a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຂ້າເລື່ອນຊັ້ນ

ຂຽນໂດຍ au8ust
ເມື່ອ 11:31 am
October 12, 2013
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 2,236 ຄັ້ງ

ມື້ຄືນນອນເດິກເຕີບ ປະມານທ່ຽງຄືນເຄິ່ງ ກະວ່າຊິຕື່ນສວາຍໆ ເພາະເປັນວັນເສົາ ແຕ່ໝາເຫົ່າແຕ່ເຊົ້າ ກໍເລີຍຕື່ນຫົກໂມງເຄິ່ງ ມາເຫງົານອນເອົາຕອນ 11 ໂມງເຊົ້າ ກໍເລີຍໄປນອນພັກຈັກໜ່ອຍ ປາກົດວ່າຝັນເປັນເລື່ອງເປັນລາວ ຝັນກ່ຽວກັບແຮງງານຕ່າງດ້າວທີ່ໜີເຂົ້າເມືອງ ແລ້ວໄປຢູ່ນຳຮ້ານແປງລົດ ຈາກນັ້ນກໍວາງແຜນຂ້າເຈົ້າຂອງຮ້ານໂດຍຮ່ວມມືກັບນ້ອງຊາຍເຈົ້າຂອງ ແລ້ວຕົນເອງກໍໄດ້ເລື່ອນຂັ້ນມາເປັນເມຍເຈົ້າຂອງ (ຄົນໃໝ່)

ເຫດການກໍຊ້ຳຢູ່ແບບນັ້ນສອງເທື່ອ ກໍຄືຫຼັງຈາກຮ້ານນັ້ນແລ້ວກໍໜີໄປບ່ອນໃໝ່ແລ້ວກໍເຮັດຄ້າຍໆກັນອີກ ໂດຍບັງເອີນວ່າເຮົາໄປເຮືອນຫຼັງນັ້ນແລ້ວຮັບຮູ້ເລື່ອງດັ່ງກ່າວ ບວກກັບບັງເອີນວ່າເຂົາກຳລັງເຮັດພິທີຫຍັງຈັກຢ່າງ ນິມົນພະມາ ລະຫວ່າງນັ້ນກໍເລີຍຫຼັບໄປ ແລ້ວຕື່ນມາພົບວ່າຄົນຫາຍໄປໝົດ ກໍເລີຍຕື່ນ


ຝັນວ່າຕາຍ

ຂຽນໂດຍ au8ust
ເມື່ອ 3:28 am
February 1, 2012
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,656 ຄັ້ງ

ມື້ຄືນ ນອນຝັນວ່າ ຮູ້ວ່າໂຕເອງຊິຕາຍ ແຕ່ກຽມຫຍັງບໍ່ທັນ ກໍເລີຍວ່າຊັ້ນກໍຢູ່ລ້າໆ ຊະ ແລ້ວບາດນັ້ນກໍຕາຍ ຕາຍແລ້ວປາກົດວ່າໄປຢູ່ຫ້ອງເອື້ອຍ (ໃນຝັນມີເອື້ອຍສອງຄົນ ແປກດີ) ເອື້ອຍເພິ່ນລະຢ້ານ ຮູ້ວ່າມີຜີໃນຫ້ອງ ແຕ່ບໍ່ຮູ້ວ່ານ້ອງຕາຍເທື່ອ ບໍ່ຢາກຫຼອກກໍເລີຍອອກຈາກຫ້ອງມາ ຍ່າງຜ່ານຝາຫ້ອງອອກມາ ແລ້ວກໍມານັ່ງຫຼິ້ນເນັດ ຂຽນ blog ນັ່ງຄິດວ່າ ຕາຍແລ້ວຍັງມີເນັດໃຊ້ ຊິຂຽນເລົ່າຫຍັງດີຫວະ ເອີ ຊິເລົ່າວ່າ ຕາຍແລ້ວມີເນັດໃຊ້ກ່ອນ -”-

ເບິ່ງໃນ Google ບອກວ່າ ຝັນວ່າຕາຍ ໝາຍຄວາມວ່າ ຈະມີອາຍຸຍືນ ຫຼືໄດ້ໂຊກລາບຈາກຜູ່ໃຫຍ່


ແອເຢັນຈົນໜາວ

ຂຽນໂດຍ au8ust
ເມື່ອ 3:31 am
August 11, 2011
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,265 ຄັ້ງ

ກ່ອນໜ້ານີ້ເອົາລົດໄປແປງ ກໍແປງຫຼາຍຢ່າງ ແລ້ວກໍແປງແອນຳ ເຊິ່ງປາກົດວ່າ ແປງແລ້ວກໍບໍ່ເຫັນແອຊິເຢັນຫຍັງເລີຍ ກໍເຊັງໄປຕາມໆ ກັນ

ກໍບໍ່ໄດ້ຄຶດຫຼາຍກ່ຽວກັບເລື່ອງແອແປງແລ້ວບໍ່ດີ ມີແຕ່ຈົ່ມໆ ເສຍດາຍໄປຕາມເລື່ອງຕາມລາວ ກໍບໍ່ຮູ້ເປັນຫຍັງ ມີຢູ່ຄືນນຶ່ງ ປະມານຄືນກ່ອນ ຝັນວ່າ ນັ່ງລົດໄປໃສຄົນດຽວ ແລ້ວເປີດແອໃນລົດ ຈາກນັ້ນເອົາມືໄປໃກ້ໆ ແອເບິ່ງ ມັນກໍເຢັນນ້ອຍໆ ມາ ຂັບໄປດົນເຕີບ ມັນເຢັນຈົນໜາວເລີຍລະ ກໍດີໃຈວ່າແອມັນດີແລ້ວເນາະ

ຕື່ນມາພົບວ່າຝັນຊື່ໆ ແລ້ວກໍເປີດພັດລົມຖິ້ມໄວ້ ສົມພໍມັນໜາວໄປຮອດໃນຝັນ


ທ່ອງທ່ຽວໃນສວນດອກໄມ້

ຂຽນໂດຍ au8ust
ເມື່ອ 8:45 am
July 18, 2011
ໃນໝວດ ໃນຝັນ
2 comments ຖືກເປີດອ່ານແລ້ວ 1,870 ຄັ້ງ

ຄືນວັນທີ 17 ກໍລະກົດ 2011 .. ຝັນວ່າໄປທ່ຽວກັບຫຼາຍຄົນ ມີຍາດຕິພີ່ນ້ອງ (ທີ່ບໍ່ຮູ້ຈັກ..​ໜ້າຈະເປັນຂອງຝ່າຍອື່ນພາໄປ) ແລ້ວກໍໝູ່ເພື່ອນທັງຫຼາຍ ໂດຍໃຊ້ລົດຕູ້ທີມງານຄຸນນະພາບໄປ .. ສະຖານທີ່ນັ້ນ ເປັນສວນທີ່ມີດອກໄມ້ງົດງາມສຸດສາຍຕາ ມີແດດສ່ອງລົງມາໃນຍາມແລງເປັນສີສົ້ມສວຍສົດງົດງາມ… ແຕ່ຕອນຂາກັບ ປາກົດວ່າ ລົດເພຫຼາຍບ່ອນ ແລະມີຄົນເຮັດໃຫ້ອຸປະກອນກ້ອງຂອງຜູ່ຝັນເສຍຫາຍ ຈຶ່ງເກີດຄວາມໂມໂຫຂຶ້ນມາເລັກນ້ອຍເຖິງປານກາງ. ໃນຝັນ ມີເດັກນ້ອຍອາຍຸປະມານ 5-6 ປີໄປນຳຄົນນຶ່ງ.


ຫ້ອງລັບໃນຄວາມຝັນ

ຂຽນໂດຍ au8ust
ເມື່ອ 9:21 am
April 2, 2011
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,436 ຄັ້ງ

ຄວາມຝັນຂອງມື້ຄືນ ເລີ່ມຕົ້ນຈາກຈຸດໃດກໍບໍ່ຮູ້ ແຕ່ສິ້ນສຸດດ້ວຍການຖືກໄລ່ລ່າ ແລ້ວເຂົ້າໄປໃນຖ້ຳ ຫຼືສະຖານທີ່ ທີ່ຄ້າຍໆ ກັບເຮືອນຮ້າງຫຼັງໃຫຍ່ ເຊິ່ງມີຫ້ອງເກັບເຄື່ອງຢູ່ ເປັນຫ້ອງມືດໆ ທີ່ເຕັມໄປດ້ວຍຝຸ່ນ… ຕອນທຳອິດກໍບໍ່ເຂົ້າໄປ ແຕ່ສຸດທ້າຍກໍຕ້ອງເຂົ້າ ເພາະຖືກໄລ່ຕາມຫຼັງມາຕິດໆ. ຫຼັງຈາກເຂົ້າໄປແລ້ວ ກໍເຫັນຖາດວາງເຄື່ອງຢູ່ຫຼາຍຖາດ ແລ້ວກໍມີເຄື່ອງຂອງເກົ່າໆ ທີ່ຝຸ່ນຕິດເຕັມ. ພໍແຕ່ມືໄປຈັບເອົາສິ່ງຂອງໃດນຶ່ງຂຶ້ນມາເບິ່ງ ກໍຄຶດອອກວ່າ ເປັນສິ່ງຂອງເກົ່າໆ ທີ່ດົນແລ້ວບໍ່ໄດ້ເຫັນ ມັນມາຢູ່ຫ້ອງນີ້ເອງ ແຕ່ຍັງບໍ່ທັນສຳຫຼວດ ສຽງໂທລະສັບກໍດັງຂຶ້ນ ປາກົດວ່າ ເປັນຄົນທີ່ໄລ່ລ່າໃນຝັນນັ້ນໂທມາ!!!


ເບຍແຊບ

ຂຽນໂດຍ au8ust
ເມື່ອ 12:04 pm
March 21, 2011
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,344 ຄັ້ງ

ມື້ຄືນກ່ອນຝັນວ່າໄດ້ກິນເບຍ ມັນຊ່າງແຊບ ລົດຊາດກົມກ່ອມ ບໍ່ຂົມປາກ ນັ່ງຄຶດຢູ່ວ່າ ເປັນຫຍັງນໍ້ ທຳມະດາເບຍມັນຕ້ອງຂົມ ແຕ່ມື້ນີ້ຄືມາແຊບນົວດີແທ້

ຈົນຮອດເຊົ້າມາຕື່ນຂຶ້ນ ຈຶ່ງພົບວ່າ ມື້ຄືນກິນເບຍໃນຝັນ!


ວຽກກັບຝັນ

ຂຽນໂດຍ au8ust
ເມື່ອ 9:18 am
August 28, 2010
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,235 ຄັ້ງ

ເກັບເລື່ອງວຽກໄປຝັນອີກຈົນໄດ້ ສະໝອງຂອງຄົນເຮົາເວລາຝັນ ມັນກໍຊ່າງຄຶດ ເອົາເລື່ອງທີ່ໃກ້ຄຽງກັນມາປະຕິດປະຕໍ່ກັນເປັນເລື່ອງເປັນລາວຂຶ້ນມາ.

ເລື່ອງມັນເລີ່ມຈາກມື້ຄືນນີ້ເບິ່ງລາຍການນຶ່ງ ແລ້ວເຫັນ MV ໂຕນຶ່ງໜ້າສົນໃຈ ເບິ່ງແລ້ວກໍໄປນອນ ຕອນໃກ້ຕື່ນ ຝັນວ່າເຫັນຜູ່ຍິງໃນເພງນັ້ນມາຮ້ານ ແລ້ວຄຶດອອກ ກໍເລີຍເວົ້ານຳເຂົາເຈົ້າວ່າ ງານອອກມາດີຫຼາຍ ເສຍດາຍບໍ່ໄດ້ຖ່າຍໃຫ້.

ເລື່ອງທີ່ເສຍດາຍທີ່ບໍ່ໄດ້ຖ່າຍໃຫ້ ມັນເປັນເລື່ອງທີ່ຄຶດມາກ່ອນແລ້ວກ່ອນໜ້ານີ້ ເພາະວ່າພາດງານຂອງບາງຄົນໄປ ຮູ້ສຶກເສຍດາຍເລັກນ້ອຍ ເພາະບໍ່ມັກທາງຕົ້ນສັງກັດເພິ່ນ. ບໍ່ຄຶດວ່າ ຈະເກັບມາເຊື່ອມໂຍງກັນເປັນຝັນໄດ້.


ຫາໝໍ

ຂຽນໂດຍ au8ust
ເມື່ອ 6:00 am
March 22, 2010
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,353 ຄັ້ງ

ຝັນແປກໆ ຝັນວ່າໄປຫາໝໍ ໝໍຄົນນີ້ບໍ່ແມ່ນໝໍທຳມະດາ ເປັນໝໍພິເສດ ຊິເອີ້ນວ່າໝໍຜີກໍບໍ່ແມ່ນ ເພາະລາວບໍ່ໄດ້ເຮັດປຸກເສກ ແຕ່ເຮັດແນວໃດກໍບໍ່ຮູ້ນຳ ເອົາເປັນວ່າ ໄປຫາເພື່ອໃຫ້ແກ້ໄຂບັນຫາໃຫ້ຄົນອື່ນ ເຊິ່ງກໍເປັນບັນຫາຍຳຮວມມິດຂອງຄອບຄົວນຶ່ງທີ່ເຮັດສິ່ງບໍ່ດີໃຫ້ຄົນອື່ນ ແລະຄອບຄົວນັ້ນກໍມີຄົນທີ່ເຄີຍພົບເຫັນໃນຊີວິດໄປຍຳຮວມກັນຢູ່ຫຼາຍຍຍຍຍ ຈົນຮູ້ສຶກວ່າ ເອ໊ະ ນີ້ມັນແມ່ນຫຍັງກັນ =”=

ຝັນນີ້ເກີດຂຶ້ນຈາກສິ່ງທີ່ຄຶດຢູ່ໃນທຸກໆ ມື້ອີ່ຫລີ :)


ຂ້າມນ້ຳ

ຂຽນໂດຍ au8ust
ເມື່ອ 7:29 am
January 31, 2010
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,366 ຄັ້ງ

ມື້ຄືນຝັນແປກໆ ຝັນວ່າໄດ້ໄປຫຼາຍໆ ບ່ອນ ແລ້ວມາຮອດບ່ອນນຶ່ງຈະຕ້ອງຂ້າມນ້ຳໄປອີກຝາກ ເຊິ່ງຄວາມແປກກໍຄືນ້ຳນັ້ນເປັນແມ່ນ້ຳໃຫຍ່ ແຕ່ຜັດວ່າມີຄູນ້ຳຍາວໄປຈົນສຸດອີກຟາກນຶ່ງ. ໃນຝັນນັ້ນໄປກັບໃຜອີກຄົນນຶ່ງ ກໍພາກັນຂ້າມໄປ ແຕ່ເມື່ອໄປຮອດອີກຝັ່ງແລ້ວ ປາກົດວ່າເຮັດມືຖືປຽກນ້ຳ ລອງກົດເປີດເບິ່ງ ສັນຍານໄຟຢູ່ໜ້າຈໍມັນຂຶ້ນແລ້ວກໍດັບໄປ ແຕ່ແນວໃດກໍຂ້າມໄປຮອດແລ້ວ.


Notebook ໄໝ້

ຂຽນໂດຍ au8ust
ເມື່ອ 6:33 am
November 22, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,410 ຄັ້ງ

ມື້ຄືນວັນທີ ໒໒ ພະຈິກ ໒໕໕໒ ຝັນແປກໆ ຝັນຫຼາຍຢ່າງ ເຊັ່ນວ່າ ນຶ່ງໃນປົກຄອງບ້ານມາຝາກໃຫ້ຊື້ອຸປະກອນໃສ່ຄອມ ເປັນພວກພັດລົມລະບາຍອາກາດແມ່ຫຍັງຈັກຢ່າງ ແລ້ວກໍຝັນວ່າຊ້ອນທ້າຍລົດຈັກກັບຮ້ານແມ່ ແລ້ວເປີດໂປຣແກຣມເບິ່ງວິດີໂອບໍ່ໄດ້ ກັບມາຮອດຖາມໂນ່ ໂນ່ບອກວ່າ ຕ້ອງໃຊ້ VLC.

ຊ່ວງໃກ້ແຈ້ງ ຝັນວ່າ Notebook ທີ່ໃຊ້ຫັ້ນ ມີຄວັນຂຶ້ນ ປະມານວ່າລືມແລ້ວໄປເປີດຄ້າງໄວ້ ໂດຍພັບຈໍມັນລົງ ເຮັດໃຫ້ມັນຮ້ອນ ບໍ່ມີບ່ອນລະບາຍອາກາດ ຈົນສຸດທ້າຍແລ້ວຄວັນຂຶ້ນ ຕື່ນມາເຫັນ ກໍໄຂອອກ ມີກິ່ນໄໝ້ລອຍມານຳ ຝັນເຫັນທັງພາບ ທັງກິ່ນ ໂອ ແສດດດດ

ຫຼັງຈາກນັ້ນກໍຈັດແຈງແກ້ໄຂ ແຕ່ບໍ່ທັນແລ້ວ ໜ້າຈໍມັນຫຼຸດລອກອອກມາ ຕອນຕໍ່ມາຈັກເຮັດແນວໃດລະເອົາຈໍກັບ Notebook ໄປທອດນ້ຳມັນ = =’

ຈາກນັ້ນບໍ່ດົນກໍຕື່ນ .. ໂຊກດີແລ້ວລະ ບໍ່ຢາກທອດ Notebook ປານໃດ – -’


 
« Previous Entries   Next Entries »

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard