຍທາງຫຼາຍ ກໍ່ເລີຍເລົ່າໃຫ້ຄົນແຖວນັ້ນທີ່ໄດ້ພົບຟັງວ່າ ມື້ຄືນຝັນວ່າແມ່ໄປຂັບຍົນ Jet ແລ້ວເກີດເຫດຫຍັງບາງຢ່າງ ກໍ່ເລີຍລົງຈອດ ແລ້ວບອກວ່າ ເອົາຟືນໃຫ້ແດ່ ກໍ່ເອົາໄປໃຫ້ ພໍເປີດຝາຄອບທາງເທິງອອກມາ ປະກົດວ່າ ໃນຍົນມີກອງໄຟຢູ່ ແລະຟືນທີ່ເອົາໄປໃຫ້ນັ້ນມີຂະໜາດຍາວບໍ່ເກີນສອກດຽວ ແຖມຍັງນ້ອຍ ໆ ບາງ ໆ ອີກ ຄົນຟັງພໍໄດ້ຟັງແລ້ວກໍ່ຫົວກິກ ໆ ກັກ ໆ ຈົນເຈົ້າຂອງຮ້ານມາຫ້າມ ກໍ່ເລີຍກັບບ້ານ ໄປຝັນແນວໃໝ່ຕໍ່

ຝັນວ່າ ໄດ້ຖາມຄົນ ໆ ໜຶ່ງວ່າ ມະນຸດເກີດມາຈາກໃສ .. ຈື່ໄດ້ວ່າກ່ອນໜ້ານີ້ເຄີຍຝັນວ່າ ມະນຸດແຕ່ກ່ອນເປັນຕົ້ນໄມ້ -_-a


ຄວາມຝັນອັນຍາວນານ

ຂຽນໂດຍ au8ust
ເມື່ອ 6:53 am
December 29, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,330 ຄັ້ງ

ມື້ຄືນວານນີ້ ຂ້າພະເຈົ້າຫຼັບດ້ວຍຄວາມອ່ອນເພຍ ແລະປະກົດວ່າ ໄດ້ເກີດມີນິມິດຄວາມຝັນອັນແປກປະຫຼາດຂຶ້ນມາ ໃນຝັນຂອງຂ້າພະເຈົ້າພົບວ່າ ເປັນເລື່ອງທີ່ຂ້າພະເຈົ້າເອງຄຶດໜັກໃຈຢູ່ຫຼາຍ ຈົນໄປປະກົດເປັນຝັນ ແຕ່ມີສອງສິ່ງທີ່ແປກກໍ່ຄື ໄດ້ຝັນວ່າຕົນນັ້ນໄດ້ຕັດຜົມ ໑ ແລະໄດ້ຖ່າຍຮູບ ໑

ກ່ຽວກັບການຖ່າຍຮູບ ບໍ່ຖືເປັນເລື່ອງແປກ ເພາະວ່າໃນມື້ເວນຂອງວັນນັ້ນ ຂ້າພະເຈົ້າຄຶດກ່ຽວກັບເລື່ອງການຖ່າຍຮູບຢູ່ກ່ອນແລ້ວ ຈຶ່ງອາດນຳໄປຝັນໄດ້ ແຕ່ເລື່ອງຕັດຜົມ ບໍ່ຢູ່ໃນຄວາມຄຶດມາດົນແລ້ວ ຕຳລາເພິ່ນວ່າ ຫາກຝັນໄດ້ຕັດຜົມ ຫຼືດັດຜົມຕົນເອງໃຫ້ຕ່າງໄປຈາກເດີມ ທຳນາຍວ່າຈະໝົດເຄາະ ຫຼືພົ້ນຈາກໂຣກໄພ


ຝັນເຫັນຊ້າງ

ຂຽນໂດຍ au8ust
ເມື່ອ 1:07 pm
December 1, 2008
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,631 ຄັ້ງ

ຝັນວ່າ ເຫັນຊ້າງ ຍ່າງໄປມາ ທຳນາຍວ່າ ຈະໄດ້ຮັບໂຊກລາບຈາກຜູ້ໃຫຍ່ໃນໄວ ໆ ນີ້ ຖ້າຝັນໄດ້ຂີ່ຊ້າງ ຫຼືໄດ້ລູບຊ້າງ ຈະໄດ້ຮັບຂ່າວດີຈາກທາງໄກ ຫຼືໄດ້ເດີນທາງ ຖ້າຝັນວ່າຕົກຊ້າງ ຫຼືຂີ່ຊ້າງຕົກມັນອາລະວາດ ທວາຍວ່າ ຈະໄດ້ຮັບເຄາະ ຫຼືການປອງຮ້າຍຈາກສັດຕູທີ່ເໜືອກວ່າ

ຝັນເຫັນຊ້າງຕາຍ ທວາຍວ່າ ຈະໄດ້ເກີດຄວາມຮ້ອນໃຈ ໄດ້ແກ່ສັດພາຫະນະ ສັດຕູຈະປອງຮ້າຍອຸບາຍຫາເຫດຜົນ ໃຫ້ຄົນກຽດຊັງ ຕ້ອງລະວັງຕົວໃຫ້ດີ ຢ່າມີຄວາມປະໝາດ ສິ່ງອຸບາດຢ່າງພຶງກະທຳ ເວນກຳຈົງລະເວັ້ນ

ເລກສ່ຽງໂສກແມ່ນ ໑໙, ໓໙, ໑໑໙, ໑໓໙, ໓໐໙


ຄວາມກັງວົນຈົນເປັນເຫດໃຫ້ຝັນ

ຂຽນໂດຍ au8ust
ເມື່ອ 6:51 am
November 23, 2008
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 1,476 ຄັ້ງ

ໄລຍະຫຼາຍມື້ມານີ້ ຂ້າພະເຈົ້າມັກຈະຝັນ ຝັນແຕ່ເລື່ອງຊ້ຳ ໆ ກັນ ກ່າວຄືເປັນໄປໃນກໍລະນີດຽວກັນ ໃນຝັນຕ່າງ ໆ ນັ້ນ ຂ້າພະເຈົ້າພົບວ່າມີເລື່ອງເກີດຂຶ້ນ ເປັນເລື່ອງທີ່ຕົນຢ້ານວ່າຈະເກີດຂຶ້ນໃນຊີວິດຈິງ ແຕ່ມັນບໍ່ເກີດ ມັນພັດໄປເກີດຂຶ້ນໃນຄວາມຝັນ ນີ້ເປັນສາເຫດມາຈາກຄວາມຄຶດໃນເວລາຕື່ນ ຄົນເຮົາຄຶດ ໆ ໆ ແລ້ວກໍ່ຄຶດ ຈາກນັ້ນມັນຄຶດບໍ່ອອກ ມັນກໍ່ເກັບໄປຝັນ ຝັນແບບນີ້ສ້າງຄວາມທຸກໃຈໄດ້ເປັນຢ່າງດີ

ຍັງກ່ອນ ມັນຍັງມີຂໍ້ດີ ເຖິງແມ່ນວ່າໃນຝັນນັ້ນ ເຮົາຈະໄດ້ພົບກັບຄວາມຈິງ (ທີ່ບໍ່ຈິງ) ວ່າເລື່ອງທີ່ບໍ່ຢາກໃຫ້ເກີດນັ້ນ ໄດ້ເກີດຂຶ້ນແລ້ວ ມັນອາດຈະເປັນເລື່ອງບໍ່ດີຫຼາຍກວ່າເລື່ອງດີ ເພາະຖ້າເປັນເລື່ອງດີ ເຮົາກໍ່ບໍ່ໜ້າຈະໄປກັງວົນຫຍັງຫຼາຍ. ຂໍ້ດີຂອງການຝັນແບບນີ້ກໍ່ຄື ເຮັດໃຫ້ຮູ້ວິທີຮັບມືກັບມັນ ໃນຝັນຂອງຂ້າພະເຈົ້າພົບວ່າ ຕົວເອງພະຍາຍາມຫາທາງແກ້ໄຂ ຮວມເຖິງສິ່ງທີ່ເກີດຂຶ້ນໃນຝັນນັ້ນ ໄດ້ບົ່ງບອກເຖິງຄວາມຈິງພາຍໃນຈິດໃຈວ່າ ຮອດເວລາທີ່ເກີດເລື່ອງບໍ່ດີຂຶ້ນແລ້ວ ເຮົາຈະສະແດງອອກແນວໃດນັ້ນເອງ


ການຈື່ຈຳຄວາມຝັນ

ຂຽນໂດຍ au8ust
ເມື່ອ 7:27 am
October 8, 2008
ໃນໝວດ ສົນທະນາ
1 comment ຖືກເປີດອ່ານແລ້ວ 1,626 ຄັ້ງ

ໄລຍະຫຼັງມານີ້ເວລານອນຈະຝັນ ແຕ່ບໍ່ອາດຈະຈື່ຈຳຄວາມຝັນຂອງຕົວເອງໄດ້ ກໍ່ແປກດີ ອາດຈະເປັນເພາະວ່າມີຄວາມອ່ອນເພຍຈົນເກີນໄປ ຈຶ່ງບໍ່ຈື່ວ່າຝັນຫຍັງ ຫາກແຕ່ພໍຈະຄິດໄດ້ວ່າຝັນກ່ຽວກັບຫຍັງ ເຖິງບໍ່ສາມາດຈຳແນກລາຍລະອຽດໄດ້ກໍ່ຕາມ

ຖ້າຄົນເຮົາບໍ່ຝັນເລີຍ ຈະເປັນແນວໃດເນາະ…


ກິນເຂົ້າແລ້ວໄດ້ເງິນ

ຂຽນໂດຍ au8ust
ເມື່ອ 2:24 pm
September 4, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,253 ຄັ້ງ

ບັງເອີນວ່າ ສອງມື້ກ່ອນຝັນວ່າ ໄດ້ນັ່ງກິນເຂົ້າກັບອ້າຍຄົນໜຶ່ງທີ່ຮູ້ຈັກກັນ ຕື່ນມາກໍ່ໄປອ່ານຕຳລາ ເພິ່ນບອກວ່າ ຝັນວ່າໄດ້ກິນເຂົ້າ ແມ່ນວ່າ ຈະໄດ້ເງິນ ຫຼືໄດ້ໂຊກລາບ

ສອງມື້ຕໍ່ມາກໍ່ປະກົດວ່າ ມີຄົນສົ່ງເງິນເຂົ້າໃນບັນຊີ

ໂອ.. ມັນຊ່າງບັງເອີນດີແທ້


ບໍ່ຮູ້ເລື່ອງນຳ

ຂຽນໂດຍ au8ust
ເມື່ອ 10:16 pm
July 23, 2008
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 1,478 ຄັ້ງ

ໂດຍປົກກະຕິແລ້ວ ຂ້າພະເຈົ້າຈະບໍ່ຄ່ອຍມີອາການແບບນີ້ ແຕ່ວ່າ ສົງໄສມັນບໍ່ປົກກະຕິ ມີຢູ່ມື້ຫນຶ່ງ ໃນຕອນໃກ້ຮຸ່ງ ຍາມນັ້ນ ບໍ່ຈື່ຄັກວ່າຝັນເລື່ອງຫຍັງ ແຕ່ກ່ຽວກັບ Computer Programming ນີ້ລະ ວ່າຕ້ອງໄດ້ Compile ກ່ອນຈຶ່ງໃຊ້ໄດ້ ພໍຮອດໂມງຕື່ນ ຕື່ນປະມານ ໕ ໂມງເຊົ້າ ກໍ່ຕື່ນມາເວົ້ານຳພັນລະຍາວ່າ ເຮັດແບບນັ້ນບໍ່ໄດ້ເດີ້ ຕ້ອງໄດ້ Compile ກ່ອນຈຶ່ງໃຊ້ໄດ້ ພັນລະຍາກໍ່ຈັກເປັນແນວໃດ ຕອບວ່າ ເອີ ໆ ແລ້ວຂ້າພະເຈົ້າກໍ່ນອນຕໍ່ ຕື່ນມາອີກຄັ້ງຖາມລະເພິ່ນຫົວ ໆ ຢູ່ວ່າຂ້າພະເຈົ້າຈັກແມ່ນເວົ້າຫຍັງ ບໍ່ຮູ້ເລື່ອງນຳ 😛


ຝັນເຫັນຄົນຕາຍ

ຂຽນໂດຍ au8ust
ເມື່ອ 7:48 am
May 13, 2008
ໃນໝວດ ກ່ຽວກັບຝັນ
1 comment ຖືກເປີດອ່ານແລ້ວ 4,337 ຄັ້ງ

ສ່ວນຫລາຍການຝັນເຫັນຄົນຕາຍ ເຫັນສົບ ເຫັນໂລງສົບ ເຫັນພິທີກຳກ່ຽວກັບງານສົບ ມັກຈະເປັນເລື່ອງດີ ຢ່າງເຊັ່ນວ່າ…

  • ຝັນເຫັນຄົນຕາຍ ຫຼືສົບທີ່ສົ່ງກິນເໝັນ ເພິ່ນວ່າ ຈະໄດ້ລາບຈາກການສ່ຽງໂຊກ ຫຼືຈະມີໂຊກລາບທາງດ້ານການຄ້າ ໆ ຂາຍ ໆ ແລະຫາກວ່າໃນຝັນນັ້ໜ ຄົນທີ່ຕາຍມີນ້ຳເຫລືອງແລະຫນອນໄຕ່ຕາມຕົນໂຕ ກໍ່ຈະຍິ່ງເຮັດໃຫ້ຜູ້ຝັນມີໂຊກລາບຫລາຍຂຶ້ນ ຕຳລາເພິ່ນບອກວ່າ ເລກເດັດຈະເປັນ ໑໔ ໑໐ ໔໔ ໔໐໔ ໐໐໔ ແລະ ໔໐໙
  • ຖ້າຝັນວ່າ ຕົວເອງຕາຍ ເພິ່ນວ່າ ຈະຫມົດເຄາະ ແລະຈະໄດ້ໂຊກລາບຕິດຕາມມາ ເລກເດັດແມ່ນ ໐໗ ໐໔ ໔໐໗ ໗໑໔ ໔໔໗
  • ຝັນວ່າ ໄດ້ຈັບນ້ຳເຫລືອງຂອງຄົນຕາຍ ຫຼືວ່າຕົກລົງໄປໃນບໍ່ທີ່ເຕັມໄປດ້ວຍນ້ຳເຫລືອງ ເພິ່ນວ່າຈະໄດ້ຮັບໂຊກ ຫຼືຄ້າຂາຍດີຂຶ້ນ ເລກເດັດແມ່ນ ໑໑ ໑໒ ໔໐ ໑໑໔ ໑໐໔ ແລະ ໑໒໔
  • ຫາກຝັນວ່າໄດ້ໄປຝັງສົບຄົນຕາຍດ້ວຍຕົນເອງຕາມລຳພັງແລ້ວນັ້ນ ຖ້າຄົນຕາຍທີ່ເຮົາໄປຝັງເປັນຄົນແປກຫນ້າ ເພິ່ນວ່າຈະໄດ້ຮັບຄວາມຊ່ວຍເຫລືອຈາກຄົນແປກຫນ້າ ຫຼືມິດສະຫາຍຈະມີໂຊກລາບ ເລກເດັດແມ່ນ ໐໒ ໐໖ ໒໐໖ ໒໐໔ ແລະ ໖໐໔

ບາງຕຳລາກໍ່ວ່າ ການຝັນເຫັນຄົນຕາຍນັ້ນ ອາດຈະເປັນເພາະຜູ້ຕາຍຕ້ອງການມາຂໍສ່ວນບຸນນຳເຮົາ ກໍ່ຄວນຈະທຳບຸນອຸທິດສ່ວນກຸສົນໄປໃຫ້ ແລະນອກຈາກຈະມີແຕ່ດ້ານດີ ໆ ໃນການຝັນເຫັນຄົນຕາຍແລ້ວ ດ້ານເສຍກໍ່ມີ  ເຊັ່ນ ຝັນວ່າມິດສະຫາຍຕາຍ ເພິ່ນວ່າ ຈະໄດ້ນຮັບຂ່າວຄາວເຖິງຄວາມເຈັບໄຂ້ບໍ່ສະບາຍຂອງຍາດຕິພີ່ນ້ອງ ຄິດຈະເຮັດສິ່ງປະການໃດ ຈະມີຄວາມສຳເລັດບາງຢ່າງ ແຕ່ກໍ່ມີອຸປະສັກມາຊັກນຳໃຫ້ຕ້ອງລາມື ກ່າວຄືສັດຕູອິດສາຈຶ່ງຫາອຸບາຍມາຂັດຂວງເຮົາໄວ້ ຈົນເມື່ອໃດຈະພົ້ນເຄາະບາບເຄາະກຳທີ່ສ້າງໄວ້ແຕ່ປາງຫລັງພຸ້ນແລ


 
« Previous Entries   Next Entries »

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard