a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຊ່ວຍຜີຕາຍ

ຂຽນໂດຍ au8ust
ເມື່ອ 6:09 am
August 26, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,334 ຄັ້ງ

ເກີດຄວາມອາເພດຂຶ້ນມາຢ່າງໃຫຍ່ ໄປຝັນວ່າໄປຊ່ວຍຜີຕາຍໃນນ້ຳ ສະຖານທີ່ເປັນໂຮງງານຮ້າງ ໄປກັບເມຍ ໄປແລ້ວມີຕອນໜຶ່ງຫລົງກັນ ແລ້ວເມຍໄປເຫັນຜີຕາຍໃນນ້ຳ ແຕ່ວ່າຟູຂຶ້ນມາຈາກນ້ຳສ້າງ ກໍ່ໄປຊ່ວຍ ເພາະນິມິດມັນເປັນລັກສະນະດັ່ງວ່າ ຄົນຈົມນ້ຳໄດ້ບໍ່ດົນ ບໍ່ທັນຄິດວ່າຕາຍມາດົນແລ້ວ ເມື່ອຊ່ວຍອອກມາໄດ້ແລ້ວເປັນແນວໃດກໍ່ບໍ່ຮູ້ນຳ ພາບຕັດໄປທີ່ຕອນມາພົບກັນອີກ ກໍ່ຍ່າງເລາະໄປຈົນສຸດຮອດທ້າຍໂຮງງານຮ້າງແຫ່ງນັ້ນ ຈຶ່ງໄດ້ພົບກັບທາງຕັນ

ຫລັງໂຮງງານຮ້າງນັ້ນແມ່ນມີລັກສະນະຄ້າຍກັບທະເລ ແລະໃນລະຫວ່າງນີ້ເອງທີ່ຜີຕົນທຳອິດ ເຊິ່ງເມຍໄປຊ່ວຍນັ້ນ ໄດ້ເລົ່າຄືນຄວາມຫລັງໃນເຫດການເຊິ່ງມີຍິງ ໖ ຄົນຕົກລົງໄປຕາຍດ້ວຍສາຍເຫດບາງປະການ…

(more…)


ໄຟໄໝ້

ຂຽນໂດຍ au8ust
ເມື່ອ 7:41 am
July 12, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,662 ຄັ້ງ

ເກີດຄວາມຈິດຕົກຢ່າງແຮງກ້າ ໄປຝັນວ່າຫລັງຈາກກັບບ້ານແລ້ວປະກົດວ່າ ໄຟໄຫມ້ຫມົດເລີຍ ແຕ່ແປກ ໃນຄວາມຝັນ ເປັນຄ້າຍດັ່ງວ່າ ໄໝ້ສະເພາະຫ້ອງນັ້ນຫ້ອງດຽວ ແຕ່ກັບມີຄວາມຮູ້ສຶກຄືໜຶ່ງວ່າຫມດສິ້ນແລ້ວທຸກຢ່າງ

ຕາມຕຳລາເພິ່ນວ່າ ຝັນເຫັນໄຟ ຫຼືໄຟໄຫມ້ ແມ່ນຈະໄດ້ຮັບຄວາມເດືອນເນື້ອຮ້ອນໃຈເປັນຍິ່ງ ໃຫ້ແກ້ຝັນໂດຍກັບແມ່ນ້ຳ ຫຼືໃຊ້ນ້ຳເປັນເຄັດໃນການດັບໄຟເສຍ ກໍ່ຈະເຮັດໃຫ້ເລື່ອງຮ້າຍ ຫຼືເຫດການຮ້າຍທີ່ຈະເກີດຂຶ້ນລ່ວງຫນ້ານັ້ນມີອັນບັນເທົາລົງໄປ

ແຕ່ວ່າ ເຖິງຢ່າງໃດກໍ່ຕາມ ໃນຝັນຂອງຂ້າພະເຈົ້ານັ້ນ ບໍ່ເຫັນໄຟເລີຍ ເຫັນແຕ່ພຽງວ່າຫ້ອງນັ້ນຖືກໄຫມ້ໄປແລ້ວ


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard