a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ການຈົດຈຳຄວາມຝັນ

ຂຽນໂດຍ au8ust
ເມື່ອ 10:31 am
August 15, 2009
ໃນໝວດ ກ່ຽວກັບຝັນ
no comments ຖືກເປີດອ່ານແລ້ວ 1,537 ຄັ້ງ

ມື້ນີ້ໄປນອນຕັ້ງແຕ່ຍັງບໍ່ທັນສວາຍ ປະມານ 11:30AM ເພາະມື້ຄືນນອນເດິກຕື່ນເຊົ້າ ປາກົດວ່າ ຝັນໄປຮ້ອຍແປດຢ່າງ ຕັ້ງແຕ່ເລື່ອງການກໍ່ລັດຖະປະຫານ ໄປຈົນຮອດເລື່ອງສູ້ກັບແມ່ມົດ ນັບໄດ້ສາລະພັດເລື່ອງ ມີຮອດຕອນໜີການຈັບກຸມນຳອີກ.

ແຕ່ວ່າ ປະເດັນສຳຄັນແມ່ນ ເວລາທີ່ຕື່ນຂຶ້ນມານັ້ນ ຍັງສາມາດຈົດຈຳລາຍລະອຽດຕ່າງ ໆ ໄດ້ວ່າມີຈັກເລື່ອງ ຕອນນັ້ນສາມາດຮຽງລາຍການຂອງຄວາມຝັນທີ່ຜ່ານມາໃນຊ່ວງເວລາ 3 ຊມ (ຕື່ນປະມານ 2:30PM) ວ່າມີຫຍັງແດ່ ມັນເປັນລັກສະນະ Grid ບອກຊື່ຂອງຄວາມຝັນແຕ່ລະເລື່ອງ ແລະມີບາງຊ່ອງທີ່ເປັນສີຂາວລ້ວນ ໆ ຢູ່ ໝາຍເຖິງຝັນທີ່ບໍ່ຈື່ວ່າແມ່ນຝັນຫຍັງ.

ຫຼັງຈາກທີ່ຈົດຈຳຄວາມຝັນໄດ້ດັ່ງນັ້ນແລ້ວ ກໍໄດ້ຄຶດຕໍ່ໄປວ່າ ຈະລອງຈົດໄວ້ດີກວ່າ ກັນລືມ ແລະທັນໃດນັ້ນເອງກໍລືມທັນທີ! ລອງວິເຄາະເບິ່ງແລ້ວ ເວລາທີ່ເວົ້າກັບໂຕເອງວ່າ ຈະຈົດໄວ້ເພື່ອກັນລືມ ຕອນນັ້ນສະໝອງເລີ່ມປະມວນຜົນວ່າຈະຈົດດ້ວຍວິທີໃດ ເວລານັ້ນລະທີ່ logic ເລີ່ມເຮັດວຽກ ແລະຕື່ນຈາກຝັນໂດຍສົມບູນ ຈຶ່ງລືມຄວາມຝັນໄດ້ຈົນເກືອບໝົດສິ້ນ ນັບເປັນເລື່ອງທີ່ແປກ ແລະຕ້ອງທົດສອບໃນຄັ້ງຕໍ່ໄປ.

Tags: , ,

ຄຳຄິດເຫັນ...

ອ່ານແລ້ວຢາກບອກວ່າ...




ຄຳຄິດເຫັນ:



ກ່ຽວກັບຝັນນີ້

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


ລົງທ້າຍ
ບລັອກຄວາມຝັນຂອງຂ້າພະເຈົ້າ ໃຊ້ ເວີດເພຣສ.
"GothamNights" ອອກແບບໂດຍ EvanEckard