a blog of my dreams

ຄວາມຝັນຂອງຂ້າພະເຈົ້າ


ໃສ່ຮ້າຍ ແລະ ໂກນໜວດ

ຂຽນໂດຍ au8ust
ເມື່ອ 10:01 am
November 9, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,417 ຄັ້ງ

ມື້ຄືນຝັນແປກ ຝັນເປັນເລື່ອງຍາວໆ ຕອນຕົ້ນຝັນວ່າຄົນຮັກຖືກໃສ່ຮ້າຍປ້າຍສີ ຕອນຫຼັງໃກ້ຕື່ນຝັນວ່າໂກນໜວດ ແຕ່ໂກນແນວໃດກໍບໍ່ແລ້ວ ມັນບໍ່ກ້ຽງຈັກເທື່ອ ບໍ່ດົນກໍຕື່ນ.

ເປີດຕຳລາເພິ່ນວ່າ ຝັນວ່າຖືກໃສ່ຮ້າຍ ທຳນາຍວ່າຈະໝົດຈາກເຄາະຈາກໂສກ ສຸຂະພາບແຂງແຮງ…

ສ່ວນຝັນໂກນໜວດບໍ່ແລ້ວ ເພິ່ນວ່າຈະມີການເດີນທາງໄກກະທັນຫັນວ່າຊັ້ນເດີ້


ຝັນເປັນເກມ

ຂຽນໂດຍ au8ust
ເມື່ອ 7:27 am
October 2, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,477 ຄັ້ງ

ຄືນວານນີ້ຝັນຫຼາຍຢ່າງ ແຕ່ຕອນໃກ້ຮຸ່ງຝັນວ່າ ມັນມີເກມຢູ່ຊຸດນຶ່ງ ຄ້າຍໆ ວ່າຈະເປັນ Emulator ຫຼາຍກວ່າ ເພາະໃນເມນູໂປຣແກຣມມັນມີໃຫ້ເລືອກ ROMs ທີ່ຈະຫຼິ້ນ ແລະທາງຂວາມືຈະລະບຸສະຖານະຂອງ ROM ວ່າ Playable ຫຼື Missing ຫຍັງແດ່ ອາດຫຼິ້ນໄດ້ບໍ່ສົມບູນ ມີສຽງ ບໍ່ມີພາບ ຫຼືກົງກັນຂ້າມກັນເປັນຕົ້ນ.

ຕອນນັ້ນໃນຄວາມຝັນ ໄດ້ເລືອກເກມນຶ່ງ ຊື່ເກມບໍ່ຄຸ້ນ ແຕ່ຫຼັງຈາກເຂົ້າໄປແລ້ວເປັນເກມທີ່ຮູ້ຈັກດີ ພຽງແຕ່ມັນຄົນລະຊື່ (ເຊິ່ງເປັນເລື່ອງທຳມະດາທີ່ບາງເກມຈະປ່ຽນຊື່ ເມື່ອໄປຂາຍໃນປະເທດອື່ນ ເຊັ່ນ Biohazard ກາຍເປັນ Resident Evil) ແລະປາກົດວ່າ ພາຍໃນເກມນັ້ນ ສາກເລີ່ມຕົ້ນມີສີແດງ ເຂັ້ມ ແລະມີໄຟປະທຸຂຶ້ນ ດັ່ງວ່າຢູ່ໃນຂຸມນະຮົກກໍບໍ່ປານ. ພາບໃນເກມຈະເປັນ 3D ທີ່ຫຼິ້ນຳໄປແບບ 2D (ນຶກເຖິງ Contra ທີ່ໄປທາງຂວາ) ທີ່ພິເສດກໍຄື ມັນມີຄວາມສົມຈິງສູງຫຼາຍ ຈົນຮູ້ສຶກວ່າ ມັນພິເສດອີ່ຫລີອັນເກມນີ້!

ອະນິດຈາ … ຝັນນັ້ນເປັນເວລາໃກ້ຮຸ່ງ ພຽງບໍ່ພໍເທົ່າໃດກໍຕື່ນຂຶ້ນມາເພາະເວລານັ້ນໃກ້ 6 ໂມງເຊົ້າແລ້ວ.


ກ້ອງໜັກ ແລະລືມຈົດຊື່ແຂກຫ້ອງພັກ

ຂຽນໂດຍ au8ust
ເມື່ອ 6:38 am
August 16, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,510 ຄັ້ງ

ມື້ຄືນນອນເດິກອີກລະ ນອນແລ້ວຝັນວ່າ ຊື້ໄດ້ກ້ອງໃໝ່ມາ ເປັນກ້ອງນ້ອຍ ໆ ແຕ່ໜັກຫຼາຍ ປະມານ 10 ກິໂລຯ ໃນຂະໜາດເທົ່າພຽງຝາມືດຽວ ເວລາຍົກຂຶ້ນມາໃຊ້ ຮູ້ສຶກວ່າ ປານຍົກກ້ອນຄຳເອົາໂລດ ເພາະມັນໜັກຫຼາຍ.

ແລ້ວກໍ ຝັນກ່ຽວກັບລູກຄ້າທີ່ມາພັກຢູ່ເຮືອນພັກ ແຕ່ຜັດວ່າໄປລົມເຂົາເຈົ້າຢູ່ຫຼັງບ້ານ ບໍ່ຮູ້ຫຼັງບ້ານໃຜ ເປັນລັກສະນະປ່າທຶບ ມີສີຂຽວຮ້ອມຮອບໄວ້ ເບິ່ງບໍ່ເຫັນທາງສູ່ບ້ານເຮືອນຄົນເລີຍ ຫຼັງຈາກທີ່ກຳລັງເບິ່ງ passport ແລະຂຽນລາຍລະອຽດຢູ່ນັ້ນ ຈື່ໄດ້ວ່າ ເຂົາຕ້ອງການພັກຢູ່ 3 ຄືນ ແຕ່ຍັງຂຽນບໍ່ທັນແລ້ວ ຝົນກໍຕົກລົງມາ ແລ້ວມີຄົນຮ້ອງໃຫ້ພາອີກຄົນໄປໂຮງໝໍ ຫຼືແມ່ນຫຍັງຈັກຢ່າງ ເລີຍຖິ້ມວຽກຕອນນັ້ນປະໄວ້ແລ້ວໄປສົ່ງຄົນເຈັບ. ປາກົດວ່າ ກັບມາແລ້ວມາຫຼິ້ນກ້ອງໃໝ່ ແລ້ວກໍເກີດສົງໄສວ່າ ອ້າວ! ແລ້ວລູກຄ້າຂ້ອຍເດ້ໄປໃສແລ້ວ?


ໄຂ່ແຕກ, ເງິນບາດ ແລະຈໍດັບ

ຂຽນໂດຍ au8ust
ເມື່ອ 6:49 am
August 9, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,462 ຄັ້ງ

ມື້ຄືນວານນີ້ຢູ່ເດິກຮອດປະມານນຶ່ງໂມງ ເນື່ອງຈາກມີໝູ່ມາຫາຢູ່ບ້ານ ກໍລົມກັນຮອດເດິກຈຶ່ງພາກັນແຍກຍ້າຍກັບບ້ານ. ເປັນຄືນທີ່ຝັນຫຼາຍ ໆ ຢ່າງແປກ ໆ ປານດັ່ງວ່າສະມາທິກບໍ່ຢູ່ກັບເນື້ອກັບໂຕເລີຍ ມີຕອນນຶ່ງໃນເວລາໃກ້ຮຸ່ງໄດ້ຝັນວ່າ ມີໄຂ່ຢູ່ໜ່ວຍນຶ່ງ ໄຂ່ໜ່ວຍນັ້ນເມື່ອແຕກອອກມາແລ້ວກາຍເປັນນ້ຳຂຸ້ນ ໆ ສີຂາວອົມເຫຼືອງກະຈາຍອອກມາເປັນບໍລິເວນກວ້າງໃຫຍ່.

ຫຼັງຈາກນັ້ນຝັນວ່າຢູ່ໃນຫ້ອງຮັບແຂກ ເຊິ່ງນັ່ງຢູ່ກັບແມ່ແລະມີຄົນອື່ນ ໆ ຢູ່ນຳ ຈື່ໄດ້ວ່າມີໝູ່ສະນິດຄົນນຶ່ງຢູ່ພ້ອມ. ມີເຂົາເອົາເງິນມາໃຫ້ແມ່ປ່ຽນ ແຕ່ໃນນັ້ນມີເງິນບາດທີ່ເປັນລັກສະນະສີດຳ ຄ້າຍດັ່ງເງິນປອມ ແມ່ຈຶ່ງບອກໃຫ້ເອົາເງິນບາດໄປກວດເບິ່ງນຳເຄື່ອງກວດເງິນ ວ່າແມ່ນເງິນແທ້ຫຼືເງິນປອມ. ຫາກຍັງບໍ່ທັນກວດເທື່ອ ໂມງປຸກກໍດັງຂຶ້ນ ເລີຍຕື່ມາກ່ອນ ແລະຈັດການປິດມັນໄວ້ ກະວ່າໃຫ້ອີກ 10 ນາທີຄ່ອຍດັງໃໝ່.

ເມື່ອຫຼັບໄປແລ້ວປາກົດວ່າຝັນໄປເລື່ອງໃໝ່ ແຕ່ຍັງຢູ່ໃນຫ້ອງຮັບແຂກ ແມ່ເວົ້າວ່າ ຄອມພິວເຕີນີ້ເປັນຫຍັງມັກດັບແທ້? ກໍອະທິບາຍວ່າຕັ້ງເວລາໃຫ້ໜ້າຈໍມັນດັບຊື່ ໆ ຖ້າບໍ່ມັກກໍຕັ້ງຄືນໄດ້ ແລ້ວໃນບັດນັ້ນເອງກໍຖຽງກັນວ່າເປັນຫຍັງບໍ່ເຮັດໃຫ້ມັນເປີດຕະຫຼອດເວລາ -_-’

ຕາມຕຳລາແມ່ນເພິ່ນບອກວ່າ ຝັນເຫັນເງິນທອງ ຫຼືຝັນວ່າໄດ້ຈັບເງິນທອງນີ້ ຫາກຜູ່ຝັນມີຄອບຄົວແລ້ວ ທວາຍວ່າຈະໄດ້ບຸດ ແຕ່ຖ້າຜູ່ຝັນເປັນຄົນມັກຫຼິ້ນການພະນັນແມ່ນທວາຍວ່າຈະເສຍເງິນທອງ ຫຼືເສຍການພະນັນ. ຫາກວ່າຝັນວ່າເສຍເງິນເສຍທອງ ແມ່ນໝາຍວ່າຈະໄດ້ຮັບເງິນ ເຊິ່ງຕາມຕຳລາຂອງຕ່າງປະເທດແລ້ວ ການຝັນເຫັນເງິນທອງ ມັກຈະຕີຄວາມເປັນຝັນຮ້າຍ.

ເລກນຳໂຊກຂອງການຝັນເຫັນເງິນທອງແມ່ນ 66, 69, 369, 766, 664


ລົດ, ວັດ, ຕົ້ນໄມ້ໃຫຍ່ ແລະໂຮງຮຽນ

ຂຽນໂດຍ au8ust
ເມື່ອ 6:28 am
August 3, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,311 ຄັ້ງ

ຕອນໃກ້ແຈ້ງ ຝັນວ່າອ້າຍເຮົາເອົາເງິນ ໑ ລ້ານບາດໄປຊື້ລົດສະປອດມາຂີ່ ເປັນລົດໄຮເທັກແຮງ ເພິ່ນພາແຟນເພິ່ນຂັບເລາະໄປໂຊ ແຕ່ເສັ້ນທາງທີ່ໄປນັ້ນຂ້ອນຂ້າງກັນດານເລັກນ້ອຍຈົນຮູ້ສຶກແປກໃຈ ສ່ວນຂ້າພະເຈົ້າແລະພັນລະຍາກໍຂັບນຳຫຼັງໄປ ຈົນໄປຮອດສະຖານທີ່ແຫ່ງນຶ່ງທີ່ມີລານກວ້າງ ມີຕົ້ນໄມ້ໃຫຍ່ຢູ່ກາງ ແຜ່ກິ້ງກ້ານສາຂາເຮັດໃຫ້ເກີດຮົ່ມເງົາອັນກວ້າງໃຫຍ່ ມີເດັກນ້ອຍຫຼາຍຄົນຢືນຢູ່ບໍລິເວນໃກ້ກັບກົກໄມ້ໃຫຍ່ນັ້ນ ພ້ອມກັບຈຸດທີ່ເປັນລັກສະນະບ່ອນຂາຍເຄື່ອງ. ເມື່ອຂ້າພະເຈົ້າຍ່າງໄປຮອດແລ້ວ ກໍພົບວ່າບໍ່ເຫັນອ້າຍແລ້ວ ເຫຼືອພຽງຕົວຂ້າພະເຈົ້າແລະພັນລະຍາ ເຊິ່ງລາວເອົາເຂົ້າທີ່ຢູ່ໃນບັ້ງໃຫ້ກິນ ບອກວ່າເດັກນ້ອຍວ່າເຮັດໄວ້ແຕ່ມື້ວານ. ຂ້າພະເຈົ້າລອງຊິມແລ້ວມັນເຢັນ ໆ ມີລັກສະນະຫວານເລັກນ້ອຍ. ສະຖານທີ່ນີ້ມີລັກສະນະໂດຍຮວມແລ້ວ ຄຶດວ່າຄ້າຍວັດ ແຕ່ບໍ່ແມ່ນວັດ ເພາະວ່າມັນເປັນໂຮງຮຽນ. ໂຮງຮຽນທີ່ເຮັດດ້ວຍໄມ້ທັງຫຼັງ. ໄມ້ທີ່ໃຊ້ສ້າງໂຮງຮຽນນີ້ມີລັກສະນະອ່ອນຜິດປົກກະຕິ ເວລານັ່ງພິງແລ້ວ ມັນເກືອບຈະຫັກລົງໄປໄດ້ເລີຍ. ໃນບ່ອນນັ້ນເອງໄດ້ພົບກັບອາຈານຄົນນຶ່ງ ທີ່ມີຮູບຮ່າງຈ່ອຍ ຜິວເຂັ້ມ. ກໍໄດ້ລົມກັບລາວກ່ຽວກັບເລື່ອງນ້ອງສາວຂອງພັນລະຍາ ແລ້ວກໍຕື່ນຂຶ້ນມາ.

ຮູ້ສຶກວ່າກ່ອນໜ້ານີ້ຈະເຄີຍຝັນເຫັນໂຮງຮຽນເຊັ່ນກັນ ແຕ່ບໍ່ແມ່ນບ່ອນດຽວກັນ. ເພິ່ນວ່າ ຖ້າຝັນເຫັນໂຮງຮຽນເກົ່າ ແມ່ນໝາຍຄວາມວ່າ ໃຫ້ລະວັງຈະຖືກຄົນຫັກຫຼັງການເຂົ້າຫຸ້ນຮ່ວມທຶນດຳເນີນທຸລະກິດຕ່າງ ໆ ຈະຂາດທຶນບໍ່ໄດ້ຜົນທີ່ກຸ້ມຄ່າ.


ຍຶດໂຕໄວ້

ຂຽນໂດຍ au8ust
ເມື່ອ 4:52 am
August 1, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,330 ຄັ້ງ

ເຈັບຫົວແລ້ວໄປນອນຕອນເວັນ ເກີດຄວາມຝັນແປກປະຫຼາດຜິດສະດານ ຝັນວ່າພີ່ນ້ອງໄກ ໆ ກັບພີ່ນ້ອງໃກ້ ໆ ເກີດມີບັນຫາຫຍັງຈັກຢ່າງ ປະມານວ່າເຮົາໄປເຮັດວຽກນຳເຂົາແລ້ວອອກ ແລ້ວມາເຮັດເອງ ຈຶ່ງເຮັດໃຫ້ຝ່າຍນັ້ນບໍ່ພໍໃຈ ມີການກະຊາກລາກຖູກັນໃຫ້ກັບໄປ ແລ້ວກໍເປັນເລື່ອງຍາວ ຈົນໜີອອກໄປ (ດ້ວຍລົດກະບະເກົາຫລີ -*-) ແຕ່ຜັດວ່າລືມເຄື່ອງ ກໍເລີຍຕ້ອງກັບມາເອົາ ເຮັດໃຫ້ຖືກຈັບອີກຄັ້ງ ແລະໂທຫາຕຳຫຼວດມາຊ່ວຍ

