a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ບໍ່ຮູ້ເລື່ອງນຳ

ຂຽນໂດຍ au8ust
ເມື່ອ 10:16 pm
July 23, 2008
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 64 ຄັ້ງ

ໂດຍປົກກະຕິແລ້ວ ຂ້າພະເຈົ້າຈະບໍ່ຄ່ອຍມີອາການແບບນີ້ ແຕ່ວ່າ ສົງໄສມັນບໍ່ປົກກະຕິ ມີຢູ່ມື້ຫນຶ່ງ ໃນຕອນໃກ້ຮຸ່ງ ຍາມນັ້ນ ບໍ່ຈື່ຄັກວ່າຝັນເລື່ອງຫຍັງ ແຕ່ກ່ຽວກັບ Computer Programming ນີ້ລະ ວ່າຕ້ອງໄດ້ Compile ກ່ອນຈຶ່ງໃຊ້ໄດ້ ພໍຮອດໂມງຕື່ນ ຕື່ນປະມານ ໕ ໂມງເຊົ້າ ກໍ່ຕື່ນມາເວົ້ານຳພັນລະຍາວ່າ ເຮັດແບບນັ້ນບໍ່ໄດ້ເດີ້ ຕ້ອງໄດ້ Compile ກ່ອນຈຶ່ງໃຊ້ໄດ້ ພັນລະຍາກໍ່ຈັກເປັນແນວໃດ ຕອບວ່າ ເອີ ໆ ແລ້ວຂ້າພະເຈົ້າກໍ່ນອນຕໍ່ ຕື່ນມາອີກຄັ້ງຖາມລະເພິ່ນຫົວ ໆ ຢູ່ວ່າຂ້າພະເຈົ້າຈັກແມ່ນເວົ້າຫຍັງ ບໍ່ຮູ້ເລື່ອງນຳ :P


ຄວາມຝັນ

ຂຽນໂດຍ au8ust
ເມື່ອ 12:56 pm
May 8, 2008
ໃນໝວດ ສົນທະນາ
no comments ຖືກເປີດອ່ານແລ້ວ 163 ຄັ້ງ

ຄົນເຮົາເກີດມາໃຜກໍ່ເຄີຍຝັນ ຝັນຫນ້ອຍ ຝັນຫລາຍ ຝັນຮ້າຍ ຝັນດີ ຝັນມີສາລະ ຝັນຫາສາລະບໍ່ໄດ້ ຯລຯ ຝັນແນວໃດກໍ່ວ່າໄປ ຄົນເຮົາ ຕ່າງມີຄວາມຝັນ ພຽງແຕ່ ຄົນທີ່ຝັນອາດຈະບໍ່ຈື່ຄວາມຝັນຂອງຕົນເອງ ຢ່າວ່າແຕ່ຄົນປົກກະຕິເລີຍທີ່ຝັນ ຄົນຕາບອດກໍ່ຝັນ ຄົນຫູໜວກກໍ່ຍັງຝັນ ຄົນພິການກໍ່ຍັງຝັນ ບາງຄັ້ງຖ້າສັງເກດ ຈະເຫັນວ່າ ຫມາແມວໃກ້ບ້ານມັນກໍ່ຝັນ ຝັນລ້າ ໆ ບໍ່ພໍ ມີການລະເມີເພີ້ໄປຕາມຄວາມຝັນນຳ ໂອ… ມັນຊ່າງເປັນໄປໄດ້ຫນໍຄວາມຝັນນີ້


 
 

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ ;)

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard