ມື້ຄືນນີ້ເປັນຄືນທີ່ຝັນໄດ້ໂຫດຮ້າຍຫຼາຍ
ໃນຝັນນັ້ນ ຂ້າພະເຈົ້າຖືກຂັງໄວ້ໃນລົດຕູ້ເກົ່າໆ ຄັນນຶ່ງທີ່ພາຍໃນໂລ່ງໆ ບ່ອນນັ່ງຖືກຍ້າຍອອກໄປໝົດ ຈື່ໄດ້ວ່າມີແສງແດດສ່ອງມາຈາກດ້ານນອກ ເວລານັ້ນໜ້າຈະປະມານບ່າຍສາມໂມງ
ເຫດການທີ່ເຮັດໃຫ້ຕົກໃຈກໍຄື ໃນຝັນ ໃນລົດຄັນນັ້ນມີໝາໂຕນຶ່ງ ແລະແມວອີກໂຕນຶ່ງ ໝາເປັນໝາສີຂາວ ໂຕບໍ່ໃຫຍ່ຫຼາຍ ເປັນພັນທີ່ມີຂົນຫຼາຍພໍສົມຄວນ ສ່ວນແມວ ເປັນແມວໂຕນ້ອຍ ສີດຳຂາວ ໝາໄລ່ກັດແມວ ເຊິ່ງໃນຕອນທຳອິດ ກໍບໍ່ຮູ້ວ່າມັນຈະຮຸນແຮງເຖິງຂັ້ນທີ່ໝາກັດຫູຂ້າງນຶ່ງຂອງແມວອອກໄປ…
ໃນຕອນນັ້ນຕົກໃຈ ບໍ່ຄິດວ່າຈະເຮັດຂະໜາດນັ້ນ ສ່ວນແມວກໍຮ້ອງສຽງດັງຄືກັບວ່າເຈັບປວດຫຼາຍ ພໍສັງເກດດີໆ ແລ້ວກໍພົບວ່າ ຕາຂອງແມວຖືກກັດອອກໄປນຳ ເຮັດໃຫ້ມັນບໍ່ສາມາດໜີໄປທາງໃດໄດ້ເລີຍ
ຢູ່ໆ ພາບຕັດອອກມານອກລົດ ພົບຍາດຕິພີ່ນ້ອງຫຼາຍຄົນກຳລັງຈະໄປບ່ອນໃດບ່ອນນຶ່ງນຳກັນ…
ຄົນເຮົາເກີດມາໃຜກໍ່ເຄີຍຝັນ ຝັນຫນ້ອຍ ຝັນຫລາຍ ຝັນຮ້າຍ ຝັນດີ ຝັນມີສາລະ ຝັນຫາສາລະບໍ່ໄດ້ ຯລຯ ຝັນແນວໃດກໍ່ວ່າໄປ ຄົນເຮົາ ຕ່າງມີຄວາມຝັນ ພຽງແຕ່ ຄົນທີ່ຝັນອາດຈະບໍ່ຈື່ຄວາມຝັນຂອງຕົນເອງ ຢ່າວ່າແຕ່ຄົນປົກກະຕິເລີຍທີ່ຝັນ ຄົນຕາບອດກໍ່ຝັນ ຄົນຫູໜວກກໍ່ຍັງຝັນ ຄົນພິການກໍ່ຍັງຝັນ ບາງຄັ້ງຖ້າສັງເກດ ຈະເຫັນວ່າ ຫມາແມວໃກ້ບ້ານມັນກໍ່ຝັນ ຝັນລ້າ ໆ ບໍ່ພໍ ມີການລະເມີເພີ້ໄປຕາມຄວາມຝັນນຳ ໂອ… ມັນຊ່າງເປັນໄປໄດ້ຫນໍຄວາມຝັນນີ້
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