ຕອນໜີໄປ ຝັນວ່າໄປຢູ່ບ້ານຮ້າງຫຼັງນຶ່ງ ຢ້ານຜີແຮງ ທຳທ່າວ່າບໍ່ຢ້ານ ຝືນໃຈສຸດຍອດ

ຕື່ນມາປາກົດວ່າ ຍັງເຈັບຫົວຄືເກົ່າ -_-’


ກັບໄປຮຽນ

ຂຽນໂດຍ au8ust
ເມື່ອ 6:35 am
July 17, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,468 ຄັ້ງ

ດົນແລ້ວບໍ່ໄດ້ຝັນແບບນີ້ ຝັນວ່າໄດ້ກັບໄປຮຽນຕໍ່ຕື່ມ.

ໃນຝັນນັ້ນມີຄວາມລັງເລໃຈວ່າຈະໄປຮຽນຕໍ່ດີບໍ່ ຫຼືບໍ່ໄປດີ ເພາະວ່າເຮັດວຽກແລ້ວ ຖ້າຮຽນຕໍ່ ຈະຕ້ອງໄປລົງຊື່ອີກ ແລະກໍຕັດສິນໃຈໃນມື້ສຸດທ້າຍວ່າ ຈະໄປຮຽນຕໍ່ ເຊິ່ງຄວາມແປກປະຫຼາດແມ່ນ ສະຖານສຶກສາທີ່ໄປຮຽນຕໍ່ນັ້ນ ສາມາດລະນຶກໄດ້ໃນໃຈວ່າແມ່ນໂຮງຮຽນສັນຕິພາບ ແຕ່ສິ່ງທີ່ປະກົດໃນຝັນນັ້ນ ປະກອບໄປດ້ວຍຕຶກຮຽນຕ່າງ ໆ ທີ່ບໍ່ຄືກັບໃນໂຮງຮຽນສັນຕິພາບເລີຍ.

ໃນມື້ຖັດມາ ເຂົ້າໃຈວ່າໜ້າຈະເປັນມື້ເປີດຮຽນ ມີການກິນລ້ຽງສະຫຼອງເປີດເທີມກັນຢ່າງໃຫຍ່ ໃນມື້ນັ້ນໄດ້ພົບກັບໝູ່ເກົ່າຫຼາຍຄົນ ແລະທີ່ສຳຄັນ ມີຄົນພາໄປຕາມຈຸດຕ່າງ ໆ ພ້ອມແນະນຳກ່ຽວກັບເລື່ອງທີ່ຈຳເປັນ.

ຕື່ນມາເວົ້າໃຫ້ເມຍຟັງ ເມຍຟັງແລ້ວເວົ້າວ່າ “…ຫັ້ນລະຍັງເປັນເດັກນ້ອຍຢູ່”

ອ້າວ… ຂ້ອຍຝັນວ່າເຮັດວຽກແລ້ວແຕ່ໄດ້ໄປຮຽນຕໍ່ມະຫາວິທະຍາໄລເດີ້ພີ່ນ້ອງ -*-

ຕາມຕຳລາເພິ່ນວ່າ ຝັນເຫັນໝູ່ເກົ່າ ໝາຍຄວາມວ່າ ຈະໄດ້ລາບທາງປາກຈະມີຄົນລ້ຽງດູ ເລກນຳໂຊກແມ່ນ 80 , 415 , 42 , 556 , 911 ສ່ວນວ່າຝັນເຫັນໂຮງຮຽນເກົ່າ ເພິ່ນວ່າ ຈະໄດ້ເປັນທີ່ຮັກໃຄ່ເອັນດູຂອງຜູ່ໃຫຍ່ ເລກນຳໂຊກແມ່ນ 75 , 340 , 802 , 891 , 977

ກໍວ່າກັນໄປ.


໑໘

ຂຽນໂດຍ au8ust
ເມື່ອ 7:14 am
June 24, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,438 ຄັ້ງ

ມື້ຄືນຝັນແປກ ໆ ຝັນຫຼາຍຢ່າງ ເຊັ່ນມີໂມງຂໍ້ມື (ປົກກະຕິຊີວິດຈິງບໍ່ໃສ່) ແລ້ວເວລາໃນໂມງມັນຜິດ ແຕ່ຕອນກວດເວລາ ແມ່ນກົດ *125# ເບິ່ງເວລາ ເຊິ່ງມັນເປັນໄປໄດ້ແນວໃດ???

ມີຕອນນຶ່ງຝັນວ່າ ໄດ້ໄປຊ່ວຍຄົນຍ້າຍເຄື່ອງ ເບິ່ງລາວແລ້ວອາຍຸບໍ່ໜ້າຈະເກີນ 35 ພໍຖາມລາວວ່າ ເອື້ອຍເປີດມາຈັກປີແລ້ວຮ້ານນີ້ ລາວບອກວ່າ 18 ປີແລ້ວ ຄຶດໃນໃຈ ເປີດຕັ້ງ 18 ປີ ເປີດຕອນເຮົາອາຍຸ 3 ປີ ໂອວວວວວວ ແມ່ນຫຍັງຊິປານນັ້ນ


ຄວາມຝັນອັນໂຫດຮ້າຍ

ຂຽນໂດຍ au8ust
ເມື່ອ 6:22 am
May 6, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,388 ຄັ້ງ

ມື້ຄືນນີ້ຝັນປຸກຫຼາຍ ຝັນວ່າກຳລັງຢູ່ໃນການຈັດກຽມງານຫຍັງຈັກຢ່າງ ມີເດັກນ້ອຍນຳຫຼາຍ 4-5 ຄົນ ລະຫວ່າງນັ້ນໄດ້ລຸກອອກໄປເອົາເຄື່ອງໃນຕູ້ເຢັນ ພໍກັບມາປາກົດວ່າ ມີສອງພໍ່ລູກມານັ່ງຖ້າຢູ່ຫັ້ນ ເຂົ້າໃຈວ່າຮູ້ຈັກກັບເຈົ້າຂອງງານ ລົມ ໆໄປຈັກໜ່ອຍກໍເກີດຜິດຖຽງກັນຢ່າງໜັກ ຄົນເປັນພໍ່ໂຫດຮ້າຍປ່າເຖື່ອນຫຼາຍ ຖຽງໄດ້ຖຽງດີ ຖຽງໄປຖຽງມາກໍໃຊ້ກຳລັງໃສ່ກັນຢ່າງຮຸນແຮງ ປານພວກຊາດິດ

ຕື່ນມາເກືອບລືມຝັນ ພໍດີຄຶດອອກມື້ກີ້ -*-


ຂຶ້ນຍົນ

ຂຽນໂດຍ au8ust
ເມື່ອ 6:28 am
April 8, 2009
ໃນໝວດ ໃນຝັນ
no comments ຖືກເປີດອ່ານແລ້ວ 1,546 ຄັ້ງ

ຝັນປ່ວງ ໆ ຝັນວ່າໄດ້ໄປຂຶ້ນຍົນແລ້ວພົບເລື່ອງແປກ ໆ ຫຼາຍຢ່າງກ່ອນຂຶ້ນຍົນ ເປັນຕົ້ນວ່າ ເກີດຄວາມສົງໄສວ່າເປັນຫຍັງຍົນລຳນີ້ ຈຶ່ງວ່າບໍ່ມີອາຫານແຈກເທິງຍົນ ພໍອ່ານຂໍ້ມູນກໍພົບວ່າ ຍົນດັ່ງກ່າວແມ່ນລະຫັດແມ່ນຫຍັງຈັກຢ່າງບໍ່ມີໂຕອັກສອນ B ໃນຊື່ລະຫັດຂອງປີ້ ສ່ວນຖ້ຽວບິນທີ່ມີອາຫານແຈກຟຣີນັ້ນ ມີອັກສອນຫຍໍ້ B ໃນປີ້

ໂອ.. ເປັນໄປເນາະ


 
« Previous Entries   Next Entries »

about this

ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ 😉

ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ


fineprint
ຄວາມຝັນຂອງຂ້າພະເຈົ້າ ໃຊ້ Wordpress.
ທີມ "GothamNights" ອອກແບບໂດຍ EvanEckard