ມື້ຄືນນອນເດິກອີກລະ ນອນແລ້ວຝັນວ່າ ຊື້ໄດ້ກ້ອງໃໝ່ມາ ເປັນກ້ອງນ້ອຍ ໆ ແຕ່ໜັກຫຼາຍ ປະມານ 10 ກິໂລຯ ໃນຂະໜາດເທົ່າພຽງຝາມືດຽວ ເວລາຍົກຂຶ້ນມາໃຊ້ ຮູ້ສຶກວ່າ ປານຍົກກ້ອນຄຳເອົາໂລດ ເພາະມັນໜັກຫຼາຍ.
ແລ້ວກໍ ຝັນກ່ຽວກັບລູກຄ້າທີ່ມາພັກຢູ່ເຮືອນພັກ ແຕ່ຜັດວ່າໄປລົມເຂົາເຈົ້າຢູ່ຫຼັງບ້ານ ບໍ່ຮູ້ຫຼັງບ້ານໃຜ ເປັນລັກສະນະປ່າທຶບ ມີສີຂຽວຮ້ອມຮອບໄວ້ ເບິ່ງບໍ່ເຫັນທາງສູ່ບ້ານເຮືອນຄົນເລີຍ ຫຼັງຈາກທີ່ກຳລັງເບິ່ງ passport ແລະຂຽນລາຍລະອຽດຢູ່ນັ້ນ ຈື່ໄດ້ວ່າ ເຂົາຕ້ອງການພັກຢູ່ 3 ຄືນ ແຕ່ຍັງຂຽນບໍ່ທັນແລ້ວ ຝົນກໍຕົກລົງມາ ແລ້ວມີຄົນຮ້ອງໃຫ້ພາອີກຄົນໄປໂຮງໝໍ ຫຼືແມ່ນຫຍັງຈັກຢ່າງ ເລີຍຖິ້ມວຽກຕອນນັ້ນປະໄວ້ແລ້ວໄປສົ່ງຄົນເຈັບ. ປາກົດວ່າ ກັບມາແລ້ວມາຫຼິ້ນກ້ອງໃໝ່ ແລ້ວກໍເກີດສົງໄສວ່າ ອ້າວ! ແລ້ວລູກຄ້າຂ້ອຍເດ້ໄປໃສແລ້ວ?
ເຖິງຈະບໍ່ຄ່ອຍມີເວລາ ແຕ່ກໍ່ຢາກຂຽນ ໕໕໕ ຢາກບັນທຶກຄວາມຝັນບາງຢ່າງຂອງຕົວເອງໄວ້ reference ໃນອະນາຄົດ ອາດຈະເປັນ ໒໐ ປີຂ້າງຫນ້າ ກັບມາອ່ານ ຈະມີຄວາມຮູ້ສຶກແນວໃດ ເພາະວ່ານັກວິທະຍາສາດທີ່ດີຕ້ອງຮູ້ຈັກທົດສອບ ແລະບັນທຶກຜົນ
ຫມາຍເຫດ: ບລັອກນີ້ອາດຈະຫາສາລະບໍ່ໄດ້ ແລະຕ້ອງໃຊ້ວິຈາລະນະຍານອັນຍິ່ງໃຫຍ່ໃນການອ່ານ
November 20th, 2010 at 9:10 am
ໃນເງື່ອນກົນໄກເສດຖະກິດຕະຫລາ,ການເຊື່ອມໂຍງຍຸກໂລກາພິວັດ,ລູກຄ້າກາຍເປັນພະເຈົ້າແຫ່ງການດຳເນີນທຸລະກິດຂອງນັກທຸລະກິດຂອງໂລກ.ລູກຄ້າມີແນວຄວາມຄິດອັນໄໝ່ໆເກີດຂຶ້ນວັນລະລ້ານໆຢ່າງເພື່ອຕ້ອງການໃຫ້ເຂົາມີຄວາມສະນຸກໃນການດຳລົງຊີວິປະຈຳວັນ,ນັກທຸລະກິດ,ພໍ່ຄ້າຊາວຂາຍຕົກເປັນທາດຂອງລູກຄ້າແບບບໍ່ຮູ້ສຶກຕົວ.
ຕົວຢ່າງ: ຮ້ານຕັດເສືອຜ້າແຫ່ງໜຶ່ງ,ເມື່ອກ່ອນໜ້ານີ້20 ກວ່າປີຮ້ານນີ້ໂດ່ງດັງເໝືອນພະເອກໃນລະຄອນ,ຍ້ອນແນວຄວາມຄິດຂອງຮ້ານຄິດວ່າບໍ່ມີໃຜຈະມາຊ່ວງເສັງກໍ່ເລີຍຮັກສາການບໍລິການແບບເກົ່າໆ,ຕົກມາຍຸກກົນໄກຕະຫລາດ ບັນດານັກທຸລະກິດໄດ້ເກີດຂຶ້ນເໝືອນດອກເຫັດປົ່ງໃໝ່,ຮ້ານດັ່ງກ່າວລືມສາວ່າອ້ອມຂ້າງໂຕເອງມີໃຜແດ່,ນັບທັງລູກຄ້າ ແລະ ຄູ່ແຂ່ງ. ດຳເນີນທຸລະກິດມາ10 ປີກວ່າລູກຄ້າທ່ີເຄີບມາອູດໜູນຮ້ານຫລຸດລົງເກືອບ60%,ເຮັດໃຫ້ລາຍຮັບຫລຸດຕົງຕາມໆກັນ.
ເມື່ອເຫັນສະພາບນັ້ນຮ້ານຕ້ອງໄດ້ຄິດຫລາຍຈົນຫົວຊິແຕກວ່າເປັນຫຍັງກ່ອນໜ້ານີ້ເຄີຍນັບເງິນໝື່ນເງິນແສນ,ແຕ່ມາດຽວນີ້ຫາເງິນຊິມານັບກໍ່ບໍ່ພໍນັບ.ນັ້ນແມ່ນປະກົດການໜຶ່ງທ່ີສະແດງໃຫ້ເຫັນວ່າພໍ່ຄ້າການເປັນທາດຂອງລູກຄ້າແທ້ໆ