a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ຝັນປະຫຼາດ

ຂຽນໂດຍ au8ust
ເມື່ອ 6:09 am
September 7, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 8 ຄັ້ງ

ເກີດຄວາມຝັນແປກ ໆ ຂຶ້ນມາ ຮູ້ສຶກວ່າເປັນຝັນທີ່ໃຊ້ເວລາດົນພໍສົມຄວນ ພໍຮູ້ເມື່ອຄີງຕອນປະມານ ໑ ໂມງກາງຄືນ ມາມອດຄອມ ຕອນນັ້ນກໍ່ມີຄວາມຮູ້ສຶກວ່າຫາກໍ່ຝັນ ພໍຫລັບກໍ່ເລີຍຝັນຕໍ່ ໃນຝັນນັ້ນມີຢູ່ວ່າ ໄປກິນເຂົ້າ ຫຼືແມ່ນຫຍັງບໍ່ຈັກກັບອ້າຍທີ່ຮູ້ຈັກກັນ ໄປແລ້ວໄປພົບກັບສອງສາວ ໜ້າຈະເປັນເອື້ອຍນ້ອງກັນ ຄົນໜຶ່ງອອກຈະອວບ ອີກຄົນຫຸ່ນພຽວບາງ ແລະສູງກວ່າອີກຄົນ ງາມກວ່າອີກນຳ ຂາກັບບາດນີ້ ຂາກັບລະຈັກຄິດແນວໃດ ຊວນເຂົາກັບນຳ ເຂົາກໍ່ຍອມອີກ ແຕ່ທຳອິດຫັ້ນ ພັດວ່າໃຈກ້າໄປໂດດຂຶ້ນລົດຄົນທີ່ອວບກວ່າ ສ່ວນອີກຄົນກໍ່ເລີຍໄດ້ຂຶ້ນນຳອ້າຍທີ່ຮູ້ຈັກຫັ້ນ ບາດນີ້ໄປໄດ້ດົນເຕີບ ໄປຮອດຮ້ານເຂົ້າປຽກທີ່ຄຸ້ນເຄີຍ ໄປພົບໝູ່ທີ່ຮູ້ຈັກຫຼາຍຄົນ ກໍ່ຊວນກັນໄປສະຖານທີ່ແຫ່ງໜຶ່ງ ແລ້ວກໍ່ເກີດມະໂນພາບຂຶ້ນມາວ່າ ກ່ຽວກັບພະຈີນ ຄ້າຍ ໆ ວັດຈີນ ມີສາວງາມນາງໜຶ່ງອີກນຳ ເວົ້າແລ້ວກໍ່ປານໜັງຈີນກຳລັງພາຍໃນເອົາໂລດ. (more…)


ກິນເຂົ້າແລ້ວໄດ້ເງິນ

ຂຽນໂດຍ au8ust
ເມື່ອ 2:24 pm
September 4, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 14 ຄັ້ງ

ບັງເອີນວ່າ ສອງມື້ກ່ອນຝັນວ່າ ໄດ້ນັ່ງກິນເຂົ້າກັບອ້າຍຄົນໜຶ່ງທີ່ຮູ້ຈັກກັນ ຕື່ນມາກໍ່ໄປອ່ານຕຳລາ ເພິ່ນບອກວ່າ ຝັນວ່າໄດ້ກິນເຂົ້າ ແມ່ນວ່າ ຈະໄດ້ເງິນ ຫຼືໄດ້ໂຊກລາບ

ສອງມື້ຕໍ່ມາກໍ່ປະກົດວ່າ ມີຄົນສົ່ງເງິນເຂົ້າໃນບັນຊີ

ໂອ.. ມັນຊ່າງບັງເອີນດີແທ້


ຊ່ວຍຜີຕາຍ

ຂຽນໂດຍ au8ust
ເມື່ອ 6:09 am
August 26, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 20 ຄັ້ງ

ເກີດຄວາມອາເພດຂຶ້ນມາຢ່າງໃຫຍ່ ໄປຝັນວ່າໄປຊ່ວຍຜີຕາຍໃນນ້ຳ ສະຖານທີ່ເປັນໂຮງງານຮ້າງ ໄປກັບເມຍ ໄປແລ້ວມີຕອນໜຶ່ງຫລົງກັນ ແລ້ວເມຍໄປເຫັນຜີຕາຍໃນນ້ຳ ແຕ່ວ່າຟູຂຶ້ນມາຈາກນ້ຳສ້າງ ກໍ່ໄປຊ່ວຍ ເພາະນິມິດມັນເປັນລັກສະນະດັ່ງວ່າ ຄົນຈົມນ້ຳໄດ້ບໍ່ດົນ ບໍ່ທັນຄິດວ່າຕາຍມາດົນແລ້ວ ເມື່ອຊ່ວຍອອກມາໄດ້ແລ້ວເປັນແນວໃດກໍ່ບໍ່ຮູ້ນຳ ພາບຕັດໄປທີ່ຕອນມາພົບກັນອີກ ກໍ່ຍ່າງເລາະໄປຈົນສຸດຮອດທ້າຍໂຮງງານຮ້າງແຫ່ງນັ້ນ ຈຶ່ງໄດ້ພົບກັບທາງຕັນ

ຫລັງໂຮງງານຮ້າງນັ້ນແມ່ນມີລັກສະນະຄ້າຍກັບທະເລ ແລະໃນລະຫວ່າງນີ້ເອງທີ່ຜີຕົນທຳອິດ ເຊິ່ງເມຍໄປຊ່ວຍນັ້ນ ໄດ້ເລົ່າຄືນຄວາມຫລັງໃນເຫດການເຊິ່ງມີຍິງ ໖ ຄົນຕົກລົງໄປຕາຍດ້ວຍສາຍເຫດບາງປະການ…

(more…)


ຄວາມຜິດຖຽງ ແລະ Gay

ຂຽນໂດຍ au8ust
ເມື່ອ 6:30 am
July 14, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 79 ຄັ້ງ

ບັງເກີດອາເພດເຫດໄພອັນແຮງກ້າຂຶ້ນມາ ເມື່ອຂ້າພະເຈົ້າໄປຝັນກ່ຽວກັບ “Gay” - ເກ (ຊາຍທີ່ຮັກຊາຍ) ອາດຈະເປັນເພາະວ່າ shoutbox ໃນພັນລາວຕອນນີ້ ມັກມີຄົນເວົ້າເລື່ອງເກຫລາຍ ໂດຍສະເພາະແມ່ນນູ່ນີ່ ແລະເອກ ມື້ຫນຶ່ງຕ້ອງໄດ້ເວົ້າເລື່ອງເກບໍ່ຕ່ຳກວ່າ ໑ ເທື່ອຕໍ່ຄົນ ກໍ່ເລີຍເກັບໄປຝັນນຳ ແລະນອກຈາກຈະຝັນກ່ຽວກັບເກ ໆ ແລ້ວຍັງຝັນວ່າໄດ້ມີຄວາມຜິດຖຽງກັນກັບຄົນໃນຄອບຄົວ ອັນມີສາເຫດແວດລ້ອມມາຈາກເລື່ອງເກ ໆ ນຳ ໂອ… ຊ່າງຈິດຕົກໄດ້ເຖິງພຽງນີ້ນໍ…

ຕຳລາເພິ່ນວ່າ ຖ້າຝັນວ່າຜິດຖຽງກັບອ້າຍ ໆ ນ້ອງ ໆ ທຳນາຍວ່າພີ່ນ້ອງທີ່ຄິດຮອດຕົນຈະມາຫາ ກໍ່ບໍ່ຮູ້ວ່າໃຜຈະມາເນາະ


ໄຟໄໝ້

ຂຽນໂດຍ au8ust
ເມື່ອ 7:41 am
July 12, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 83 ຄັ້ງ

ເກີດຄວາມຈິດຕົກຢ່າງແຮງກ້າ ໄປຝັນວ່າຫລັງຈາກກັບບ້ານແລ້ວປະກົດວ່າ ໄຟໄຫມ້ຫມົດເລີຍ ແຕ່ແປກ ໃນຄວາມຝັນ ເປັນຄ້າຍດັ່ງວ່າ ໄໝ້ສະເພາະຫ້ອງນັ້ນຫ້ອງດຽວ ແຕ່ກັບມີຄວາມຮູ້ສຶກຄືໜຶ່ງວ່າຫມດສິ້ນແລ້ວທຸກຢ່າງ

ຕາມຕຳລາເພິ່ນວ່າ ຝັນເຫັນໄຟ ຫຼືໄຟໄຫມ້ ແມ່ນຈະໄດ້ຮັບຄວາມເດືອນເນື້ອຮ້ອນໃຈເປັນຍິ່ງ ໃຫ້ແກ້ຝັນໂດຍກັບແມ່ນ້ຳ ຫຼືໃຊ້ນ້ຳເປັນເຄັດໃນການດັບໄຟເສຍ ກໍ່ຈະເຮັດໃຫ້ເລື່ອງຮ້າຍ ຫຼືເຫດການຮ້າຍທີ່ຈະເກີດຂຶ້ນລ່ວງຫນ້ານັ້ນມີອັນບັນເທົາລົງໄປ

ແຕ່ວ່າ ເຖິງຢ່າງໃດກໍ່ຕາມ ໃນຝັນຂອງຂ້າພະເຈົ້ານັ້ນ ບໍ່ເຫັນໄຟເລີຍ ເຫັນແຕ່ພຽງວ່າຫ້ອງນັ້ນຖືກໄຫມ້ໄປແລ້ວ


ຄວາມຜິດຖຽງ

ຂຽນໂດຍ au8ust
ເມື່ອ 12:22 pm
May 11, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 168 ຄັ້ງ

ຄົນທີ່ບໍ່ຈົດຈຳໄດ້ວ່າເປັນໃຜ ແຕ່ມີຄວາມຜູກແຄ້ນຕໍ່ກັນ ຄົນທີ່ບໍ່ສາມາດຈົດຈຳໄດ້ວ່າ ມາຈາກໃສ ແຕ່ມີຄວາມຜູກໂກດກັນ ເມື່ອໄດ້ພົບຕ້ອງມີເຫດອັນໃຫ້ເກີດວິວາທະ ຄົນນັ້ນຢູ່ໃນຝັນຂອງຂ້າພະເຈົ້າ ເຖິງແມ່ນວ່າບໍ່ອາດຈະຈົດຈຳໃນຄວາມຫລັງເດີມໄດ້ ແຕ່ມີຄວາມຮູ້ສຶກວ່າ ຕ້ອງໄດ້ຖົກຖຽງກັນຕະຫລອດ ປານດັ່ງຫນຶ່ງວ່າ ມີຄວາມພະຍາບາດຕໍ່ກັນມາເປັນອະເນກະຊາດ ຄືປະມານຫາທີ່ສຸດບໍ່ໄດ້ ຫາກແມ່ນວ່າຕົວເຮົານີ້ເຄີຍປະມາດຄົນນັ້ນມາແຕ່ປາງໃດ ຂໍຈົ່ງອະໂຫສິໃຫ້ເຮົາ ດັ່ງທີ່ເຮົາໄດ້ອະໂຫສິໃຫ້ລາວເທີນ


SEO

ຂຽນໂດຍ au8ust
ເມື່ອ 8:02 am
May 9, 2008
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 183 ຄັ້ງ

ອາດຈະເປັນເພາະຊ່ວງໄລຍະນີ້ຄິດແຕ່ເລື່ອງ SEO ກໍ່ເລີຍຄິດເກັບໄປຝັນພ້ອມ ຝັນວ່າ ໄດ້ຄິດຢາກສ້າງ Web Service ໃຫ້ຄົນມາໃຊ້ງານດ້ານ SEO ເຊັ່ນ ກວດສອບ PR ໄດ້ແບບຫລາຍ ໆ DC ເປັນຕົ້ນ ຝັນຕອນກ່ອນຈະຕື່ນ ປະມານຊ່ວງໃກ້ແຈ້ງຫັ້ນລະ ແຕ່ວ່າ ໃນຕອນເດິກບໍ່ຈື່ວ່າຝັນຫຍັງແລ້ວ - -a


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ ;)

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard