a blog of my dreams


ປົມພະນັກງານທີ່ລາອອກ

ຂຽນໂດຍ au8ust
ເມື່ອ 11:29 pm
May 11, 2025
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 39 ຄັ້ງ

ຊ່ວງນີ້ມັກຈະຝັນຮອດເຫດການທີ່ພະນັກງານຄົນໜຶ່ງທີ່ລາອອກໄປ ຮູ້ສຶກວ່າຈະຝັນຮອດເລື່ອງນີ້ 3 ເທື່ອແລ້ວ ອາດເປັນເພາະມີຄຳຖາມຄາໃຈໃນສາເຫດການລາອອກ ແລະ ເບື້ອງຫຼັງຄວາມຄິດໃນການປະຕິບັດຕໍ່ພະນັກງານ

ໝາຍເຫດ: ໂພສທຳອິດໃນຮອບຫຼາຍປີ ຫຼັງຈາກຍ້າຍເຊີບເວີ 🙂

ແປດ້ວຍການຂຽນ

ຂຽນໂດຍ au8ust
ເມື່ອ 12:29 pm
May 22, 2017
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,852 ຄັ້ງ

ມື້ຄືນນີ້ຝັນວ່າ ແບ່ງວຽກແປໃຫ້ຄົນອື່ນເຮັດ ແຕ່ວ່າເຂົາໃຊ້ວິທີຂຽນໃສ່ເຈ້ຍ ກໍເລີຍຄິດວ່າ ຖ້າຂຽນໃສ່ເຈ້ຍ ແລ້ວໆກໍຕ້ອງມາພິມໃສ່ໃໝ່ ບໍ່ຮູ້ເປັນຫຍັງຕ້ອງເຮັດແນວນັ້ນ ເລີຍແນະນຳໃຫ້ພິມເລີຍໄດ້ບໍ່ ບໍ່ຊັ້ນຕ້ອງເຮັດວຽກສອງຕໍ່ ລະບົບ OCR ພາສາລາວກໍຍັງບໍ່ໄດ້ເລື່ອງເທື່ອ.

ປ.ລ. ຫາກໍສັງເກດວ່າ ປີ 2016 ທັງປີບໍ່ມີການບັນທຶກຝັນໄວ້ເລີຍ O.o!

ໝາກັດແມວຕາບອດ

ຂຽນໂດຍ au8ust
ເມື່ອ 7:46 am
March 21, 2015
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 3,495 ຄັ້ງ

ມື້ຄືນນີ້ເປັນຄືນທີ່ຝັນໄດ້ໂຫດຮ້າຍຫຼາຍ

ໃນຝັນນັ້ນ ຂ້າພະເຈົ້າຖືກຂັງໄວ້ໃນລົດຕູ້ເກົ່າໆ ຄັນນຶ່ງທີ່ພາຍໃນໂລ່ງໆ ບ່ອນນັ່ງຖືກຍ້າຍອອກໄປໝົດ ຈື່ໄດ້ວ່າມີແສງແດດສ່ອງມາຈາກດ້ານນອກ ເວລານັ້ນໜ້າຈະປະມານບ່າຍສາມໂມງ

ເຫດການທີ່ເຮັດໃຫ້ຕົກໃຈກໍຄື ໃນຝັນ ໃນລົດຄັນນັ້ນມີໝາໂຕນຶ່ງ ແລະແມວອີກໂຕນຶ່ງ ໝາເປັນໝາສີຂາວ ໂຕບໍ່ໃຫຍ່ຫຼາຍ ເປັນພັນທີ່ມີຂົນຫຼາຍພໍສົມຄວນ ສ່ວນແມວ ເປັນແມວໂຕນ້ອຍ ສີດຳຂາວ ໝາໄລ່ກັດແມວ ເຊິ່ງໃນຕອນທຳອິດ ກໍບໍ່ຮູ້ວ່າມັນຈະຮຸນແຮງເຖິງຂັ້ນທີ່ໝາກັດຫູຂ້າງນຶ່ງຂອງແມວອອກໄປ…

ໃນຕອນນັ້ນຕົກໃຈ ບໍ່ຄິດວ່າຈະເຮັດຂະໜາດນັ້ນ ສ່ວນແມວກໍຮ້ອງສຽງດັງຄືກັບວ່າເຈັບປວດຫຼາຍ ພໍສັງເກດດີໆ ແລ້ວກໍພົບວ່າ ຕາຂອງແມວຖືກກັດອອກໄປນຳ ເຮັດໃຫ້ມັນບໍ່ສາມາດໜີໄປທາງໃດໄດ້ເລີຍ

ຢູ່ໆ ພາບຕັດອອກມານອກລົດ ພົບຍາດຕິພີ່ນ້ອງຫຼາຍຄົນກຳລັງຈະໄປບ່ອນໃດບ່ອນນຶ່ງນຳກັນ…


about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard