a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ໂດດລົງມາຫົວຟາດແກ້ວ

ຂຽນໂດຍ au8ust
ເມື່ອ 2:35 am
January 18, 2010
ໃນໝວດ ໃນຝັນ
2 comments ຖືກເປີດອ່ານແລ້ວ 459 ຄັ້ງ

ຄືນນີ້ຝັນແປກ ຝັນວ່ານັ່ງຢູ່ໃນຫ້ອງ ແລ້ວມີໃຜບໍ່ຈັກນັ່ງຢູ່ນຳກັນຫຼາຍຄົນ ນຶ່ງໃນນັ້ນຫັ້ນແມ່ນຄົນລຸ້ນອາຍຸປະມານ 13-15 ປີ ຍັງເດັກນ້ອຍ ໜ້າຈະແມ່ນມານຳພໍ່ລາວ .. ເຊິ່ງ ຂພຈ ກໍນັ່ງຕັ່ງດຽວກັນ ມັນເປັນໂຊຟາຍາວ ມີສະປຣິງ .. ບັກນ້ອຍນັ້ນກໍໂດດຂຶ້ນໂດດລົງ ແລ້ວທັນໃດນັ້ນເອງ ມີຈັງຫວະນຶ່ງ ມັນພາດແນວໃດບໍ່ຈັກ ເອົາຫົວລົງໄປຟາດໃສ່ກັບໂຕະຢູ່ຕໍ່ໜ້າ ເຊິ່ງມີແກ້ວເປັນແຜ່ນໃສໆ ຕັ້ງຢູ່ .. ຊົງຊິເຈັບ..

ຖັດຈາກຝັນນັ້ນບໍ່ດົນກໍມີສຽງໂທລະສັບດັງຂຶ້ນ ຂພຈ ຕື່ນມາເບິ່ງ ເບິ່ງແລ້ວກໍງົງ ເບີໃຜຫວະ ໂທເຂົ້າເບີເມຍເຮົາ – -’ ເມຍຕື່ນມາເບິ່ງບອກວ່າເບີນ້ອງຊາຍ .. ພໍຮັບສາຍແລ້ວກໍໄດ້ຄວາມວ່າ ມີແຂກຫ້ອງຕື່ນລົງໄປຊັ້ນລຸ່ມ .. ຟັງແລ້ວກໍງົງ ເດິກປານນີ້ ແມ່ນເຂົາຊິຕື່ນໄປເອົາຫຍັງຫວະ ຫຼືວ່າມີຄົນບໍ່ສະບາຍ ຊິໄປຫາໝໍ ຫຼືວ່າເຂົາຕ້ອງການຫຍັງ?

ລົງໄປຮອດ ໂອ… ເວນກຳ ອັນນັ້ນແມ່ນໃຜຫວະ ບໍ່ຄຸ້ນໜ້າເລີຍ ຖາມເບິ່ງໄດ້ຄວາມວ່າ ເພິ່ນມາຊອກຫ້ອງພັກ (ອ່າວ ແລ້ວພວກຍາມມັນປ່ອຍເຂົ້າມາໄດ້ແນວໃດຫວະງົງ ຄົນນີ້ບໍ່ແມ່ນແຂກຫ້ອງພັກເດີ້ -*-) ເພິ່ນບອກວ່າ ຊອກທົ່ວຫຼວງພະບາງແລ້ວບໍ່ມີບ່ອນໃດເລີຍ (ແສດດ ຢ່າມາຕົວະ ຫຼວງພະບາງມີເຮືອນພັກຫຼາຍກວ່າ 50 ບ່ອນ ບໍ່ເຊື່ອດອກຍາມນີ້ມັນຊິເຕັມ ພຽງແຕ່ຊອກຍາກຊື່ໆ ເພາະມັນເດິກ) ກໍເລີຍບອກວ່າ ຫ້ອງເຮົາເຕັມແລ້ວ (ເພາະມັນເຕັມແລ້ວອີ່ຫລີ) ເພິ່ນວ່າ ບໍ່ເປັນຫຍັງ ນອນໂຊຟາລຸ່ມນີ້ກໍໄດ້.. ເອີ ເວນກຳ

ແລ້ວເລື່ອງກໍດຳເນີນຕໍ່ໄປບລາໆໆໆ ຈົນທີ່ສຸດ ຝຣັ່ງຄົນນັ້ນກໍອອກໄປ ຮູ້ສຶກອີຕົນລາວ ແຕ່ມັນບໍ່ຖືກ ບໍ່ແມ່ນແຂກຊິມານອນໄດ້ແນວໃດງົງ ຖ້າໄລ່ເງິນຊິໄລ່ແນວໃດ ໂອ້ ນອນກໍນອນບໍ່ເປັນສຸກ ສົມມຸດໃຫ້ນອນຫັ້ນ ນອນເຝົ້າກັນຢູ່ ເວນກຳ ບໍ່ເປັນແນວ

ຈົບດີກວ່າ.


ກ້ອງໜັກ ແລະລືມຈົດຊື່ແຂກຫ້ອງພັກ

ຂຽນໂດຍ au8ust
ເມື່ອ 6:38 am
August 16, 2009
ໃນໝວດ ໃນຝັນ
1 comment ຖືກເປີດອ່ານແລ້ວ 526 ຄັ້ງ

ມື້ຄືນນອນເດິກອີກລະ ນອນແລ້ວຝັນວ່າ ຊື້ໄດ້ກ້ອງໃໝ່ມາ ເປັນກ້ອງນ້ອຍ ໆ ແຕ່ໜັກຫຼາຍ ປະມານ 10 ກິໂລຯ ໃນຂະໜາດເທົ່າພຽງຝາມືດຽວ ເວລາຍົກຂຶ້ນມາໃຊ້ ຮູ້ສຶກວ່າ ປານຍົກກ້ອນຄຳເອົາໂລດ ເພາະມັນໜັກຫຼາຍ.

ແລ້ວກໍ ຝັນກ່ຽວກັບລູກຄ້າທີ່ມາພັກຢູ່ເຮືອນພັກ ແຕ່ຜັດວ່າໄປລົມເຂົາເຈົ້າຢູ່ຫຼັງບ້ານ ບໍ່ຮູ້ຫຼັງບ້ານໃຜ ເປັນລັກສະນະປ່າທຶບ ມີສີຂຽວຮ້ອມຮອບໄວ້ ເບິ່ງບໍ່ເຫັນທາງສູ່ບ້ານເຮືອນຄົນເລີຍ ຫຼັງຈາກທີ່ກຳລັງເບິ່ງ passport ແລະຂຽນລາຍລະອຽດຢູ່ນັ້ນ ຈື່ໄດ້ວ່າ ເຂົາຕ້ອງການພັກຢູ່ 3 ຄືນ ແຕ່ຍັງຂຽນບໍ່ທັນແລ້ວ ຝົນກໍຕົກລົງມາ ແລ້ວມີຄົນຮ້ອງໃຫ້ພາອີກຄົນໄປໂຮງໝໍ ຫຼືແມ່ນຫຍັງຈັກຢ່າງ ເລີຍຖິ້ມວຽກຕອນນັ້ນປະໄວ້ແລ້ວໄປສົ່ງຄົນເຈັບ. ປາກົດວ່າ ກັບມາແລ້ວມາຫຼິ້ນກ້ອງໃໝ່ ແລ້ວກໍເກີດສົງໄສວ່າ ອ້າວ! ແລ້ວລູກຄ້າຂ້ອຍເດ້ໄປໃສແລ້ວ?


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ ;)

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard